Sunday, February 23, 2014

ພອນ ສິດນ້ຳມົນ

 ພອນ ສິດນ້ຳມົນ
ອະທິຖານຕັ້ງສັດຈັງຕັ້ງທ່ຽງ ຂໍໃຫ້ພວກໝູ່ເຈົ້າກະເສີມສ້າງຢູ່ດີ ສະວັດສະດີດ້ວຍຈະຕຸພອນທັງ ສີ່ຄື:  ອາຍຸວັນນະ, ສຸກຂະ, ພາລະ, ຕັ້ງທ່ຽງໝັ້ນ, ດອມເຈົ້າບໍ່ໄລອາຍຸໄຂເຖິງຮ້ອຍພັນປີຢາໃດແກ່ພ້ອມທັງພໍ່,ແມ່ຝີນ້ອງລຸງປ້າໃຫ້ຢູ່ດີ ຂໍໃຫ້ມີອາຍຸຍືນຍາວໝັ້ນເທົ່າຊົວຊີວັງຄົນການທີ່ອົນຕາຍສັງຢ່າໃຫ້ມີມາໃກ້ພ້ອມທັງໂພຍໄຟຮ້າຍໃຫ້ໜີໃກຫຼີກຫ້າງຂໍໃຫ້ພວກສຸກຢູ່ສ້າງສິນສ້ອຍສາສໜາຂໍໃຫ້ປາລະມີຄ້ຳກຸສົນນຳຍູ້ສົ່ງອາຍຸຄົງຢູ່ເທົ້າດິນພ້າຕາບທະລາຍຜູງມານຮ້າຍໃຫ້ເວັ້ນຫຼີກໜີໃກຂໍໃຫ້ກຸສົນໄຫຼຫຼັ້ງມາຄືນ້ຳ ຍາມເມື້ອໂລຄາຕ້ອງບັງບຽດກາຍະກໍດີຂໍໃຫ້ຫາຍໂລຄາຢູ່ສະບາຍເບົາເນື້ອຂໍໃຫ້ເທຍລະຄາໝັ້ນພັນປີກະເທົ່າສົ້ວອາຍຸຍືນຍິງລ້ຳ
ພັນຮ້ອຍກ່ວາປີວັນສີເຫຼື່ອມເປົນປະກາຍເຮືອງຮຸ້ງກາຍຍາງາມພຸນພົ່ງເຫຼືອງເຫຼືອງເຫຼື່ອມດັ່ງທອງສອງຝ່າຍແກ້ມງາມເກິງພພະ
ຈັນເພັງປຸນຍັງກາຍຍະທິດເທບພະສວງສະຫວັນພາກາຍຍາເນື້ອຜີວຜາງຢ່າຜອມຈ່ອຍຂໍໃຫ້ພວກເຈົ້າສຸກຍິງຍ່ອຍເງິນຄຳນັ້ນ
ໃຫ້ຫຼັ້ງມາ.
      ຕັ້ງແຕ່ນີ້ມື້ໜ້າບໍ່ເງິນໝື້ນໃຫ້ມາເກິດຢູ່ສວນແນນເຈົ້າເນີ,ບໍ່ເງິນແສນໃຫ້ມາເກິດຢູ່ສວນອ້ອຍເຈົ້າເນີ, ບໍ່ເງິນຮ້ອຍໃຫ້ມາເກິດຢູ່ຫົວຄັນໃດເຈົ້າເນິ,ຄັນເຈົ້າທ່ຽວທາງໃກໃຫ້ໃດ້ຂີ້ມ້າແສດ ຄັນເຈົ້າທ່ຽວທາງແດນໃຫ້ໃດ້ຂີ້ມ້າພອນຍາມເມຶ້ອໃສຍານອນໃຫ້ນິດສະເນັງສຸກເບັງເບຶ້ອງສະບາຍບ້າງສຸກສຳລານຍຶນເທົ້າເຖົ່າຂ້ອຍຈຶ່ງກ່າວຕາມບາດຄາຖາພຮະສັບພັນຍູເຈົ້າວ່າ ໄຊຍະຕຸພະວັງ ໄຊຍະມັງຄະລັງ ດັ່ງນີ້ເທິນ.
      ຢ່າໄດທູກຍາກຮ້ອນຍາມນອນ,ນັ່ງຢຶນເດິນໃຫ້ເພິດເພີນໄນທຳທຸກຄ່ຳແລງຫຼືເຊົ້າຢ່າໄດ້ມີເຫງົາມີໄຂ້ວັດໄອໄຂ້ພະຍາດໃຫ້
ມັນໜີຈາກເຈົ້າໄກຂ້າງຫ້າງເຫີນຂໍໃຫ້ເພີນສຸກລ້ຳຄືດັ່ງຄຳພະເຈົ້າກ່າວຂໍໃຫ້ເປັນເສດຖີມີຊື່ສຽງລືຊາອະເນກລົ້ນໄຫ້ຍ້ອງວ່ານັບຖື

.ພອນ ສິດນ້ຳມົນ
   -    ສີໆ ສິດທິອຸດທະກັງນ້ຳອອກບໍ່ເຢັນດີ ໄຫຼອອກມາຈາກປາກເສືອຕົວອົງອາດ ໄຫຼອອກມາຈາກປາກງົວອຸສຸພະລາດແມ່ງົວງາມ ນະຄິນັນຕິກໍບໍ່ຮ່ອນບົກເປັນຫາດກໍບໍ່ຮ່ອນຂາດເປັນວັງສັບພະກາລັງກໍຍັງເຕັບດີຢູ່ທຸກເມືອທຸກຍາມ.
-  ສີໆ ສິດທິອຸດທະກັງນ້ຳອອກບໍ່ເຢັນດີ ໄຫຼອອກມາຈາກປາກລາສະສີຕົວພານແຜວ
ໄຫຼອອກຈາກປາກຊ້າງແກ້ວຕົວມີສື່ວ່າອິສະລັງ ນະຄິນັນຕິກໍ່ບໍ່ຮ່ອນບົກເປັນຫາດກໍບໍ່ຮ່ອນຂາດເປັນວັງສັບພະກາລັງກໍ່ຍັງເຕັບດີຢູ່ທຸກເມືອທຸກຍາມ.
   -    ສີໆ ສິດທິອຸດທະກັງນ້ຳອອກບໍ່ເຢັນດີ ໄຫຼອອກມາຈາກປາກນາຄາ ແລ ແມ່ແພະແກ້ວຕົວຢູ່ຈອມເຂົາເປັນອະໂປແປວຫຼວງໄຫ່ຍນະຄິນັນຕິກໍ່ບໍ່ຮ່ອນບົກເປັນຫາດກໍບໍ່ຮ່ອນຂາດເປັນວັງສັບພະກາລັງກໍ່
ຍັງເຕັບດີຢູ່ທຸກເມືອທຸກຍາມ.
        ສາທຸ ສາທຸ ນ້ຳອັນນີ້ເປັນ 5 ແມ່ຄື: ພົງຄາ, ຍົມມະນາ, ອະເຈລະວະດີ, ສາລະພູມະຫິງສາ ໄຫຼອອກມາແຕ່ທ້ອງສັກກາລະສົມພູ, ຢູ່ທານຄົນ ແລະ ສັດທັງຫຼາຍເຫັນແລ້ວຊົມຊື້ນຮື້ນຊະນາ ເຫັນແລ້ວລອຍລົງອາບຕັກຫາບຮີບເອົາໜີນ່ຳອັນນີ້ກໍບໍ່ຮ່ອນບົກເປັນຫາດບໍ່ຮ່ອນຖອຍຂາດແຫ້ງຈັກເມື້ອຈັກຍາມຍັງດູດີວິເສດ ກູຈະຕັກເອົາຫົດສົງເກດພະມີລິນ ກູຈະຕັກເອົາຫົດໃສ່ທ້າວພະຍາ ພະຍາກໍຈະມີລັດສະໝີງາມສວຍສະອາດຄວນເປັນພະຍາຈັກກະພັດພິລາດກວ້າງຂວາງ ກູຈະຕັກເອົາຫົດໃສ່ນາງ ນາງກໍຈະເປັນຜູ້ດີຍອດຍິ່ງຄວນເປັນມິ່ງມະເຫສີ ກູຈະຕັກເອົາຫົດໃສ່ອະມົນຕີ ແລະ ອະມາດກໍສະລາດຢູ່ໃນສົງຄາມບໍ່ກົວຂາມເໝຶອນດັ່ງຊ້າງອຸໂປສົດ ໃຫ້ປາກົດເໝຶອນດັ່ງຊ້າງອັດສະໄນ ກູຈະຕັກເອົາຫົດໃສ່ດາບສີຄັນໄຊ ແລະ ເຄຶ່ອງຄຸດອາວຸດ ແລະ ຂອງດີກໍໃຫ້ແຂງມະຫານິນແສນບໍລິສຸດອາວຸດຫ້າມອຳນາດພວກໝູ່ອົນນ້ຳອັນນີ້ບໍ່ແມ່ນນ້ຳລ້ານ້ຳດາຍນ້ຳອັນນີ້ໃດ້ມາແຕ່ປູ່ພະ
ເຈົາສອງສີ ມີອາໝັ້ນຍຶນໄດ້ແສນປີແມ່ນວ່າຫົດບຸກຄາລະຜູ້ໃດກໍຈະມີອາຍຸໝັ້ນຍຶນເຖິງ120ປີ ແມ່ນວ່າຈະຫົດໄປທິດສະຫົນໄດກໍຈະເກີດມີແຕ່ເງິນແຕ່ຄຳຊ້າງມ້າເຫຼຶອຫຼາຍງົວຄວາຍພໍພັນນ້ຳອັນນີ້ແມ່ນນ້ຳວິເສດແກ້ວໄຊຍະມຸງໄຊຍະຕຸພະວັງໄຊຍມັງຄະລັງ.
                                                                  ພອນ ສິດນ້ຳມົນ
        ນ້ຳອັນນີ້ແມ່ນນ້ຳວິເສດຫົດດົງໃຫ້ເປັນທົ່່ງກໍແມ່ນນ້ຳອັນນີ້ ຫົດໄມ້ກົ່ງໃຫ້ກົມງາມກໍແມ່ນນ້ຳອັນນີ້ ຫົດສາວຮາມໃຫເອ້ຢ້ອງກໍແມ່ນນ້ຳອັນນ້ຳອັນນີ້ ຫົດຝີນ້ອງໃຫ້ຮັກແພງກັນກໍແມ່ນນ້ຳອັນນີ້ ຫົດຫົວມັນໄຫ້ເປັນຄຳທັງແທ່ງກໍແແມ່ນນ້ຳອັນນີ້ ຫົດໄມ້ແຫ້ງໃຫ້ປົ່ງເປັນໃບກໍແມ່ນ້ຳອັນນີ້ ຫົດຂີ່ໄຟໃຫ້ກາຍເປັນຮ້ອນກໍແມ່ນ້ຳອັນນີ້ ຫົດຕ້ອນໃຫ້ໝານປາກໍແມ່ນນ້ຳອັນນີ້ ຫົດນາໃຫ້ໝານເຄົ້າກໍແມ່ນນ້ຳອັນນີ້ ຫົດເລົ້າເຄົ້າໃຫ້ໝານເງິນໝານຄຳກໍແມ່ນ້ຳອັນນີ້ ຫົດໝໍລຳໃຫ້ເປັນສຽງມ່ວນກໍແມ່ນ້ຳອັນນີ້ ຫົດແຫຼ່ງໃຫ້ເປັນນາຍກໍແມ່ນນ້ຳອັນນີ້ ຫົດຫີນແຮ່ຫີນຊາຍໃຫ້ເປັນແກ້ວກໍແມ່ນນ້ຳອັນນີ້ ໄຜໄດ້ອາບແລ້ວມີລິດສັນດານຄືທ້າວພະຍາເປັນຜູ້ອົງອາດ ຫົດຂ້າທາດໃຫ້ເປັນເຈົ້າເຮຶອນສຽງສະເທຶອນທົ່ວຖອງສຽງດັງສູນກ້ອງທົ່ງເມຶອງຄົນດ້ວຍລິດນ້ຳມົນເຜຶ້ອອຳນາດ ຫົດອຸບາດໃຫ້ເປັນມຸງຄຸນ ຫົດຄົນທຸກຄົນຈົນໃຫ້ເປັນເຈົ້າຕຶກນາຍຮ່າງ ຫົດຄົນໂງ່ຄົນໃບ້ໃຫ້ໄຫຼລ້ວງພະຫຍາ ຫົດເຖົາແກ່ສະລາໃຫ້ເປັນເດັກນ້ອຍຫົດຄົນເປ້ຍຄົນລ່ອຍໃຫ້ດຽວດາຍ ຫົດຄົນໄຫ້ຄົນໄຫ້ກໍຫົວ ຫົດຕົນຫົດຕົວສີຜີວຂາວອາດລາດສັບພະພວງພະຍາດທັງໝູ່ໂພຍໄຟສັບພະເຄາະຈັງໄຮກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະງົວຄວາຍຕາຍຈາກຄອກກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະຜົວເມຍປະຮ້າງກໍໃຫ້ຫາຍເສຍມື້ນີ້ວັນນີ້ ທັງເຄາະປາກ ແລະ ເຄາະຕີນກໍໃຫ້ຫາຍເສຍມື້ນີ້ວັນນີ້.
        ເຄາະຕໍ່ຕົນຊົນຕໍ່ເນຶ້ອກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະໄຂ່ເຮຶ້ອຢູ່ໄນຄີງກໍໃຫ້ຫາຍເສຍມື້ນີ້ວັນນີ້ ເພິນມັກທ່ອຍໄສ່ຄວາມຕາຍກໍໃຫ້ຫາຍເສຍມື້ນີ້ວັນນີ້ ຕານາຍເອົາໄປເປັນຂ້າກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະງົວຄວາຍຕາຍຈາກເຈົ້າກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະຜູ້ເຖົ້າຕາຍຈາກລູ້ກຫຼານກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະຂຸນກວນຕາຍຈາກບ່າວກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະທ້າວຕາຍຈາກນາງກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະທຸກຍາກໄຮ້ບໍ່ມີສັງກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະທາງຫຼັງເພິ້ນອ້ອມຂ້າກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຄາະທາງໜ້າເພິ້ນອ້ອມພັນກໍໃຫ້ຫາຍເສຍມື້ນີ້ວັນນີ້ ຂວັນມືໄປຢູ່ນ້ຳເປັນປາກໍໃຫ້ຫາຍເສຍມື້ນີ້ວັນນີ້ ຂວັນຕີນໄປຢູ່ນາດອມເຄົ້າກໍໃຫ້ຫາຍເສຍມື້ນີ້ວັນນີ້ ຂວັນຫົວໄປປັ້ນເບົ້າທ່ຽວຫາເງິນກໍໃຫ້ຫາຍເສຍມື້ນີ້ວັນນີ້ ຂວັນຫົວໄປເຂົ້າຖ້ຳເປັນງູກໍໃຫ້ຫາຍເສຍມື້ນີ້ວັນນີ້ ຂວັນຫົວໄປຢູ່ຮູເປັນເງຶອກກໍໃຫ້ຫາຍເສຍມື້ນີ້ວັນນີ້ ຂວັນຫົວໄປເລືອກບ່ອນບ້ານເມືອງບົນກໍໃຫ້ຫາຍເສຍມື້ນີ້ວັນນີ້ ຂວັນຫົວໄປຄວ້າເມືອງພົນຢູ່ຜີປ່າຊ້າກໍໃຫ້ຫາຍເສຍມື້ນີ້ວັນນີ້ ຂວັນຫົວຂຶ້ນສູ່ພ້າແອ່ວຫຼິ້ນນຳແຖນກໍໃຫ້ຫາຍເສຍມື້ນີ້ວັນນີ້ ຂວັນຫົວເອົາຂອງຂຶ້ນຖວາຍແຖນຕື້ກໍໃຫ້ຫາຍເສຍມື້ນີ້ວັນນີ້ ຂວັນຫົວຂຶ້ນສູ່ມື້ເວົ້າແທນເລິງກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຮຶອນຊິຫຼົ້ມເປັນວັງກໍໃຫ້ຫາຍເສຍມື້ນີ້ວັນນີ້ ເຮຶອນຊິພັງເປັນຫ້ວຍກໍໃຫ້ຫາຍເສຍມື້ນີ້ວັນນີ້ ສາຍເຂັນຕົກກາງຫ້ອງກໍໃຫ້ຫາຍເສຍມື້ນີ້ວັນນີ້ ສາຍພ້າຕົກກາງນາກໍໃຫ້ຫາຍເສຍມື້ນີ້ວັນນີ້ ສາຍເຄາະໃຫ້ໄປຢູ່ຜາທ້ອງພູເຢັນພຸ້ນເດີ ສາຍເຂັນໃຫ້ໄປຢູ່ປ່າພາກນ້ຳຫີນມະພານ 30 ປີຢ່າໃດ້ມາເຕົ້າ 90 ປີຢ່າໃດ້ມາຜ່ານອົມໄຊຍະ ມະຫາໄຊຍະຊະຫາຍຍະ.
 ພອນ ສິດນ້ຳມົນ
 ສີສີສີສົດໃສຊົມຊຶ້ນນ້ຳອັນນີ້ບໍ່ແມ່ນນ້ຳອັນອຶ່ນຍ້ອນມັນດີລື່ນລົ້ນກ່ວາເພິ່ນທັງຫຼາຍແຕ່ຄວາມເປັນຄວາມຕາຍກໍຍັງໂພດເອົາໄດ້
ນ້ຳອັນນີ້ພະແກນໄທ້ໄດ້ມາແຕ່ປູ່ພະລືສີອົງຜູ້ມີເພິ່ນໄດ້ເຊຶ້ອຖືມາແຕ່ປາງກ່ອນນ້ຳອັນນີ້ໄດມາແຕ່ບ່ອນພະພຸດທະເຈົ້າລົງມາຊຸມ
ນຸມຕັດເກດຢູ່ໄນຂົງເຂດປະເທດອິນເດຍຂ້ອຍຈະເອົາມາຫົດໄສ່ເຮຶອນຊານ ແລະ ເລົ້າເຄົ້າຫົດໄສ່ກ້ອນເສົ້າ ແລະ ຂີ່ໄຟຫົດຮອດຫົວຄັນໄດ ແລະ ເຄຶ່ອງຄ້ຳຂອງຄູນມູນມັງສັງຄະຫຍາຈະເອົາມາຫົດໄສ່ພະສາສະດາ ແລະ ທອງທ້້າວກໍຈະເກິດມີພະຫຍາປັນຍາ ຈະເອົາມາຫົດໄສ່ເທບພະບຸດ,ເທບພະດາກໍຈະເກີດເປັນອົງພານແພ່ວຍ່ອນນ້ຳເຕົ້າແກ້ວ ແລະ ຄັນທີຂໍໃຫ້ມີເດດສະເກັງກ້າຈະເອົາມາຫົດໄສ່ ຊ້າງ,ມ້າ ກໍຈະເກິດເປັນກໍຈະເກິດເປັນຕົວຂາວເຝຶອກ ແລະ ງານິນນ້ຳອັນນີ້ແມ່ນນ້ຳຂອງປູ່ພະລືສີ ເຄິຍເອົາມາສົງໂສດຫົດແລ້ວເກິດມີຫຼາຍປະໂຫຍດຫາຍໂທດຫາຍໂພຍຫາຍໄຟຫາຍພະຍາດໂລຄານາໆ ນ້ຳອັນນີ້ແມ່ນຂອງຄະໂມກຄະລາເພິ່ນຫາກສູດໄວ້ແລ້ວ ຫາກແມ່ນນ້ຳເຕົ້າແກ້ວຂອງພະຍາ,ອິນພະຍາພົມເພິ່ນຫາກຕົກແຕ່ງໄວ້ຂ້ອຍຈຶ່ງໄດ້ທ່ຽວມາຫົດສົງຄົນເພຶ້ອໃຫ້ຫາຍກັງວົນ ແລະ ທຸກໄຮ້ຂໍໃຫ້ໄດ້ດັ່ງຄຳມັກຄຳປາດທະໜາອົມອຸອະມຸມະມູນມາມະຫາມູນມັງດັ່ງນີ້ເຖິນ.
ພອນ ສິດນ້ຳມົນ
   ອົມພູເຂົາກ້າຄ່າຈະກ່າວເຖິງພະຕະຖາເທໂວຕົນປະເສິດກັບທັງສີສະອາດນ້ອຍນາງນາດທໍລະນີຜູ້ມີເດດສະເກັ່ງກ້ານັບແຈ່ຜີຢູ່ໄຕ້ລຸ່ມຟ້າທັງໝູ້ພະຍາມານມີໂຍທະຫານອະເນກພື້ນຂີ່ຊ້າງແກ້ວເມກຄະຫຼາຕີນຫຼັງຢຽບແຜ້ນພ້າຕີນໜ້າຢຽບແຜ້ນແກ້ວຕົນປະເສິດ ຈະເຂົ້າໄປສູ່ແຖ້ນແກ້ວຄ່າໃຫ້ແລ້ວໂດຍພະນັນແຕ່ນັ້ນພະຈອມທັນສິດທິເດດຈຶ່ງມີລິດເດດໃຫ້ເປັນທີ່ປາລະມີບໍ່ຢັ້ງຕັ້ງໄວ້ຕໍ່ປາ
ລະມີຈຶ່ງທຳລິດທີອັນເຮຶອງຮຸ້ງເມກເມໂຄແຕ່ນັ້ນທ້າວສະໂກອິນທາທິລາດສະພາດພ້ອມຝູງໝູ້ເທວະດາເຫັນມານມາເລິຍສະ
ທ້ານປົບພັງພ້າວຄືນໜີຍັງເຫຼຶອແຕ່ນາງທໍລະນີສີສະອາດຍັງບໍ່ປະມາດຕໍ່ສັບພັນຍູເຫັນມານມາວັດຕູບັງບຽດນາງຈຶ່ງຄຽດໄມ້ພະນິດ ນາງຈຶ່ງຄິດເຖິງປາລະມີຍ້ອດແກ້ວອັນໄດ້ສ້າງມາແຕ່ພາຍຫຼາຍສາດນາງນາດນ້ອຍອະທິບາຍ ຖວາຍມືຈັບເກດຮູດແຕ່ເຫງົ້າເຖີງປາຍເປັນອຸດທະກັງໄຫຼຫຼັ້ງນ້ຳອັ່ງຂຶ້ນເປັນພອງມານໄຫຼນອງເດຍລະດາດໄຫຼທັງຊ້າງອາດນາ
ເຄນໄຫຼທັງເຂນມ້າມິ້ງນ້ຳຖ້ວມທົ່ງໄຫຼນອງມານຕາຍກອງເດຍລະດາດສຳພາດພ້ອມກ່ຽວຄຳຝັນກູແກ້ກູສະ ສັບພະສັນອຸບາດກູແກ້ກູສະ:
- ຝັນວ່າພະຍາດເກີດໄນຕົນກູແກ້ກູສະ                -  ຝັນຂົນຄົວໜີຈາກບ້ານກູແກ້ກູສະ            
- ຝັນວ່າຍ້ານເສຶອຄົບກູແກ້ກູສະ                        -  ຝັນຂີ້ເຮືອພາຫຼົ້ມກູແກ້ກູສະ
- ຝັນໄມ້ລົ້ມເຕັງຄໍກູແກ້ກູສະ                  -  ຝັນປໍມັດສອກກູແກ້ກູສະ
- ຝັນເຂົາຕອກຄອກໄສ່ກັ່ບຕີນກູແກ້ກູສະ              -  ຝັນປີນຂຶ້ນໄມ້ກູແກ້ກູສະ
- ຝັນຂຶ້ນໄດ້ແລ້ວເລົ່າຕົກລົງກູແກ້ກູສະ                 -  ຝັນໄປພະນວດກູແກ້ກູສະ
- ຝັນປວດເນື້ອ ແລະ ເຖຶອໜັງກູແກ້ກູສະ     -  ຝັນເຂົາຂັງໄສຄ້ອກກູແກ້ກູສະ
- ຝັນເຂົາລື້ລອກເອົາຂອງກູແກ້ກູສະ           -  ຝັນເຂົາປອງຖາມໜີ້ກູແກ້ກູສະ
- ຝັນນັ່ງຂີ້ເບັ່ງອາຈົມກູແກ້ກູສະ                        -  ຝັນລົງຕົມແກ້ຝ້າກູແກ້ກູສະ
- ຝັນເຂົາຂ້າເມຶ່ອນອນກູແກ້ກູສະ                       -  ຝັນໄດ້ທະລົງອາພອນແລະເອ້ຢ້ອງກູແກ້ກູສະ
- ຝັນເຫັນຝີນ້ອງຝູງຕາຍໄປແຕ່ກ່ອນກູແກ້ກູສະ        -  ຝັນໄດ້ຕ່ອນເງິນຕ່ອນຄໍາກູແກ້ກູສະ
- ຝັນໄດ້ລຳສຽງມ່ວນກູແກ້ກູສະ                        -  ຝັນໄດ້ຕໍາຂີມີ່ນທໍານໍ້າມັນກູແກ້ກູສະ
- ຝັນໄດຍ່າງຫຼິ້ນ ແລະ ຂັບໂຮກູແກ້ກູສະ               -  ຝັນທະໂຍທະຍານເຕັ້ນແລ່ນກູແກ້ກູສະ
- ຝັນຟ້ອນຫຼິ້ນນຳບ່າວນຳສາວກູແກ້ກູສະ               -  ຝັນວ່າທ້ອນໄຟຍາວໄລ່ຈູດກູແກ້ກູສະ
- ຝັນນອນທອດເນຶ້ອກູແກ້ກູສະ                        -  ຝັນນຸ້ງເສຶ່ອຈັກຄໍາກູແກ້ກູສະ
- ຝັນໝາດຳໄລ້ຍາດກູແກ້ກູສະ                         -  ຝັນຄົນໄລ້ລັດຕີກູແກ້ກູສະ
- ຝັນໄປພະລາດຕົກເຫວກູແກ້ກູສະ           -  ຝັນເຫັນຄົນເລວກົວຢ້ານກູແກ້ກູສະ
- ຝັນເຂົ້າບ້ານໝາແລ່ນໄລ້ຄົບກູແກ້ກູສະ               -  ຝັນຂອງໜີຈາກເຈົ້າກູແກ້ກູສະ
- ຝັນເຄົ້າບົກຈາກເຍຍກູແກ້ກູສະ                       -  ຝັນຜົວ,ເມຍຫຼີ້ນຊູ້ກູແກ້ກູສະ
- ຝັນປຸກເຮຶອນຢູ່ຜີປ່າຊ້າກູແກ້ກູສະ           -  ຝັນຂີ້ມ້ານຸ້ງເສຶ້ອລາຍພອງກູແກ້ກູສະ
- ຝັນເຂົາປອງເອົາລູ້ກກູແກ້ກູສະ                       -  ຝັນເຂົາຜູກເອົາຜົວ, ເອົາເມຍກູແກ້ກູສະ
- ຝັນເຫັນລີງຕົວດ່າກູແກ້ກູສະ                -  ຝັນເຫັນບ່າງຕົວລາຍກູແກ້ກູສະ
- ຝັນໄປທາງໄກຮູ້ຕ້ອງຜີຖ້ຳກູແກ້ກູສະ                 -  ໄປທາງນ້ຳຮູ້ຕ້ອງທ້ອງນາງກູແກ້ກູສະ
- ຢູ່ເຮຶອນໄຕຮູ້ເປັນຂີ້ຫາກກູແກ້ກູສະ          -  ໄກ່ກະຕາກຍາມເຢັນກູແກ້ກູສະ
- ໄປກາງເວັນຕື່ນເປັນເປົ້າ     ກູແກ້ກູສະ              -  ໄປຍາມເຊົ້າຕື້ນເປັນພອງກູແກ້ກູສະ
- ໝໍ່ໜຶ່ງຮອ້ງສຽງຄາງກູແກ້ກູສະ                       -  ຜົມຮາງຂວງແພ້ເຈົ້າກູແກ້ກູສະ
- ນົກຮ້ອງຢູ່ໃຕ້ເລົ້າໃຫ້ບັງເກີດໂພຍໄຟສັບພະເຄາະຈັງໄຮແກ້ວໜ້ວຍຮ້າຍຈຳໃຫ້ເສຍຂອງກູແກ້ກູສະ
- ໄກ່ອອກລູ້ກ 4 ຂາກູແກ້ກູສະ                        -  ໝາອອກລູກ 8 ໜ້າກູແກ້ກູສະ
ສາຍເຄາະໃຫ້ໄປຢູ່ຜາທ້ອງພູເຢັນພຸ້ນເດີ ສາຍເຂັນໃຫ້ໄປຢູ່ປ່າພາກນ້ຳຫີນມະພານ 30 ປີຢ່າໃດ້ມາເຕົ້າ 90 ປີຢ່າໃດ້ມາຜ່ານອົມໄຊຍະ ມະຫາໄຊຍະຊະຫາຍຍະ.


ລິຂະສິດໂດຍ: ພຣະ ກົງຕາ.


No comments:

Post a Comment