l. ພົມມະວິຫານສີ່
ສັບເພສັດຕາ ສັດທັງຫລາຍທັງຄ້າຍ
ຄວນອາໃສທຳເປັນທີ່ເພີ່ງ ບໍ່ວ່າໄຫ່ຍ ແລະ ນອ້ຍ
ໃຫ້ຄວນຄອ້ຍໃສ່ໃຈ ໄປໃນການທາງຫນ້າ
ພະຍາມຍາມຂື້ນຕື່ມ ຊືມແຊມລົງສູ່ມື້ ມະໂນນັ້ນຫິ່ນຕອງ
ຄວນອາໃສທຳເປັນທີ່ເພີ່ງ ບໍ່ວ່າໄຫ່ຍ ແລະ ນອ້ຍ
ໃຫ້ຄວນຄອ້ຍໃສ່ໃຈ ໄປໃນການທາງຫນ້າ
ພະຍາມຍາມຂື້ນຕື່ມ ຊືມແຊມລົງສູ່ມື້ ມະໂນນັ້ນຫິ່ນຕອງ
ເມດຕາຄວມຮັກຕົ້ນ ບໍ່ບົນບອກຄວມອິດສາ
ບໍ່ທຳມາຄ້າຂາຍ ໃຫ້ຄົນອື່ນລຳບາກກ້ຳ
ນຳທາງເປັນຄົນຮູ້ ຊູປັນຍາຂື້ນຕື່ມ
ບໍ່ຢືມທາງຊົ່ວຊ້າ ມາໃຊ້ທີ່ບໍ່ຄວນ
ບໍ່ທຳມາຄ້າຂາຍ ໃຫ້ຄົນອື່ນລຳບາກກ້ຳ
ນຳທາງເປັນຄົນຮູ້ ຊູປັນຍາຂື້ນຕື່ມ
ບໍ່ຢືມທາງຊົ່ວຊ້າ ມາໃຊ້ທີ່ບໍ່ຄວນ
ເມດຕາຫ້າມທຳຮ້າຍ ໃຫ້ຄົນຕາຍຫລືລຳບາກ
ທຸກຍາກຢ່າບຽດເຈົ້າ ນຳທຳເຂົ້າໃສ່ໃຈ
ບໍ່ລໍ້ລວງຫລອກຕົ້ມ ສົມເປັນຄົນຜູ້ນຶ່ງ
ກືງຕື່ງຕອງລະອຽດແລ້ວ ແນວທີ່ໃຊທ່າງຢູ່ດີ
ທຸກຍາກຢ່າບຽດເຈົ້າ ນຳທຳເຂົ້າໃສ່ໃຈ
ບໍ່ລໍ້ລວງຫລອກຕົ້ມ ສົມເປັນຄົນຜູ້ນຶ່ງ
ກືງຕື່ງຕອງລະອຽດແລ້ວ ແນວທີ່ໃຊທ່າງຢູ່ດີ
ກະລຸນນາເກື້ອ ເພື່ອແພ່ຄິດສົງສານ
ຢ່າຄິດທໍລະມານເຂົາ ໃຫ້ເນົ່າຕາຍວາຍຊ້ຳ
ນຳພາເຂົາທັງຍໍຍອ້ງ ໃຫ້ຊູເຂົາທັງຊ່ວຍ
ເຖິງຊີທຸກຍາກໄຮ້ ໃຫ້ເຮົານັ້ນ ເບີ່ງນຳ
ຢ່າຄິດທໍລະມານເຂົາ ໃຫ້ເນົ່າຕາຍວາຍຊ້ຳ
ນຳພາເຂົາທັງຍໍຍອ້ງ ໃຫ້ຊູເຂົາທັງຊ່ວຍ
ເຖິງຊີທຸກຍາກໄຮ້ ໃຫ້ເຮົານັ້ນ ເບີ່ງນຳ
ມຸທິຕາຍິນດີນຳເຂົາພອ້ມ ນອ້ມສັດທາເປັນທີ່ເພີ່ງ
ເຫິງຊິໃດ້ຢູ່ລ້າ ຢ່າມາໃຊ້ທ່າອີດສາ
ຍີນດີກັບເຂົານັ້ນ ດ້ວຍໃຈອັນແຫນ້ນແກ່ນ
ແສນລືໄທທ່ວງນ້າວ ຊາວເຊື້ອໃຫ້ ຄອ່ຍເສີນ
ເຫິງຊິໃດ້ຢູ່ລ້າ ຢ່າມາໃຊ້ທ່າອີດສາ
ຍີນດີກັບເຂົານັ້ນ ດ້ວຍໃຈອັນແຫນ້ນແກ່ນ
ແສນລືໄທທ່ວງນ້າວ ຊາວເຊື້ອໃຫ້ ຄອ່ຍເສີນ
ອຸເປກຂາສຸດທ້າຍ ໃຫ້ປອ່ຍແນ່ຢ່າມົວເມົາ
ເອົາສັກສີຫລືລາຄະ ມາບັນຊາຈິດໃຈຊ້ຳ
ໃຫ້ປອ່ຍວາງລະກຳນັ້ນ ອຸທານຢ່າຫນັ້ນທ່ຽງ
ອານິດຈັງບໍ່ຫມັ້ນ ວັນມື້ ປ່ຽນແປງໃດເນີ
ເອົາສັກສີຫລືລາຄະ ມາບັນຊາຈິດໃຈຊ້ຳ
ໃຫ້ປອ່ຍວາງລະກຳນັ້ນ ອຸທານຢ່າຫນັ້ນທ່ຽງ
ອານິດຈັງບໍ່ຫມັ້ນ ວັນມື້ ປ່ຽນແປງໃດເນີ
ທຳທັງຫລາຍບໍ່ຄວນຫມັ້ນ ມັນເປັນເຫດແຫ່ງກຸສົນ
ຄົນເຮົາກໍ່ເຊັ່ນກັນ ປ່ອຍວາງຍາມເສົ້າ
ຢ່າເອົາຄວມຫວັງຕັ້ງ ນັ່ງລະກຳລຳບາກ
ຍາກປານໃດໃຫ້ແກ່ ບຸນນັ້ນຫາກຊິມີ
ຄົນເຮົາກໍ່ເຊັ່ນກັນ ປ່ອຍວາງຍາມເສົ້າ
ຢ່າເອົາຄວມຫວັງຕັ້ງ ນັ່ງລະກຳລຳບາກ
ຍາກປານໃດໃຫ້ແກ່ ບຸນນັ້ນຫາກຊິມີ
ຜູ້ໃດຖືທຳນິ້ ຊິຈະເລີນເຮືອງຮຸ່ງ
ຫມູ່ພວກພ້ອງພີ່ນອ້ງ ຕາຈອ້ງເບີ່ງເຮົາ
ເຂົາວ່າຄົນທຳໃດ້ ຈະເລີນໄປຫລາຍຊາດ
ທຸກສະຫັວນ ແລະ ຊັ້ນຟ້າ ມີຫນ້າຢູ່ພົບເທີງ
ຫມູ່ພວກພ້ອງພີ່ນອ້ງ ຕາຈອ້ງເບີ່ງເຮົາ
ເຂົາວ່າຄົນທຳໃດ້ ຈະເລີນໄປຫລາຍຊາດ
ທຸກສະຫັວນ ແລະ ຊັ້ນຟ້າ ມີຫນ້າຢູ່ພົບເທີງ
ໃຜຜູ້ລະເມີດຫ້າມ ເມດຕາທຳບໍ່ດີທ່ານ
ມານສັດຕູມາກແທ້ ແປປີ້ນປ່ຽນຜັນ
ແນວຈິດໃຈມະໂນຕັ້ງ ຫລາຍຄົນມີແນວໃຫມ່
ສັດຕູວົງພີ່ນອ້ງ ຄົນບໍ່ຍ້ອງຂາດທຳ
ມານສັດຕູມາກແທ້ ແປປີ້ນປ່ຽນຜັນ
ແນວຈິດໃຈມະໂນຕັ້ງ ຫລາຍຄົນມີແນວໃຫມ່
ສັດຕູວົງພີ່ນອ້ງ ຄົນບໍ່ຍ້ອງຂາດທຳ
ແນວໃດໃຫ້ທຸກທ້າວ ບາບ່າວຫມູ່ເສນາ
ປະຕິບັດຕາມຄຳສອນ ຊິນອນເວັນສະບາຍໃດ້
ໄປໃນການສຸກລົ້ນ ຄົນກໍ່ຊົມຍໍຍື່ນ
ທຸກວັນຄືນຫາກຊິໃດ້ ໃຈເຮົານັ້ນໃຫ້ຊື່ນບານ
ປະຕິບັດຕາມຄຳສອນ ຊິນອນເວັນສະບາຍໃດ້
ໄປໃນການສຸກລົ້ນ ຄົນກໍ່ຊົມຍໍຍື່ນ
ທຸກວັນຄືນຫາກຊິໃດ້ ໃຈເຮົານັ້ນໃຫ້ຊື່ນບານ
No comments:
Post a Comment