Monday, February 24, 2014

ວິທີນັ່ງສະມາທິ(ຫຍໍ້)

l. ວິທີນັ່ງສະມາທິ(ຫຍໍ້)
ການໄປສົມໂພດພຣະມີການນິຍົມກັນຢ່າງແຜ່ຫຼາຍ ແລະເປັນຍອດປາຖນາຂອງຍາດໂຍມລາວທຸກ ຄົນ ເພາະຖືວ່າເປັນການທໍາບຸນທີ່ບັນດານຜົນສໍາເລັດຫຼາຍປະການ (ຕາມຄວາມເຊື່ອສັດທາຂອງແຕ່ລະ ຄົນ) ບາງທ່ານກໍມີຄວາມປາຖນາໄວ້ໃນໃຈວ່າໃນຊີວິຕໜຶ່ງ ຄວນຈະຫາໂອກາດໄປຮ່ວມງານສົມໂພດໃຫ້ ໄດ້ ບາງຄົນກໍຕັ້ງໃຈວ່າ ຄວນຈະຫາໂອກາດໄປຮ່ວມງານສົມໂພດ 9 ຄັ້ງບາງທ່ານຄວນຈະໃຫ້ໄດ້ເຖິງ 11 ຄັ້ງ,ມີບາງຄົນມີຄວາມຕັ້ງໃຈໝັ້ນ 1 ຕ້ອງໄປຮ່ວມສົມໂພດໃຫ້ ໄດ້ເຖິງ 9 ວັດ ຫຼື 11 ວັດ ແລະມີຫຼາຍຄົນກໍປະຕິບັດໄດ້ດັ່ງນັ້ນຫຼ ວງຫຼາຍ ສົມຕາມມະໂນເຈຕະນາຂອງ
ການໄປຮ່ວມສົມໂພດພຣະພຸດທະຮູບນັ້ນ ນອກຈາກໃຫ້ທານ ຄືໄດ້ຖວາຍປັຈຈັຍດ້ວຍລັກສະນະ ຕ່າງໆແລ້ວ,ຍັງໄດ້ຮັກສາສີນ 5 ຫຼືສີລ 8 ຕະຫຼອດຄືນ ແລະໄດ້ຟັງທັມມະເທສນາ ແລະໄຫວ້ອີກ ທີ່ສໍາ ຄັນກໍຄືການນັ່ງສະມາທິນັ້ນເອງ.
ການນັ່ງສະມາທິນັ້ນ ນັ່ງແບບໃດຈຶ່ງຖືກຕ້ອງໃຫ້ເຂົ້າໃຈງ່າຍໆ ດັ່ງນີ້ ຄື:
ຜູ້ຊາຍ: ນັ່ງຂັດຖະໝາດ(ຂັດສະມາທິ) ເອົາຂາຂວາເຕັງຂາຊ້າຍ ແລ້ວເອົາມີຂວາມເຕັງມືຊ້າຍ ໃຫ້ຫົວໂປ້ມືຈຸກັນ,ທໍາຕົວໃຫ້ກົງ ຕັ້ງຫົວໃຫ້ຊື່ສໍາພັນກັບກະດູກສັນຫຼັງບໍ່ໃຫ້ກະດູກສັນຫຼັງງໍ ຫຼືບ້ຽວ ຈະບໍ່ໄດ້ເຈັບຫຼັງງ່າຍ.
ສໍາລັບຜູ້ຍິງໃຫ້ເຮັດຄືຜູ້ຊາຍ ແຕ່ມີບາງທ່ານບໍ່ກ້ານັ່ງຂັດຖະໝາດກໍໃຫ້ນັ່ງຂັດຖະໝອບກໍໄດ້ ແຕ່ໃຫ້ເຮັດເໝືອນຜູ້ຊາຍທຸກຢ່າງ.
ການກໍານົດລົມຫາຍໃຈ: ຫາຍໃຈເຂົ້າວ່າ ພຸດ ຫາຍໃຈອອກວ່າ ໂທ ຫລື ຫາຍໃຈເຂົ້າວ່າ ຍຸບໜໍຫາຍໃຈອອກວ່າ ພອງໜໍ ຕາມລົມເຂົ້າ ແລະຕາມລົມອອກສະໝໍ່າສະເໝີ ຫົວລົມຢູ່ທີ່ປາຍດັງ,ທ້າຍລົມຢູ່ທີ່ທ້ອງນ້ອຍຫຼືສາຍບື , ລົມເຂົ້າຍາວກໍໃຫ້ຮູ້ວ່າຍາວ ສະໝໍ່ສະເໝີ ບໍ່ໃຫ້ບັງຄັບລົມຫາຍໃຈ ໃຫ້ປ່ອຍຕາມຄວາມເປັນຈິງ ເຮັດໄປເລື້ອຍໆ ແຕ່ໃຫ້ຮູ້ການ ເຄື່ອນໄຫວຂອງຮ່າງກາຍຂອງເຮົາທຸກໄລຍະ ຄືໃຫ້ກໍານົດຮູ້ ວ່າມີຫຍັງເກີດຂຶ້ນ ຖ້າມັນເກີດຂຶ້ນ ກໍ ໃຫ້ກໍານົດຮູ້ສາ ຢ່າຝືນ ຢ່າຕິດ ແຕ່ຈົ່ງຕາມກໍານົດຮູ້ວ່າສິ່ງທີ່ເກີດນັ້ນ ບໍ່ນານມັນກໍຈະປ່ຽນແປງໄປ ເປັນຢ່າງອື່ນ ບໍ່ຄົງທົນ.
ຮູບສຽງກິ່ນຣົສໂຜສຖັພພະທັມມາຣົມ ທີ່ເກີດຂຶ້ນມັນຈະກະທົບກັບອິນຊີທັງ 6 ພາຍໃນອັນຄື ຕາຫູດັງ,ລິ້ນ ກາຍ ແລະໃຈ ໃຫ້ກໍານົດຮູ້ ແລະຕັດຖິ້ມສາ ທໍາຈົນໃຈສະຫງົບ ຫລືສິ່ງນີ້ບໍ່ເກີດຂຶ້ນ ຮຽກວ່າ ເປັນສະມາທິ ຫລືໄດ້ສະມາທິ.
ຈົ່ງເຂົ້າໃຈວ່າ: ການນັ່ງສະມາທິ ຄືການສະຫງົບໃຈ ກໍາຈັດອາສາວະທີ່ມັນມາພົວພັນກັບໃຈລົງໄດ້ ຈົນເກີດຊານ ຍານ ແລະປັນຍາຕາມລໍາດັບ ແລ້ວດັບສັພພະອັນຕະຣາຍລົງ ກໍເກີດ ປິຕິ ກະເສີມ ແລະສຸຂ ໃນອິຣິຍາບົດຕ່າງໆ.
ເປົ້າໝາຍຂອງການສົມໂພດພຣະ
ເປົ້າໝາຍຂອງການສົມໂພດພຣະ ກໍຄື
1. 
ເປັນການທໍາບຸນຊະນິດໜຶ່ງ,
2. 
ເຮັດໃຫ້ພຣະສັກສິດ ເປັນທີ່ຂາບໄຫວ້ສັກກາຣະບູຊາຂອງຄົນ ແລະເທວະດາທັງໝົດທັງປວງ, 3.ເປັນການທໍາສະມາທິອົບຮົມ ຈິດໃຫ້ຢູ່ໃນຄວາມສະຫງົບຄາຍຈາກກິເລສ(ໂລບໂກດຫຼົງ).
ສະນັ້ນອານິສົງຂອງການສົມໂພດພຣະຈຶ່ງ ມີຫຼາຍຄື:
1. 
ໄດ້ບຸນ ປາຖະໜາເອົາມະນຸດສົມບັດສະຫວັນສົມບັດ ແລະພະນິພພານສົມບັດ.
2. 
ກໍາຈັດບາບເຄາະທັງໃນອະດີດ ແລະປັດຈຸບັນໄດ້.
3. 
ລ້າງບາບ ແລະສະເດາະເຄາະອັນໃຫຍ່ຫຼວງລົງ.
4. 
ຮັກສາ ຫຼືບົວພະຍາດບາງຊະນິດໄດ້(ຫາກທໍາສະມາທິໄດ້ເນັ້ນໜັກຕ້ອງທໍາສະມາທິໄດ້).
5. 
ກໍາຈັດຄວາມງົມງາຍ ແລະຫຼົງໃນລາບ ຍົດ ກຽດ ແລະຊື່ສຽງລົງໄດ້ແລ້ວໃຫ້ມີລາບ ຍົດ ກຽດ ແລະຊື່ສຽງມາປະດັບຊີວິຕ.
6. 
ປົກປ້ອງ ແລະສົ່ງເສີມພຣະພຸດທະສາສນາໃຫ້ໝັ້ນຄົງຕາບເທົ້າຫ້າພັນພຣະວັດສາ.
7. 
ແລະອື່ນໆ.


No comments:

Post a Comment