Monday, February 24, 2014

ຊີວິດນີ້ແສນສັ້ນ

l. ຊີວິດນີ້ແສນສັ້ນ ຢ່າໄດ້ປະມາດ 
ສັບພະສັດສິ່ງເຊື້ອ                 ມວນໝູ່ມີຊີວິດ ເຮົາເອີຍ
ຢ່າໄດ້ເຕີຍເວີຍສຽງ                ມ່ວນທະຍານໂຮຮ້ອງ
ຢ່າໄດ້ມົວເມົາມົ້ວ                 ມືນມາຍອະບາຍມົ່ນ ຫລາຍເນີ
ບໍ່ມີສົນສືບສ້າງ                  ແປງທາງເພື່ອໄຕ່ເດີນ ຊິເປັນບໍ?
ຢ່າໄດ້ເພີນພ່າງຟ້ອນ               ຢ້ອນແຢ່ງໆສຽງແຊວ
ຖ້າເປັນແນວນາມນົກ              ຊິຖືກພານຍິງປົ້ງ
ຄັນແມ່ນແນວນາມບົ້ງ              ທະຍານໂຕໂອນແອ່ນ
ນົກແຈນແວນຢູ່ງ່າໄມ້              ຊິບິນສ້ຽວແຊ່ວກິນ ເຈົ້າໃດ
ຊີວິດເຮົາບໍ່ຮ່ອນໄດ້                ໝັ້ນທ່ຽງຖາວອນ
ເໝືອນດັ່ງດອນກາງວັງ             ແມ່ນະທີເວີນກວ້າງ
ຍາມເມື່ອຊົນລະທານ້ຳ             ລິນໄຫລຫົ້ງອັ່ງ
ມັນຊິໄຫລທັ່ງຖວ້າມ               ດອນນ້ອຍແຈບຈົມ
ເໝືອນດັ່ງໄມ້ໃຫຍ່ເນີ້ງ             ຢູ່ຮີມຝັ່ງແຄມຂອງ
ຍາມນ້ຳນອງຟອງໄຫລ             ຟາດຟັນເຟືອນຟົ້ງ
ແມ່ນບໍ່ຄົງສະຖຽນໝັ້ນ              ສະເນືອນນອງຕາມຟອງຟາດ
ຊາດມະນຸດກໍ່ດັ່ງດ້າມ              ບໍ່ຍືນໝັ້ນເຊັ່ນກັນ
ສຳຄັນຍາມໜຸ່ມແໜ້ນ              ປັນຍາແກ່ນພະລັງມີ
ສ້າງຄວາມດີວິຖີທັມ               ໜ່ຽວນຳພຣະຄຸນແກ້ວ
ແນວໃດດີທະວີໄວ້                ເທຫົວໃຈເພື່ອສ້າງກໍ່
ແນວຊົ່ວຂໍຫ່າງເວັ້ນ             ເຫັນໂທດທຸກຂ໌ມະຫັນຕ໌ ເຈົ້າເອີຍ!


No comments:

Post a Comment