Sunday, February 23, 2014

ສູ່ຂວັນນາຄ(ນາຄ ອ່ານວ່າ ນາກ)

l. ສູ່ຂວັນນາຄ(ນາຄ ອ່ານວ່າ ນາກ)
     ສີສີ ຊະຍະມັງ ຄະລະນາຄີ ສວັສດີຍາວໂຍດ ເຄາະຮ້າຍໂຫດຫາຍໜີ ອັນຕຣາຍຣາຄີຫາຍສ່ວງ ເຂັດຂວງຮ້າຍສູນໜີ ເຄາະເຂັນມີວິນາດ ບໍຣິສາດໜີໄກ ພຸດທາໄປຊົ່ມແພ້ເດຊະຝູງມານ ທັມບັນດານຜັນຖີບ ເຄາະຫາຍຮີບເຊໜີ ສັງຄາຕີຝູງຮ້າຍ ເດຊະຍ້າຍຝູງເຂັນ ຢ່າໄດ້ເປັນອັນຕຣາຍສັງຈັກສິ່ງ ທຸກຮ້າຍຍິ່ງທຽມຕົນ ໃຈກັງວົນເດືອດຮ້ອນ ສັບພະເຄາະຂ້ອນຫາຍເສັຽ ອັດຊະ ກາລະຍາມນີ້ ມື້ນີ້ ເວລາວັນນີ້ (ໃຫ້ຕີຄ້ອງ ໓ ເທື່ອ).
     ສີສີສິດທິມັງຄະລະ ສຸພະສວັສດີພິເສດ ອະດິເຣກໄຊສີ ສວັສດີຈົ່ງມີແກ່ຝູງຂ້າທັງຫຼາຍ ທັງນໍຣະເທພານາຄຄຸດ ເທວະບຸດ ເທພະຍູດາ ອິນທາ ພຣົມຍົມມະຣາຊ ຈະຕຸຣາທັງສີ່ ທຸກທີ່ພ້ອມຈັກກະວານ ກັບທັງພູມສະຖານເຈົ້າທີ່ ຈຶ່ງພ້ອມກັນມາຊົມຊື່ນຍິນດີ ເຊິ່ງມັງຄະລາຣາສີອັນວິເສດ ວັນນີ້ພຣະເກດເກົ້າເຂົ້າສູ່ຣາສີ ເປັນວັນດີສຸດຂນາດ ອິນທະພາດພ້ອມຕຣີຍາງ ທັງນາວາງຄາດຄູ່ ພ້ອມກັນຢູ່ຊອນລອນ ອາທິດຈອນຈັນທະຣືກ ອັງຄານຖືກມະຫາໄຊ ພຸດພະຫັດໄປເປັນວິໂຍກ ສຸກເສົາໄດ້ອະມຸດຕະໂຊກພ້ອມລັກຂະນາ ມື້ນີ້ຕາມຕຳນານວ່າ ໄດ້ເລີກຖືກໜ່ວຍຊື່ວ່າອຸດຕະມະຣາສີ ເປັນວັນດີ ວັນດິຖີອະມຸດຕະໂຊກ ອຸດຕະມະໂຍກ ອຸດຕະມະຣາຊາ ອຸດຕະມະໄຊຍາ ອຸດຕະມາະເສດຖາ ມື້ນີ້ເປັນວັນລາພະອັນລ້ຳເລີດປະເສີດມຸງຄຸນ ປຸນແປງດີແຕ່ງແລ້ວ ພາຂວັນແກ້ວຍົກຍໍມາ ມີທັງທ້າວເສນາແລະອຳມາດ ນັກປຣາຊພ້ອມມວນມາ ທັງລູງຕາແລະພໍ່ແມ່ ເຖົ້າແກ່ແລະວົງສາພີ່ນ້ອງ ມາພ່ຳພ້ອມຊອນລອນກັນທຸກຖ້ວນໜ້າ ໄຫລຫລັ່ງເທມາ ທັງຍິງຊາຍແລະສາວບ່າວ ໃຈຄິດອ່າວຍິນດີ ເພື່ອຈັກບາສີເຈົ້ານາຄ ເຈົ້າຈັກໄດ້ພັດພາກຫ້ອງເຄຫາ ຈັກໄດ້ລາປິຕາມານດາອອກໄປບວດ ສ້າງຜນວດໃນພຣະສາສນາ ເຈົ້າກໍຄິດເຫັນສັງຂາຣາເປັນທຸກຂັງ ອະນິດຈັງ ອະນັດຕາບໍ່ໝັ້ນທ່ຽງ ຮູ້ບິດງ່ຽງປ່ຽງໄປມາ ເປັນອະນິດຈາບໍ່ເລີກແລ້ວ ບໍ່ໄດ້ວ່າໜຸ່ມນ້ອຍເຖົ້າແກ່ແລະຊະຣາ ຮູ້ບັງເກີດໂຣຄາແລະພະຍາດ ບໍ່ໄດ້ຂາດຈາກມໍຣະນາ ເຈົ້າກໍຄິດເຖືງຄຸນບິດາມານດາໄດ້ລ້ຽງມາເປັນອັນຍາກ ລ້ຽງລຳບາກທຸກວັນຄືນ ແຕ່ຢູ່ໃນອຸທອນທ້ອງແມ່ ລຳບາກແທ້ເຫີງນານ ເຈຽຣະການໜັກໜ່ວງທ້ອງ ກິນຂອງເຜັດແສບຮ້ອນແມ່ກໍຄ່ອຍພຽນ ເຈົ້າກໍຢູ່ໄດ້ສິບເດືອນ ບໍຣະບວນຖ້ວນທົສມາດ ແລ້ວເຈົ້າກໍຄລາດແຄ້ວອອກຈາກທ້ອງແມ່ມານດາ ມົ້ມທ້ອງມາເລີດແລ້ວ ລູກແກ້ວແມ່ເປັນຊາຍ ຝູງຕາຍາຍກໍຊົມຊື່ນ ຍໍຍົກຍື່ນເຈົ້າອອກມາ ລາງຄົນຫາໄມ້ໄດ້ແລ້ວ ຈຶ່ງຕັດສາຍແຫ່ແຜ່ສາຍບື ລາງຄົນຖືບວຍນ້ຳມາລ້າງ ລາງຄົນຈຶ່ງເອົາຜ້າຜືນກວ້າງມາຕູ້ມຫໍ່ ແມ່ກໍຍົກເຈົ້າໃສ່ໃນອົກຍົກໃສ່ໃນເພົາ ແມ່ຈຶ່ງເອົາເຂົ້າປ້ອນແລວັນແລສາມຄາບ ອາບນ້ຳແລວັນແລສາມທີ ແມ່ກໍຂັດສີແລະລູບໄລ້ ແມ່ກໍເອົາໃຈໃສ່ທຸກຄ່ຳເຊົ້າບໍ່ມີຄາ ຄັນວ່າເຖີງຣະດູປີໃຫມ່່ມາຮອດແລ້ວ ຟ້າແຜດຮອ້ງສຽງດັງ ແມ່ກໍອູ້ມເຈົ້າໃສ່ໃນອົກ ຍົກເຈົ້າເຂົ້າໃສ່ໃນອູ່ ອູ້ມຊະຊູ່ກິນນົມ ແມ່ກໍຊົມລູກແກ້ວ ລ້ຽງໃຫຍ່ແລ້ວພໍແລ່ນໄປມາ ຕາມພາສາເດັກອ່ອນ ຊະຊອນໜ້າແລ້ວໃຫຍ່ເປັນຄົນ ຄຳກັງວົນຄັ່ງແຄ້ນ ໜັກໜ່ວງແນ້ນໃນໃຈ ຄິດອາໄລບໍ່ແລ້ວ ຄິດແຄ້ວໆຢາກໄປບວດໃນພຣະສາສນາ ຄິດເຖີງຄຸນມານດາເປັນອັນຍິ່ງ ເຈົ້າກໍຈິ່ງອຳລາ ອຸດສາຫະເຂົ້າມາບວດ ສ້າງຜນາດເປັນສາມະເນນ ເຂົ້າຮຽນສິກຂາບົດທົສທັມໄດ້ແລ້ວ ອາຍຸໄດ້ຊາວປີຄັກແນ່ ຝູງພໍ່ແມ່ຈຶ່ງຈັດຫາ ບອກສັດທາເຖີງຍາຕິພີ່ນ້ອງ ຕາມພວກພ້ອງມິດສະຫາຍ ບາງພ່ອງມີສັດທາຫລາຍໄດ້ເສື່ອສາດ ເປັນຂອງອາສນາປູນອນ ບາງພ່ອງມີສັດທາ ໄດ້ຈີວອນແລະຜ້າພາດ ບາງພ່ອງໄດ້ຜ້າອາດທັງໄຕຣ ດ້ວຍໃຈໃສສຸດຂນາດ ບາງພ່ອງໄດ້ບາຕແລະຜ້າສະບົງ ບາງພ່ອງໄດ້ຖົງແລະນ້ຳເຕົ້າ ໄມ້ເທົ້າແລະຄັນຕາລະບັດ ມີດຕັດແລະກ່ອງເຂັມ ດິນສໍແລະບໍຣິຂານບໍຣິໂພກ ບາງພ່ອງໄດ້ໂຕກຖ້ວຍແລະຄັນທີ ເຫລັກຈານດີອັນຄົມກ້າ ກັບທັງເສື່ອສາດອາສນາ ທັງຄິລາແລະໝ້ຽງໝາກ ດູຫລາກດ້ວຍບໍຣິຂານ ເປັນຂອງທານອັນລ້ຳຍິ່ງ ເພື່ອຢາກເຫັນພຣະແກ້ວຍິ່ງຈອມໄຕຣ ຂໍຢ່າໄດ້ທົວຣະໄວຢູ່ໃນໂລກ ຂໍໃຫ້ພົ້ນຈາກໂສກໂສກາ ຂໍໃຫ້ໄດ້ເກີດໃນຕຸສິຕາລ້ຳເລີດ ເມືອງແກ້ວເກີດນິຣະພານ ເປັນທີ່ສຸກສຳຣານລືເດດ ຂໍໃຫ້ພົ້ນຈາກທຸກຂະເວທນາຢູ່ສວັສດີ ສັຕຕະທັັມມາ ວຸຖິທັມທັງເຈັດປະການ ຄື ອາຍຸ ວັນນະ ສຸຂະ ພະລະ ອາໂຣຄະຍະຖ້ວນໜ້າ ປະຕິພານະຖ້ວນຫົກ ອະທິປະໄຕຍະຖ້ວນເຈັດ ຈົ່ງສະເດັດເຂົ້າມາຮັກສາ ກໍ່ຂ້າເທີ້ນ (ຕີຄ້ອງ ໓ ເທື່ອ)
     ສີສີ ສຸມັງຄະລະສຸຂະສວັສດີ ບັດນີ້ ຂ້ອຍຈັກເຊີນເອົາຂວັນສົມສີເຈົ້ານາຄໃຫ້ມາເຕົ້າ ວັນນີ້ຂ້ອຍຈັກເຊີນເອົາຂວັນນາຄເຈົ້າເຂົ້າມາໂຮມ ອັຊຊະ ໃນວັນນີ້ ວ່າມາເຢີຂວັນເອີຍ ຂວັນເຈົ້າໄປຢູ່ໃນນ້ຳນຳປາ ໃຫ້ມາສາມື້ນີ້ ຂວັນເຈົ້າໄປຢູ່ໃນນາຕ່າງດ້າວ ກໍໃຫ້ມາສາມື້ນີ້ ຂວັນເຈົ້າໄປຢູ່ນຳທ່ານອິນສວນ ກໍໃຫ້ມາສາມື້ນີ້ ຂວັນເຈົ້າໄປຊົມສາວອ່ອນນ້ອຍ ຊະຊື່ນຊ້ອຍໂສພາ ກໍໃຫ້ມາສາມື້ນີ້ ວ່າມາເຢີຂວັນເອີຍ ເຈົ້າຢ່າໄດ້້ໄປຊົມຊະນີ້ໄກ່ຂັນແຈ້ວໆຢູ່ຄູຫາ ຢ່າໄດ້ໄປຊົມທວຍຄຳແລະເນື້ອເຖື່ອນ ຢ່າໄດ້ໄປເປັນເພື່ອນຝູງຜີ ຂວັນເຈົ້າໄປເດີນຄີຣີນອກເຂດ ຂວັນຢ່າໄດ້ໄປເດີນປະເທດທ່ຽວທາງໄກ ຢ່າໄດ້ຫລົງໄຫລຊົມພົງໄພແລະປ່າໄມ້ ຢ່າໄດ້ໄປຫຼິ້ນນຳໝູ່ລີງລົມ ຢ່າໄດ້ຊົມລີງຄ່າງເຖົ້າ ໝູ່ນົກເຄົ້າແລະເສືອສິງ ຄວາຍກະທິງແລະແຮດຊ້າງ ຢ່າໄດ້ຫລົງເຂົ້າຖ້ຳກວ້າງໝູ່ຄູຫາ ທັງວັງປາແລະສະໃຫຍ່ ຊື່ນຊ້ອຍໃສ່ມາຍາ ດູຕະການງາມສະພູ່່ ຜັກບຸ້ງແລະບົວຄຳ ຊົມເກດຫອມຫ່ວງເຮົ້າ ຂວັນນາຄເຈົ້າຈົ່ງເຂົ້າມາໂຮມ ອັຊຊະໃນມື້ນີ້ວັນນີ້ ໃຫ້ເຈົ້າມາຢູ່ໃນໃຈທຸກເມື່ອ ໃຫ້ມາຢູ່ໃນເນື້ອທຸກຍາມ ຢ່າມີຄວາມກັງວົນແລະເດືອດຮ້ອນ ຢ່າໄດ້ຄິດຄັ່ງຂ້ອນຫະຣຶທັຍ ໃຫ້ເຈົ້າມາຢູ່ເຮືອນປິຕະກະ ອັຕຖາໄຂເຮືອງຮອດຮຸ່ງແຈ້ງສອດໂສດາ ໃຫ້ເຈົ້າໄດ້ເທສນາສອນສັ່ງ ເປັນເຈົ້ານັ່ງພິຈາຣະນາ ຂໍໃຫ້ມີອາຍຸຍືນນານເປັນສົມພານຍົດກວ້າງ ຢູ່ສືບສ້າງໃນທັມ ຈັດຕະໂຣ ທັມມາ ວັດຖັນຕິ ອາຍຸ ວັນໂນ ສຸຂັງ ພະລັງ ຂໍໃຫ້ມີອາຍຸຍືນຮ້ອຍຂວບພຣະວັສສາ ມີເດຊາເຮືອງຮາບ ຊະນະພາບແພ້ຝູງໝູ່ໂພຍພັຍ ຢ່າໄດ້ມີຈັ່ງໄຮມາບຽດ ຢ່າມີຜູ້ຄຽດແລະຫຶງສາ ໃຫ້ມີໃຈກູນາຍິ່ງກວ່າເກົ່າ ໃຫ້ໄດ້ເປັນເຈົ້າຜ່ານທັງຍົດ ປາກົດເລື່ອງລືຊາ ໃນສາສນາພຣະພຸທທະເຈົ້າ ໃຫ້ມີເດຊະເໝືອນດັງແສງສຸຣິຍະອາທິດດ ປະສິດທິເຕໂຊ ວະໂຣທາທິຣາດ ເປັນດັ່ງອິນທາທິຣາດທ້າວພູມິນ ທັງແດນດິນໂອຍອ່ອນນ້ອມ ທຸກທ່ານທ້າວສາທຸການ ມາອວຍທານຊົມຊື່ນ ຍົກຍື່ນໃຫ້ຂອງດີ ຍໍເອັງຄະຊຸລີຕັ້ງຕໍ່ ຄິດຮອດຮໍ່ສົມພານ ຖວາຍອາການທຸກເມື່ອ ເຮືອງເຮື່ອແກ້ວເງີນແຮ ບູຊາແລທຸກຄ່ຳເຊົ້າ ຕາບຕໍ່ເທົ້າເຖີງຊີວັງ ໃຫ້ມີຫວັງຄອງສືບສ້າງ ທຸຣະອ້າງສາມປະການ ຮຽນກັມມັດຖານໄດ້ທີ່ຖ້ວນ ໄດ້ຄົບລ້ວນທຸກອັນ ແປດໝື່ນສີ່ພັນພຣະທັມມະຂັນໃຫ້ເຈົ້າຮູ້ ຢ່າໄດ້ຫົວຄິດປູ້ຊົງປັນຍາ ມີສະມັກຄາພຽນພ່ຳພ້ອມ ໃຈອ່ອນນ້ອມໃນທັມ ເຈົ້າຢ່າຄິດນຳທາງໂລກ ຂໍໃຫ້ໄດ້ພົ້ນຈາກໂສກາ ໃຫ້ເຈົ້າມີຄວາມສຸຂາຢ່າເດືອດຮ້ອນ ທຸກຄ່ຳເຊົ້າບໍ່ຄາດຄາ ຊະຍະຕຸ ພະວັງ ຊະຍະມັງຄະລະ ຊະຍະມະຫາມຸງຄຸນ ສຸກສົມບູນຈົ່ງມີແກ່ເຈົ້າ ທຸກປະການ ກໍ່ຂ້າເທີ້ນ..ຯ (ຕີຄ້ອງ ໓ ເທື່ອ)


No comments:

Post a Comment