I. ສາສະນາພິທີ
ສາສະນາພິທີ ຄື ພິທີທາງສາສນາ ພິທີ ຄື ແບບຢ່າງ, ແບບແຜນທີ່ ຈະປະຕິບັດສາສນາ ຄື ຄຳສັ່ງສອນ ລັດທິຄວາມເຊື່ອ ໃນທີ່ນີ້ຫມາຍເຖິງ ພຣະພຸທທະສາສນາ.ສາສະນະພິທີເກີດຂື້ນ ຫລັງຈາກພຣະພຸທທະເຈົ້າປະກາດພຣະສາ ສນາແລ້ວ ຕໍ່ມາພຣະອົງໄດ້ປະກາດຫລັກສຳຄັນຂອງພຣະພຸທທະສາສນາ ທີ່ເອີ້ນວ່າ: ຫົວໃຈພຣະພຸທທະສາສນາ ດ້ວຍການສະແດງ
ສາສະນາພິທີ ຄື ພິທີທາງສາສນາ ພິທີ ຄື ແບບຢ່າງ, ແບບແຜນທີ່ ຈະປະຕິບັດສາສນາ ຄື ຄຳສັ່ງສອນ ລັດທິຄວາມເຊື່ອ ໃນທີ່ນີ້ຫມາຍເຖິງ ພຣະພຸທທະສາສນາ.ສາສະນະພິທີເກີດຂື້ນ ຫລັງຈາກພຣະພຸທທະເຈົ້າປະກາດພຣະສາ ສນາແລ້ວ ຕໍ່ມາພຣະອົງໄດ້ປະກາດຫລັກສຳຄັນຂອງພຣະພຸທທະສາສນາ ທີ່ເອີ້ນວ່າ: ຫົວໃຈພຣະພຸທທະສາສນາ ດ້ວຍການສະແດງ
ໂອວາດປາຕິ ໂມກ ໃນວັນເພັງເດືອນ 03 ຫລື ມາຄະປຸຣະນະມີ ສຳລັບເປັນຫລັກປະຕິ ບັດຂອງຊາວພຸທໄວ້ 03ປະການຄື:
1. ການບໍ່ເຮັດບາບທັງຫລາຍ 2. ການເຮັດຄວາມດີ 3. ການເຮັດຈິດໃຈໃຫ້ບໍລິສຸດຜ່ອງໃສ.
ຕາມຫຼັກການນີ້
ເມື່ອຊາວພຸດບໍ່ທຳຄວາມຊົ່ວຕ້ອງທຳຄວາມດີນຳ ບໍ່ ແມ່ນຢູ່ເສີຍໆ ແລະ ທີ່ພິເສດກ່ວາສາສໜາອື່ນໆຄື:
ພັດທະນາຈິດຂອງ ຕົນໃຫ້ສູງຂື້ນຈົນເຖິງຂັ້ນບໍລິສຸດ ສາມາດລະກິເຫຼດທັງປວງໄດ້ຢ່າງສູນສ້ຽງ
ຈຶ່ງຊື່ວ່າບັນລຸເປົ້າໝາຍ ໃນພຣະພຸດທະສາສໜາ ທີ່ພຣະພຸດທະເຈົ້າທຸກ ພຣະອົງກ່າວໄວ້ວ່າ:
ນິບພານສູງສຸດ.
ຈາກຫຼັກການເບື້ອງຕົ້ນ
ພຣະອົງຈຶ່ງກ່າວວິທີທຳຄວາມດີໄວ້ ເອີ້ນວ່າ: ບຸນກິລິຍາວັດຖຸ ຄື ຫຼັກການທຳບຸນ 03 ປະການຄື:
1. ທານ ແປວ່າ ການໃຫ້ ໝາຍເຖິງການສະລະສິ່ງຂອງທີ່ເປັນ ປະໂຫຍດ
ໃຫ້ແກ່ຜູ້ອື່ນ.
2. ສິນ ແປວ່າ ປົກກະຕິ ໝາຍເຖິງການຮັກສາກາຍວາຈາໃຫ້ ຮຽບຮ້ອຍ.
3. ພາວະນາ ແປວ່າ ອົບຮົມ, ຈະເລີນ, ເຮັດໃຫ້ມີ ໝາຍເຖິງ ການອົບຮົມຈິດໃຈໃຫ້ສູງຂື້ນ.
ຫຼັກການທຳບຸນທັງ 03 ປະການນີ້ ຈຶ່ງເຮັດໃຫ້ເກີດພິທີກຳຕ່າງໆ ເພື່ອ ຈະໄດ້ເປັນແບບແຜນດຽວກັນເອີ້ນວ່າ:
ສາສນພິທີ ແບ່ງອອກເປັນ 04 ໝວດຄື:
1. ກຸສົນພິທີ ໄດ້ແກ່ ພິທີບຳເພັນກຸສົນ
2. ບຸນພິທີ ໄດ້ແກ່ ພິທີທຳບຸນ
3. ທານພິທີ ໄດ້ແກ່ ພິທີຖວາຍທານ
4. ປະກິນນະກະພິທີ ໄດ້ແກ່ ພິທີອື່ນໆ
ຫຼັກທຳປຽບເໝືອນຕົ້ນໄມ້ສາສນພິທີປຽບເໝືອນມອກຂອງຕົ້ນໄມ້
ຖ້າຕົ້ນບໍ່ມີເປືອກແລະມອກ ກໍ່ຄົງຈະບໍ່ຈະເລີນງອກງາມແລະ ເສົ້າຕາຍໃນ ທີ່ສຸດ ສະນັ້ນ
ສາສນພິທີ ຈຶ່ງຊ່ອຍສືບຕໍ່ອາຍຸພຣະພຸດທະສາສໜາໄດ້
ເພາະເປັນສິ່ງທີ່ຊັກຈູຸງໃຫ້ຄົນເຂົ້າເຖິງແກ່ນທັມ.
11.ກຸສົນພິທີ
ກຸສົນ ແປວ່າ ສະຫຼາດ. ສິ່ງທີ່ຕັດຄວາມຊົ່ວ ໝາຍເຖິງ
ສິ່ງທີ່ດີງາມ ຖືກຕ້ອງຕາມທຳນອງຄອງທຳ ກຸສົນພິທີຈຶ່ງໝາຍເຖິງພິທີກຳ
ທີ່ສະຫຼາດ ສາ
ມາດຕັດຄວາມຊົ່ວໄດ້ຢ່າງງ່າຍດາຍ ແລະ ອົບຮົມຕົນເອງໃຫ້ດີງາມຕາມ
ຫຼັກທັມໃນພຣະພຸດທະສາສໜາໄດ້.
ກຸສົນພິທີ ພິທີບຳເພັນກຸສົລໃນສາສນພິທີນີ້ ມີ 03 ເລື່ອງຄື:
ກຸສົນພິທີ ພິທີບຳເພັນກຸສົລໃນສາສນພິທີນີ້ ມີ 03 ເລື່ອງຄື:
1. ພິທີສະແດງຕົນເປັນພຸທທະມາມະກະ
2. ພິທີວຽນທຽນໃນວັນສຳຄັນທາງພຣະພຸທທະສາສນາ
3. ພິທີຮັກສາອຸໂປສົດ.
1. ການສະແດງຕົນເປັນພຸທທະມາມະກະ.
ພຸທທມາມະກະ ຄື ການຮັບເອົາພຣະພຸທທະເຈົ້າເປັນທີ່ເພິ່ງຂອງ
ຕົນເອງ ຫມາຍເຖິງ ການປະກາດຍອມຮັບນັບຖືພຣະພຸທທະສາສນາ.ພິທີການສະແດງຕົນເປັນພຸທທະມາມະກະ
ມີມາແຕ່ສະໄຫມພຸທ ທະການ
ຈະແຕກຕ່າງກັນຕາມຖານະຜູ້ມາຂໍນັບຖື ຄື:
ນັກບວດນອກສາສນາ
ຫລືຄະລືຫັດຜູ້ປາຖະນາຈະບັນພະຊາອຸປະ ສົມບົດໃນພຣະພຸທທະສາສນາ
ພຣະພຸທທະອົງຈະຊົງຮັບເຂົ້າມາ ດ້ວຍພຣະດຳຣັສວ່າ: “ທ່ານຈົ່ງເປັນພິກຂຸມາເຖີດ
ທັມອັນເຮົາກ່າວ ດີແລ້ວຈົ່ງປະພຶດພຣົມມະຈັນ ເພື່ອທຳທີ່ສຸດແຫ່ງກອງທຸກດ້ວຍດີ ເຖີດ”.
ຜູ້ບັນພະຊາອຸປະສົມບົດກັບພຣະສາວົກ
ຈະບວດດ້ວຍການເຂົ້າ ເຖິງພຣະຣັຕນໄຕຣເທົ່ານັ້ນ
ປັຈຈຸບັນ ການເຖິງພຣະຣັຕນໄຕຣ
ໃຊ້ໃນການບັນພະຊາເປັນສາ ມະເນນ ສ່ວນຍັຕຕິຈຕຸຖະກັມມວາຈາ ໃຊ້ອຸປະສົມບົດເປັນພຣະ ພິກຂຸ
ຄະລືຫັດຜູ້ບໍ່ຢາກບວດ
ກໍ່ຈະປະຕິຍານວ່າ ຂໍເຖິງພຣະຣັຕຕນະ ໄຕຣວ່າເປັນທີ່ເພິ່ງ.
1. ພິທີວຽນທຽນໃນວັນສຳຄັນທາງພຣະພຸທທະສາສນາ
ພິທີວຽນທຽນຫມາຍເຖິງ ການທຳປະທັກສິນຍ່າງວຽນຂວາເພື່ອສະ
ແດງຄວາມເຄົາລົບຕໍ່ພຣະພຸທທະຮູບ ປູຊນີຍະສະຖານ ຫລືພຣະເຈດີໃນ
ວັນສຳຄັນທາງພຣະພຸທທະສາສນາທີ່ຊາວພຸດເຮົາຖືກັນມາມີ 04 ວັນຄື:
ວັນວິສາຂບູຊາ ຫມາຍເຖິງ
ການບູຊາພຣະພຸທທະເຈົ້າໃນວັນເພັງ ເດືອນວິສາຂະ ຄືວັນເພັງ 15 ຄ່ຳເດືອນ 06ຖ້າເປັນປີອະທິກະ ມາສແປດສອງຫົນ ກໍ່ເລື່ອນໄປເປັນ
ວັນເພັງເດືອນ 07 ວັນວິສາຂະບູຊາເປັນວັນຄ້າຍວັນປະສູດ ຕຣັສະຮູ້ ແລະປະຣິນິພພານ
ເຊິ່ງທັງ 03 ຢ່າງແມ່ນກົງກັບວັນເພັງເດືອນ 06 ພໍດີ ຊາວພຸທຈິ່ງ
ນິຍົມທຳການບູຊາໃນວັນນີ້ເປັນພິເສດ.
ວັນອັຖຖມີບູຊາ ຫມາຍເຖິງ
ການບູຊາພຣະພຸທທະເຈົ້າ ໃນວັນ ແຮມ 08 ຄໍ່າ ເດືອນ 06 ຂອງທຸກປີ (ປີອະທິກະມາດກໍ່ຈະເລື່ອນ ໄປເປັນເດືອນ 07) ເຊິ່ງເປັນວັນຖວາຍພຣະເພີງພຣະບໍຣົມມະສົບ
ການບູຊາກໍ່ມີການປະຕິບັດເຊັ່ນດຽວກັບວັນອື່ນໆ
ວັນມາຄະບູຊາ
ຫມາຍເຖິງການບູຊາໃນວັນເພັງ ເດືອນມາຄະ ຄື ວັນເພັງ 15 ຄໍ່າ
ເດືອນ 03ເປັນວັນຄ້າຍວັນທີ່ພຣະພຸທທະເຈົ້າ ສະແດງໂອວາທປາຕິໂມກໃນທ່າມກາງພຣະອະຣິຍະສົງ
ຈຳນວນ
1.250 ອົງ ການປະຊຸມໃນວັນນັ້ນເອີ້ນວ່າ “ຈະຕຸຣົງຄະສັນນິບາດ” ຄືການປະຊຸມປະກອບດ້ວຍອົງ 04 ຄື:ເປັນພຣະອໍຣະຫັນເປັນເອຫິພິກຂຸ
ພຣະພຸທທະອົງຊົງບວດໃຫ້ທັງຫມົດ
ມາປະຊຸມກັນໂດຍບໍ່ໄດ້ນັດຫມາຍ ເປັນວັນເພັງ 15 ຄໍ່າ ເດືອນ 03
ວັນອາສາລະຫະບູຊາ ຫມາຍເຖິງ
ການບູຊາໃນວັນເພັງຂື້ນ15 ຄໍ່າ ເດືອນ 08ກົງກັບວັນຄ້າຍວັນທີ່ພຣະພຸທທະເຈົ້າຊົງສະແດງປະ ຖົມມະເທສສນາ
ຄື ເທສສນາຄັ້ງທຳອິດຊື່ວ່າ ທັມມະຈັກກັປປະ ວັຕຕະສູດ ໂຜດປັນຈະວັກຄີທັງຫ້າ
ເຮັດໃຫ້ເກີດ:ທ່ານພຣະອັນຍາໂກນທັນຍະໄດ້ດວງຕາເຫັນທັມ
ເພິ່ນເປັນພຣະສົງອົງທຳອິດໃນພຣະພຸທທະສາສນາ ມີພຣະຣັຕນະໄຕຣເກີດຂື້ນຄົບ 03 ຄື:
ພຣະພຸທ ພຣະ ທັມ ແລະພຣະສົງ.
3. ພິທີຮັກສາອຸໂປສົດ.
ອຸໂປສົຖ ແປວ່າ ການເຂົ້າເຖິງ ຫມາຍເຖິງການເຂົ້າໄປຢູ່ຮັກ
ສາສີລ 08 ຢ່າງເຄັ່ງຄັດ ເປັນຂໍ້ປະຕິບັດຂອງອຸປາສົກອຸປາສິກາ
ຜູ້ມີສັທທາ
ຕ້ອງການຝຶກຝົນພັທທະນາຈິດໃຈຂອງຕົນໃຫ້ສູງຍິ່ງໆຂຶ້ນໄປ ມີ 03 ຢ່າງ ຄື:
1. ປົກກະຕິອຸໂປສົຖ ການຮັກສາພຽງວັນຫນຶ່ງ ແລະຄືນຫນຶ່ງ.
2. ປະຕິຊາຄະຣະອຸໂປສົຖ ຄື ການຮັກສາຢ່າງພິເສດຄັ້ງລະ 03 ວັນ ຄື ວັນຮັບ 01 ວັນ ຮັກສາ 01 ວັນ ແລະວັນສົ່ງ01 ວັນ.
1. ປະຕິຫາຣິກປັກຂະອຸໂປສົດ ຄືການຢູ່ຈຳອຸໂປສົດເປັນເວລາ 03 ເດືອນພາຍໃນພັນສາຫຼື 04 ເດືອນຕະຫຼອດລະດູຝົນເປັນ ອຸໂປສົດ
ທີ່ກຳນົດໄວ້ປະຈຳແຕ່ລະປີ ມີກິດທຸລະຫຼາຍຈຶ່ງບໍ່ຄ່ອຍມີຜູ້ຖືອຸໂປສົດຊະນິດນີ້.
ຜູ້ຕັ້ງໃຈຈະຮັກສາອຸໂປສົດຊະນິດໃດຕ້ອງກຽມຕົວໃຫ້ພ້ອມ
ແລ້ວໄປ ວັດເພື່ອສະມະທານອຸໂປສົດ ແລະ ຮັກສາ ຫຼື ຈະເວົ້າວາຈາ
ອະທິຖານອຸໂປ ສົດດ້ວຍຕົນເອງກໍ່ໄດ້ວ່າ:
ອະທິຖານອຸໂປ ສົດດ້ວຍຕົນເອງກໍ່ໄດ້ວ່າ:
“ອິມັງອັດຖັງ ຄະສະມັນນາຄະຕັງ ພຸດທະປັນຍັດຕັງອຸໂປສະຖັງ ອິມັນ
ຈະຣັດຕິ ອິມັນຈະທິວວະສັງ ສຳມະເທວະອະພິຣັກຂິຕຸງ ສະມາທິຍາມິ” ແປວ່າ: ຂ້າພະເຈົ້າຂໍສະມະທານອຸໂປສົດ ທີ່ພຣະພຸດທະເຈົ້າ
ບັນຍັດໄວ້ ພ້ອມທັງອົງ 08 ນີ້ເພື່ອຮັກສາ
ໃຫ້ດີບໍ່ໃຫ້ຂາດ ບໍ່ໃຫ້ທຳລາຍຕະຫຼອດ ຄືນນີ້ແລະວັນນີ້ເທີ້ນ.
ໃຫ້ດີບໍ່ໃຫ້ຂາດ ບໍ່ໃຫ້ທຳລາຍຕະຫຼອດ ຄືນນີ້ແລະວັນນີ້ເທີ້ນ.
1.2. ບຸນພິທີ.
ບຸນພິທີໝາຍເຖິງ ພິທີກຳກ່ຽວກັນການທຳບຸນໃນພຣະພຸດທະສາສໜາ
ໃນທີ່ນີ້ເນັ້ນສະເພາະແມ່ນເລື່ອງການທຳບຸນ ກ່ຽວກັບປະເພນີ ໃນຄອບຄົວ
ເຊັ່ນ: ເພື່ອສະເຫຼີມສະຫຼອງ
ເພື່ອຄວາມເປັນສິລິມຸງຄຸນ ແລະ ກ່ຽວກັບການ ຕາຍມີ 02 ປະເພດຄື:
1. ທຳບຸນງານມຸງຄຸນ
2. ທຳບຸນງານອະວະມຸງຄຸນ
ງານມຸງຄຸນເຊັ່ນ: ຂື້ນເຮືອນໃໝ່, ແຕ່ງງານ
ນິຍົມນິມົນພຣະສົງຈຳ ນວນຄີກຄື: 05,07,09 ອົງ ເອີ້ນວ່າ: ອາລາດທະນາສູດພະພຸດ
ທະມົນ ແລະ ນິຍົມເຮັດນ້ຳພຸດທະມົນອີກດ້ວຍ.ງານອະວະມທຸງຄຸນເຊັ່ນ: ເຮັດບຸນໜ້າສົບ, ເຮັດບຸນອັດຖະ ນິຍົມມົນ ພຣະສົງຈຳນວນ
ຄູ່ຄື: 06, 08 ,10 ອົງເອີ້ນວ່າ: ອາລາດທະນາສູດ ພຸດທະ ມຸນ ກຽມພູສາໂຍງ ຫຼື ສາຍໂຍງເພື່ອບັງສະກຸນບໍ່ຕັ້ງຂັນນ້ຳພຸດທະມົນ.
ທະມົນ ແລະ ນິຍົມເຮັດນ້ຳພຸດທະມົນອີກດ້ວຍ.ງານອະວະມທຸງຄຸນເຊັ່ນ: ເຮັດບຸນໜ້າສົບ, ເຮັດບຸນອັດຖະ ນິຍົມມົນ ພຣະສົງຈຳນວນ
ຄູ່ຄື: 06, 08 ,10 ອົງເອີ້ນວ່າ: ອາລາດທະນາສູດ ພຸດທະ ມຸນ ກຽມພູສາໂຍງ ຫຼື ສາຍໂຍງເພື່ອບັງສະກຸນບໍ່ຕັ້ງຂັນນ້ຳພຸດທະມົນ.
1.3 ທານພິທີ
ທານພິທີຄື: ທິທີຖວາຍທານຕ່າງໆ ຜູ້ຖວາຍເອີ້ນວ່າທາຍົກ
ສິ່ງຂອງທີ່ ຖວາຍເອີ້ນວ່າ: ທານ ວັດຖຸຜູ້ຮັບເອີ້ນວ່າ: ປະຕິຄາຫົກ ທານວັດຖຸຄືກະ
ຕູທີ່ຄວນໃຫ້ເປັນທານມີ 10 ຢ່າງຄື:
1. ອັນນັງ ໄດ້ແກ່: ພັດຕາຫານ
2. ປານັງ ໄດ້ແກ່: ນ້ຳເຄື່ອງດື່ມ
3. ວັດຖັງ ໄດ້ແກ່: ຜ້າ ເຄື່ອງນຸ່ງຫົ່ມ
4. ຍານັງ ໄດ້ແກ່: ຍານພາຫະນະ ລວມທັງຄ່າພາຫະນະ
5. ມາລາ ໄດ້ແກ່: ມາໄລ ແລະດອກໄມ້ເຄື່ອງບູຊາຕ່າງໆ
6. ຄັນໂທ ໄດ້ແກ່: ຂອງຫອມທູບບູຊາພຣະ
7. ວິເລປະນັງ ໄດ້ແກ່: ເຄື່ອງທາຂອງຫອມມີສະບູເປັນຕົ້ນ
8. ເສີຍຍັງ ໄດ້ແກ່: ເຄື່ອງນອນທີ່ສົມຄວນແກ່ສະມະນະ
ຕະວະສະຖັງ ໄດ້ແກ່:
ທີ່ຢູ່ອາໄສມີກຸດຕິເສນາສະນະ ແລະອຸປະ ກອນເສນາສະນະ ມີ
10. ປະທີເປີຍຍັງ ໄດ້ແກ່: ເຄື່ອງຕາມປະທີ ມີຕະກຽງ,ໄຟຟ້າເປັນຕົ້ນ
ທານມີສອງປະເພດຄື:
1. ປະຕິບຸກຄະລິກທານ ການຖວາຍເຈາະຈົງພຣະຮູບໃດຮູບໜຶ່ງ
2. ສັງຄະທານ
ການຖວາຍແກ່ສົງໃຫ້ເປັນຂອງກາງ.
ການຖວາຍວັດຖຸ 10 ສົງເຄາະເຂົ້າໃນປັຈຈັຍ 04 ຂອງບັນພຣະຊິດຄື: ຈີວອນ,ບິນທະບາດ,ເສນາສະນະ,ຄີລະນະເພສັຊ.ທານແບ່ງຕາມເວລາທີ່ຖວາຍມີ 02 ຄື:
1. ກາຣທານຄື: ຖວາຍຕາມກາຣະເຊັ່ນກະຖິນ ຜ້າຈຳນຳພັນສາ
2. ອະກາຣະທານຄື: ຖວາຍໄດ້ທຸກລະດູການເຊັ່ນ:ຜ້າປ່າ, ເສນາສະ
ນະເປັນຕົ້ນ.
1.4. ປະກິນນະກະພິທີ.
ໄດ້ແກ່ພິທີອື່ນໆ...
ຫຼັກທຳປຽບເໝືອນຕົ້ນໄມ້ສາສນພິທີປຽບເໝືອນມອກຂອງຕົ້ນໄມ້
ຖ້າຕົ້ນບໍ່ມີເປືອກແລະມອກ ກໍ່ຄົງຈະບໍ່ຈະເລີນງອກງາມແລະ ເສົ້າຕາຍໃນ ທີ່ສຸດ ສະນັ້ນ
ສາສນພິທີ ຈຶ່ງຊ່ອຍສືບຕໍ່ອາຍຸພຣະພຸດທະສາສໜາໄດ້
ເພາະເປັນສິ່ງທີ່ຊັກຈູຸງໃຫ້ຄົນເຂົ້າເຖິງແກ່ນທັມ.
4.1. ວິທີຂາບພຣະທີ່ຖືກຕ້ອງ.
ການຂາບ ຫລື ໄຫວ້ພຣະເປັນການສະແດງອອກເຖິງຄວາມເຄົາ
ລົບນອບນ້ອມຕໍ່ເພິ່ນ ເຊິ່ງເປັນຜູ້ປະຕິບັດດີປະຕິບັດຊອບ ມີ 03 ວິທີຄື:
1. ອັນຊະລີ: ການປະນົມມື
ນິຍົມສະ ແດງເມື່ອຟັງພຣະເທສ ຫລືສູດ ມົນ.
2. ວັນທາ: ຫລື ນະມັດສະການ ການ ໄຫວ້ນິຍົມສະແດງຂະນະນັ່ງຕັ່ງ
ຫລື ຢືນ
3. ອະພິວາດ: ການຂາບ ນິຍົມຂາບ ດ້ວຍອົງ 05 ທີ່ເອີ້ນວ່າ: ເບັນຈາງຄະ ປະດິດ ຄື ຫນ້າຜາກຫນຶ່ງ ຟາມືສອງ ເຂົ່າສອງ
ຈະສະແດງ ຄວາມເຄົາຣົບ ນີ້ ຂະນະນັ່ງກັບພື້ນ ຜູ້ຊາຍນັ່ງທ່າ ເທບພະບຸດ
ຜູ້ຍິງນັ່ງທ່າເທບທິດາ ແລ້ວຂາບໃຫ້ອົງ 05 ຈຸກັບພື້ນ.



No comments:
Post a Comment