Sunday, February 23, 2014

ສູ່ຂວັນຄົນປ່ວຍ

l. ສູ່ຂວັນຄົນປ່ວຍ
ສີສີ ໄຊຍະມັງຄະລັງ ພະວະຕຸ ທີຄາຍຸໂກ ໂຫຕຸ ອະເນກສວັສດີ ປາງເມື່ອພຣະມຸນີຜາບແພ້ຝງມານ ພຣະພູບານຕົນວິເສດ ຮູ້ເຫດຮ້ອນຄຳກັງວົນ ໃນເມືອງຄົນແລະຊັ້ນຟ້າ ມີໜ້າເສົ້າໂສກເຫຼືອຫຼາຍ ສັດເຈັບຕາຍມວນມາກ ເຈົ້າພູມິພາກຄິດສົງສານສັດຢູ່ໄຈ້ໆ ພຣະຈຶ່ງໄດ້ທິບພອນ ເພື່ອໃຫ້ຫາຍກັງວົນແລະເດືອດຮ້ອນ ເປັນຕົ້ນວ່າ ສັບພະທຸກ ສັບພະໂສກ ສັບພະໂຣກ ສັບພະພັຍ ສັບພະຈັງໄຮ ເຈັບໄຂ້ພາຍໃນແລະພາຍນອກ ໃຫ້ຫາຍອອກແວນໄກ ຕົກໜີໄປຟາກຟ້າ ໃຫ້ຜູ້ຂ້າຮຽກເອົາຂວັນ ທັງມວນເຂົ້າມາສູ່ຢູ່ໃນຕົນ ຄົນເຈັບໄຂ້ລວມໄດ້ສາມສິບສອງ ຕາມທຳນອງແຕ່ເກີດ ຂວັນກຳເນີດສາມສິບສອງ ໃຫ້ມາຢູ່ຄອງໃນເນື້ອ ມື້ນີ້ວັນນີ້ ວ່າມາເຢີຂວັນເອີຍ ຂວັນຫົວໃຫ້ມາຢູ່ຫົວປັກປິ່ນເກົ້າ ນ້ຳມັນເຂົ້າທາຫອມ ຂວັນຂົນຕາແລະຂວັນຄິ້ວ ຂວັນນິ້ວຊ້າຍແລະຝ່າຍຂວາ ຂວັນບາທາທັງຄູ່ເກີບແກ້ວຢູ່ຮັບຮອງ ເຈົ້າຢ່າວອງພາດ່ວນ ຟ້າຮ້ອງຮ່ວນຮີບກັບມາ ມາຢູ່ຕາສອງກ້ຳ ເຈົ້າຢ່າລິງລ່ຳຫຼິ້ນແລດູດາຍ ເຊີນຂວັນເຈົ້າມາຢູ່ກາຍທຸກແຫ່ງ ຂວັນແຂ່ງແລະຂວັນຂາ ກໍໃຫ້ມາສາມື້ນີ້ວັນນີ້ ວ່າມາເຢີຂວັນເອີຍ ຂວັນປາກໃຫ້ມາຢູ່ປາກຢ່າເພີ້ຈົ່ມຫລົງໄຫລ ຂວັນຫົວໃຈພາທ່ຽວໄປໄກ ໃຫ້ເຈົ້າມາສາມື້ນີ້ວັນນີ້ ເຊີນຂວັນເຈົ້າມາລີ້ຢູ່ໃນເຮືອນ ຂວັນປີເດືອນໃຫ້ມາເຕົ້າ ຂວັນເກດເກົ້າແລະເກສາ ຂວັນນາສິກແລະຂວັນດັງ ຂວັນມືຜູກທັງສອງ ຜີປອງເອົາມັດໄວ້ ກໍໃຫ້ມາສາມື້ນີ້ວັນນີ້ ຂວັນຫູໃຫ້ມາຢູ່ຫູສອງກ້ຳ ຂວັນເຈົ້າໄປທ່ຽວຖ້ຳພູຜາ ນຳນາຄາແລະຄຸດນາຄ ຂ້ອຍຈັກເຊີນເອົາເຈົ້າພູມິພາກຊ່ອຍຮຽກເອົາຂວັນ ວ່າມາເຢີຂວັນເອີຍ ຂວັນແຂ້ວໃຫ້ມາຢູ່ແຂ້ວເປັນແຖວ ຂວັນແອວແລະຂວັນທ້ອງນ້ອຍ ຂວັນນິ້ວກ້ອຍໃຫ້ມາສຸບແຫວນ ຂວັນຄໍຄາງແລະໄຫລ່ໜ້າ ກໍໃຫ້ມາໂຮມເຂົ້າຢູ່ປະຈຳ ເອຫິ ມະມະ ອາຄັສສາຫິ ຂວັນເຈົ້າຈົ່ງມາໃນມື້ນີ້ວັນນີ້ ຂວັນເຈົ້າມາຮອດແລ້ວຢ່າໄດ້ທ່ຽວໄປມາ ຕາມມັກຄາເຫວຫ້ວຍ ຂວັນເຈົ້າໄປຕັກນ້ຳປະເທດທ່າເມືອງຜີ ຂວັນເຈົ້າໄປທ່ຽວໃນຄີຣີປ່າໄມ້ ຜີຈັບໄວ້ກໍໃຫ້ມາ ຂວັນເຈົ້າໄປລີ້ຢູ່ເມືອງຜີມະເຫສັກເອົາໄວ້ ຂ້ອຍຈັກເຊີນພຣະແກ່ນໄທ້ໂລກະບານ ກັບທັງທ້າວມັກຂະວານຜູ້ວິເສດ ມາຊ່ອຍປອງຮຽກເອົາຂວັນ ກໍໃຫ້ມາສາ ວ່າມາເຢີຂວັນເອີຍ ຂວັນເຈົ້າໜີໄປໄຮ່ກໍໃຫ້ມາ ຂວັນເຈົ້າໜີໄປນາຕາແຮກກໍໃຫ້ມາ ຂວັນເຈົ້າໄປຕິດຄາກົງເຫລັກໃຫຍ່ ກໍໃຫ້ມາສາມືຶ້ນີ້ວັນນີ້ ຂວັນເຈົ້າໄປທ່ຽວຫຼິ້ນໃນປ່າຄາ ຂວັນເຈົ້າໄປທ່ຽວປ່າຊ້າໃນເມືອງຜີ ຍັກຂີນີຜູກໄວ້ ກໍໃຫ້ມາວ່າມາເຢີຂວັນເອີຍ ຂວັນເຈົ້າໄປກິນເຫຼົ້າເມົາມົວລົ້ມທ່າວ ກໍໃຫ້ມາສາມື້ນີ້ວັນນີ້ ມາຢູ່ລີ້ໃນເຮືອນຕົນ ຄຳກັງວົນບໍ່ມົ້ວ ຂວັນຫົວເຈົ້າຢ່າໄດ້ຄົ່ວກາງຄືນ ເດືອນມືດເຈົ້າຢ່າທ່ຽວຂ້ຽວຄ່ຳ ເດືອນດຳເຈົ້ຢ່າໄດ້ທ່ຽວຫລິ້ນ ກາງເວັນຢ່າທຽວທ່ອງ ມາຢູ່ຫ້ອງຫໍແກ້ວຊຸ່ມເຢັນ ວ່າມາເຢີຂວັນເອີຍ ໃຫ້ເຈົ້າມາຢູ່ເຮືອນພື້ນແປ້ນສັງກະສີມຸງໜາ ມາຢູ່ເຮືອນພື້ນຊີເມັນກະເບື້ອງປູຖີ່ ມາຮອດແລ້ວຂວັນເຈົ້າຢ່າໄດ້ທ່ຽວໂຄຈອນ ເດິກອອນຊອນຂວັນເຈົ້າຢ່າໄດ້ທ່ຽວບ້ານ ຂີ້ຄ້ານໃຫ້ເຈົ້ານອນເຮືອນນອນຊານນຳພໍ່ແມ່ ດອມລູກດອມເຕົ້າ ໃຫ້ເຈົ້າມາກິນເຂົ້າຂຸນແຕ່ງໃສ່ພາ ຂອງມວນມາພ້ອມທຸກສິ່ງ ຂຸນຈັດຫາເດົາດາແຕ່ງໄວ້ແລ້ວ ວ່າມາເຢີ ຂວັນເອີຍ....ເຊີນເຈົ້າເຂົ້າມາຫາກາຍາຄົນປ່ວຍໄຂ້ ເຈົ້າຢ່າໄດ້ເລ່ລ້ອນຈົ່ງພະລັນມາ ເຈົ້າບໍ່ມາເທວະດາຊິຕາມເອົາເຈົ້າມາແລ້ວ ເຈົ້າບໍ່ຕ່າວມື້ນີ້ນາງນາດນ້ອຍທໍຣະນີ ຈັກໄປຜູກເຈົ້າໄລ່ເອົາຂວັນ ຝູງເທວະດາທຸກໝູ່ ສະພູ່ພ້ອມຄອຍນາງ ວ່າມາເຢີຂວັນເອີຍ ມາກິນເຂົ້າພາເງີນຕົກແຕ່ງໄວ້ແລ້ວ ພາຄຳແປງແຕ່ງແລ້ວ ພາແກ້ວແລະພາທອງ ເຊີນເຈົ້າມາຢູ່ຫ້ອງ ສເວີຍພາເທວະຣາຊ ຢ່າຄາດແຄ້ວແລ່ນໜີ ຂອງດີມີທຸກຢ່າງ ເຊີນເຈົ້າມາຢູ່ປາງແກ້ວດອມໝູ່ວົງສາ ທັງຕາຍາຍພໍ່ແມ່ ທັງເຖົ້າແກ່ລູກຫລານເຫລັນ ທັງງົວຄວາຍແລະຊ້າງມ້າ ຂ້ອຍຂ້າພ້ອມໝູ່ທາສາ ວ່າມາເຢີຂວັນເອີຍ ມາຮອດແລ້ວໃຫ້ຍິນດີສີຊົມຊື່ນ ລາບລື່ນລົ້ນຢູ່ສະບາຍ ຫາຍໂພຍພັຍທຸກໂສກ ວິບປະໂຍກໜັກໜາ ຂໍໃຫ້ຫາຍໂຣຄາພະຍາດຮ້າຍ ເຈັບແຄ່ງໃຫ້ລາ ເຈັບຂາແລະປວດທ້ອງ ເຈັບທີ່ທ້ອງກະເພາະແລະລຳໄສ້ຢູ່ໃນໂຕ ປວດຫົວແລະປວດໄຫລ່ ເຊີນຂວັນເຈົ້າໄຕ່ເຕົ້າເຂົ້າມາຄີງ ໃຫ້ຫາຍໂພຍພັຍພະຍາດ ທັງອຸບາດແລະອົນຕາຍ ທັງພາຍໃນແລະພາຍນອກ ຂວັນເຈົ້າອອກກໍໃຫ້ມາ ວ່າມາເຢີຂວັນເອີຍ ມາຮອດແລ້ວເຈົ້າຢ່າໜີ ໃຫ້ພັນປີຍາວຍິ່ງ ຂວັນແກ້ວກິ່ງຈົ່ງມາ ຟາກນ້ຳກໍໃຫ້ມາ ຟາກຟ້າກໍໃຫ້ຂ້ວມ ມາຮ່ວມທ້ອງເຄຫາ ອຸອະ ມຸມະ ຊະຍະຕຸ ພະວັງ ຊະຍະມັງຄະລັງ ໂສຕຖິ ເຕ ໂຫຕຸ ສັພພະທາ ແຕ່ນີ້ໄປເມືອໜ້າ ຂວັນເຈົ້າໃຫ້ຢູ່ໝັ້ນຍືນນານ ຕລອດການອາຍຸໄຂ ໃຫ້ຂວັນເຈົ້າໝັ້ນເໝືອນດັ່ງເຂົາຈັກກະວານ ໃຫ້ເຈົ້າໝັ້ນທ່ຽງເໝືອນພຣະນິພພານຢ່່າຄາດແຄ້ວ ຢູ່ໝັ້ນແລ້ວສວັສດີ ທີຄາ ຍຸໂກ ໂຫຕຸ ສັພພະທາ ອະໂຣຄະ ພະຍາ ເວຣາ ໂສກາ ສັຕຕຸ ຈຸປັທທະວາ ອະເນກາ ອັນຕະຣາຍາປິ ວິນນັສສັນ ຕຸ ອະເສສະໂຕ ກໍ່ຂ້າເທີ້ນຯ



No comments:

Post a Comment