Monday, February 24, 2014

ຄຳວ່າວັດ

l. ຄຳວ່າວັດ
ວັດ : ຄືສະຖານທີ່ພຳນັກຂອງສົງ.
ວັດ : ຄືສະຖານທີ່ທຳບຸນຂອງສາສນິກະຊົນ.
ວັດ : ຄືວິທະໄລຊີວິດ ວິທະຍາໄລຄຸນະທັມ.
ວັດ : ຄືແຫຼ່ງທ້ອນໂຮມສະຖາປັດຕະຍະກັມຂອງຊາດສາສນາ.
ວັດ : ຄືແຫຼ້ງສ້າງ ແລະສະສົມສີລະປະຫັດຖະກັມ ແລະສີລະປະວັນນະກັມຂອງຊາດ ສາສນາ.
ວັດ : ເປັນຫໍສະໝຸດ,
ວັດ : ເປັນທີ່ພັກແຮມຂອງຄົນເດີນທາງ.
ວັດ ; ເປັນໂຮງໝໍ.
ວັດ : ຄືແຫຼ່ງສ້າງ ແລະຮັກສາສັບສິນທາງປັນຍາຂອງສັງຄົມ ແລະປະເທດຊາດ ແລະປັດຈຸບັນນີ້ງັດຍັງເປັນຫຼາຍໆຢ່າງ ທີ່ສັງຄົມລາວຕ້ອງການ.

ວິທີສັງເກດວັດລາວ : ເນື່ອງຈາກວ່າວັດມີພັນທະແລະໜ້າທີ່ດັ່ງທີ່ກ່າວມາແລ້ວ ວັດຍ່ອມ ມີເອກະລັກ ທີ່ບົງບອກເຖິງຄວາມເປັນຊາດອີກ.
ຄວາມຈິງ "ວັດ" ເປັນຊື່ຮຽກສະເພາະວັດທາງພຣະພຸດທະສາສນາເທົ່ານັ້ນ ວັດຂອງສາສນາອື່ນຈະຮຽກແຕກຕ່າງກັນອອກໄປ ເຊັ່ນ ວັດຊາວຄຣິສຕ໌ຮຽກວ່າ "ໂບສ" ວັດຂອງອິສລາມ ຮຽກວ່າ "ມັສຮີສຫ໌" ວັດຂອງສາສນາພຣາມ ຮຽກວ່າ "ໂບສ" ພຣາມສ່ວນລັດທິອື່ນໆ ຈະບໍ່ມີວັດ ຫຼືໂບສ ແຕ່ຈະຖືກຮຽກວ່າ "ຫໍ ຫຼືທັມມະສະຖານ" ດ່ັງນີ້ເປັນເຄົ້າ.
ວັດທາງພຣະພຸດທະສາສນາ ຈະມີການແບ່ງກັນອອກເປັນ ໓ ລັກສະນະໃຫຍ່ ດັ່ງນີ້ ຄື:
ກ. ເຂດພຸດທາວາດ
ຂ. ເຂດທັມມາວາດ
ຄ. ເຂດສັງຄາວາດ
ເຂດພຸດທາວາດ ໄດ້ແກ່ສີມວິຫານ ແລະຫໍພຣະ.
ເຂດທັມມາວາດ ໄດ້ແກ່ຫໍແຈກຫໍພຣະໄຕປິດົກ ແລະຕູ້ຄຳພີ.
ເຂດສັງຄາວາເດ ໄດ້ແກ່ກຸຕິ ທີ່ພຳນັກສົງກ
ເມື່ອສັງລວມເຂົ້າແລ້ວ ວັດໃນທາງພຸດທະສາສນາ ກໍຕ້ອງມີສີມມີຫໍແຈກມີວິຫານ ແລະກຸດຕິສົງ.
ແຕ່ວັດໃນທາງພຣະພຸດທະສາສນາ ສ່ວນໃຫຍ່ຈະມີຄວາມເໝືອນກັນທຸກໆ ປະເທດ ແຕ່ມີເອກລັກຂອງແຕ່ລະປະເທດອອກໄປອີກສ່ວນຫຍ່ອຍໆ ຖືເປັນເອກລັກ ໂດຍສະເພາະ ວັດລາວ ຈະມີຄວາມແຕກຕ່າງອອກໄປຈາກວັດຂອງປະເທດອື່ນ ມີວິທີສັງເກດລັກສະນະເຊັ່ນນີ້ ຄື:
ວັດລາວ ມີສິ່ງທີ່ສັງເກດ ແມ່ນທຸກໆວັດຈະມີນາກ ເປັນສັນຍາລັກທາງຂຶ້ນຂັ້ນໃດຂອງ ສິມ ແລະຫໍແຈກ ແຕ່ດຽວນີ້ ໃນບາງປະເທດ ໂດຍສະເພາະປະເທດໄທຍ໌ ເນື່ອງຈາກອານາຈັກລ້ານນານັ້ນ ເຄີຍເປັນລາວມາກ່ອນ ຍ່ອມນັບຖືນາກ ແຕ່ດຽວນີ້ໄດ້ກ່າຍເປັນປະເທດໄທຍ໌ໃນພາກອີສານຂອງໄທຍ໌ ກ່ອນເປັນເຂດໜຶ່ງຂອງອານາຈັກລ້ານຊ້າງ ແຕ່ດຽວນີ້ເປັນສ່ວນໜຶ່ງຂອງປະເທດໄທຍ໌ ບັນຫາຫົວເມືອງເຫຼົ່ານີ້ ຍ່ອມນັບຖືວັດທະນະທັມແບບລາວ ໂດຍສະເພາະສີລປະ ນັບຖືນາກ ຍັງຖືກປະຕິບັດໃນຊຸມຊົນລ້ານນາ ແລະອື່ນສານ ນອກຈາກນັ້ນໃນພາກກາງຂອງ ເທດໄທຍ ພຣະສົງຂອງສອງເຂດນີ້ໄດ້ໄປເປັນຜູ້ນຳທາງຈິດວິນຍານໃນພາກກາງ ຍ່ອມເອົາວັດທະນະທັມທ້ອງຖິ່ນຂອງຕົນໄປເຜີຍແຜ່ ຈຶ່ງເຮັດໃຫ້ໃນປະເທດໄທຍ໌ບາງເຂດ ປາກົດເຫັນທາງຂຶ້ນຫໍແຈກ ແລະສິມມີນາກປະກົດດ້ວຍ ຕົວຢ່າງວັດເຂົາສຸກິມ ແຂວງຈັນທະບູຣີ ແມ່ນພຣະອາຈານສົມຊາຍ ເປັນຄົນອີສານເຊຶ້ອສາຍວຽງຈັນ ອອກຈາກວັດຈອມໄຕ ໄປສ້າງວັດນັ້ນ ຈຶ່ງເຫັນສີລປະນາກເຂົ້າໄປມີອິດທິພົນໃນວັດນັ້ນ
ຫາກເປັນເຊັ່ນນັ້ນ ຕ້ອງສັງເກດເບິ່ງວ່າ ວັດລາວແທ້ໆ ກໍຕ້ອງມີຍອດຊໍ່ຟ້າ ປະກົດວ່າ ມີແຕ່ສະຖາປັດຕະຍະກັມລາວ ເທ່ົານັ້ນທີ່ມີຍອດຊໍ່ຟ້າ ໄທຍ໌ ແລະຂະເໝນບໍ່ມີແຕ່ຈະປາກົດມີແຕ່ໃນບາງວັດໃນພາກອີສານເທົ່ານັ້ນ ແຕ່ສັງເກດເຫັນວ່າ ທີ່ວັດບ້ານໄຮ່ ຂອງຫຼວງພໍ່ຄູນ ປະຣິສຸດໂທ ນັ້ນສິມທີ່ວັດທ່ານຈະມີຍອດຊໍ່ຟ້າ ນັ້ນຄືວັດທະນະທັມລາວ,
 2. ຄວ່າວັດ
   ຄຳວ່າວັດ ແລະ ບ້ານ            ເປັນຂອງຄູ່ຄຽງສະຖານ
ເປັນຕຳນານມາດົນ                ວັດແລະຄົນກັບບ້ານ
ຕັ້ງແຕ່ບູຮານພຸ້ນ                 ມີຄຸນຄາມມາກ
   
ວັດທະນະທຳຫຼາຍລົ້ນ          ວັດແລະຄົນຮ່ວມສ້າງປາງກີ້ກ່ອນຫຼັງ
ວັດທັງເປັນບ່ອນຊົ້ນ              ເປັນຮົ່ມໂພສີ
ມີຄຸບາສາມະເນນ                 ນັ່ງຮຽນພຣະທັມເຈົ້າ
ເອົາສິນທັມນຳຊວ້ານ               ສິນທຳເຜີຍແຜ່
   
ທຳວິໄນແກ່ກ້າ                ປະຊາເຊື້ອໄດ້ຢູ່ເປັນເຢັນ
ວັດທັງເປັນບ່ອນເຕົ້າ               ເອົາບຸນຮ່ວມໃນງານ
ຍາມວັນບຸນວັນສິນ                ຮ່ວມກິນທານສ້າງ
ພຣະບໍ່ວາງຄອງໃຫ້                ວິໄນສົງເສຍເຊື່ອມ
   
ສາສນາກໍ່ຈິ່ງເຫລື້ອມ            ຈະເລີນກ້າວຄູ່ກັນ
ດັ່ງນັ້ນວັດ ແລະ ບ້ານ            ຊິຫັນພາກພອຍພັດ ເປັນຫລື
ຂັດວິໄນສິນທັມ                  ຊິກໍ່ກຳໝອງຄອງເສົ້າ
ອຸປະສົກໃຫ້ເປັນເຄົ້າ               ສັດທາເຮົາຢ່າປະປ່ອຍ
   
ເຊົ້າຄ່ຳຄອຍລຽບຕ້າຍ           ຢ່າກາຍລ້າວັດຊິຫມອງ
ພຣະຕ້ອງຮັດເຄັ່ງເຂົ້າ              ຄອງເກົ່າທາງສົງ
ປົງບັນຫາໂລພະ                  ກິເລດກາມລົນໄຫມ້
ຖືວິໄນສົງຫມັ້ນ                   ຂັນຕິທັມຕັ້ງຕໍ່
   
ເປັນຫົນທາງຊ່ວຍໃຫ້           ຈິດໃຈກ້ຽງຜ່ອງໃສ
ມີວັດມີໝູ່ບ້ານ                   ກິນທານຮວ່ມຍາມເອົາບຸນ
ບໍ່ມີໃຜໄລລະ                    ຮ່ວມທະວີການສ້າງ
ບ້ານບໍ່ວາງແວເວັ້ນ                ເຫັນຄູບາສັດທາຍິ່ງ
ສອງສິ່ງຈິ່ງຊິຍືນຄູ່ຄ້ຳ             ສິນແລະທັມຊ່ວຍໃຫ້ ຈິດໃຈເຈົ້າຊື່ນບານ ທ່ານເອີຍ.


No comments:

Post a Comment