ມຸງຄຸນທີ 4
ຢູ່ໃນຖິ່ນທີ່ເໝາະສົມ
ຖິ່ນທີ່ເໝາະສົມໝາຍເຖິງຫຍັງ?
ຖິ່ນທີ່ເໝາະສົມ ໝາຍເຖິງຖິ່ນທີ່ມີສິ່ງແວດລ້ອມດີ ບໍ່ເປັນຜິດເປັນໄພ ຕໍ່ສຸຂະພາບຮ່າງ
ກາຍ ແລະຈິດໃຈຍິ່ງກວ່ານັ້ນ ຍັງສະໜັບສະໜຸນໃຫ້ຜູ້ອາໃສສາມາດປະກອບກິດຈະການວຍກ
ງານ ໃນໜ້າທີ່ທີ່ເປັນສັມມາອາຊີບ ໃຫ້ຈະເລີນກ້າວໜ້າໄດ້ໂດຍງ່າຍ ແລະສະສົມຄຸນງາມ ຄວາມ ດີໂດຍເຕັມທີ.
ຖິ່ນທີ່ເໝາະສົມ ມີຄວາມໝາຍກ້ວາງ ຄວບຄຸມເຖິງຖິ່ນຖານທີ່ ຢູ່ໃນທຸກລະດັບເຊັ່ນ ເຮືອນຢູ່ອາໃສ ບ້ານໂຮງຮຽນ ສະຖານທີ່ເຮັດການ ໝູ່ບ້ານຊຸມຊົນທີ່ເຮົາຢູ່ ບ່ອນເຮົາຕັ້ງຮາກ ຖານ ຕາແສງ ເມືອງ ແຂວງ ປະເທດທະວີບເປັນຕົ້ນ.
ວິທີຢູ່ໃນຖິ່ນທີ່ເໝາະສົມ
1. ເລືອກທີ່ຢູ່ເຮັດວຽກທີ່ເໝາະສົມ ເຮົາຄວນສະແຫວງຫາຖິ່ນທີ່ເໝາະສົມຢູ່ອາໃສໃຫ້ໄດ້ຈຶ່ງ
ຈະເລີນ ເຊັ່ນ ສະແຫວງຫາໂຮງຮຽນດີໆ ທີ່ເຮັດວຽກດີໆ ສະຖານທີ່ປຸກເຮືອນດີໆ ຈະບວດ
ກໍ່ຫາວັດດີໆ.
2. ພັດທະນາທີ່ຢູ່ຖິ່ນເຮັດວຽກໃຫ້ເປັນຖິ່ນທີ່ເໝາະສົມ ບໍ່ວ່າເຮົາຈະໄປຢູ່ທີ່ໃດກໍ່ຕາມ ຕ້ອງພະຍາຍາມພັດທະນາທີ່ຢູ່ເຮົາ ຢູ່ໃຫ້ເປັນຖິ່ທີ່ເໝາະສົມ ຢ່າງເຕັມຄວາມສາມາດ
ບໍ່ວ່າຈະເຮືອນ
ທີ່ເຮົາຢູ່ສະຖານທີ່ທີ່ເຮົາເຮັດວຽກຫຼືຊຸມຊົນທີ່ເຮົາຢູ່ອາໃສກໍ່ຕາມ ໂດຍຢືດຫຼັກການພັດທະ
ນາໃຫ້ເປັນຖິ່ນທີ່ເໝາະສົມດັ່ງນີ້:
ລັກສະນະຂອງຖິ່ນທີ່ເໝາະສົມ.
1. ອາວາດເປັນທີ່ສະບາຍ ໝາຍເຖິງ ເປັນບ່ອນທີ່ມີສະພາບທາງພູມມີສາດດີ ເຊັ່ນ ຖ້າເປັນ
ເຮືອນ ກໍ່ຕ້ອງມີຕົ້ນໄມ້ເປັນທີ່ເຢັນສະບາຍ ນ້ຳໄຟສະດວກ ຖ້າເປັນໂຮງຮຽນ ກໍ່ຕ້ອງມີ
ສຸຂະລັກສະນະທີ່ດີ ມີອາກາດຖ່າຍເທສະດວກ ບໍ່ມີສຽງອຶກກະທຶກ ມີບໍລິເວນກວ້າງ
ຂວາງ ມີເດີ່ນຫຼິ່ນກິລາ ທ່າເປັນທີ່ຕັ້ງ ຮ້ານຄ້າ ກໍ່ຕ້ອງເປັນບໍລິເວນໃນເຂດຊຸມຊົນການຄົບ
ຄ້າສາມາຄົມສະດວກ ຖ້າເປັນແຂວງຫຼືພາກກໍ່ຕ້ອງເປັນບໍລິເວນທີ່ມີພູມສາດທີ່ດີ ເຊັ່ນ ບໍ່
ສູງບໍ່ຕ່ຳເກີນໄປ ບໍ່ໜາວບໍ່ຮ້ອນຈົນເກີນໄປ ເປັນຕົ້ນ.
2. ອາຫານທີ່ສະບາຍ ໝາຍເຖິງບໍລິເວນທີ່ສາມາດຈັດຫາອາຫານທີ່ກິນໃຫ້ສະດວກ ເຊັ່ນ ອາດຢູ່ໃກ້ຕະຫຼາດບໍລິເວນທີ່ມີການກະສິກຳ ສາມາດຜະລິດໄດ້ເອງຢ່າງພຽງພໍ.
3. ບຸກຄົນເປັນທີ່ສະບາຍ ໝາຍເຖິງບໍລິເວນທີ່ຢູ່ອາໃສບໍ່ມັກມີນັກເລງ ອັນຕະພານ ໂຈນຜູ້
ຮ້າຍບໍ່ອັ່ງອໍ ຄົນສ່ວນຫຼາຍທີ່ຢູ່ໃນບໍລິເວນນັ້ນ ເປັນຄົນດີມີສິນລະທຳ ມີວິໃນ ໃຜ່ຫາ
ຄວາມຈະເລີນກ້າວໜ້າ.
4. ທຳມະເປັນທີ່ສະບາຍ
o ໃນທາງໂລກ ໝາຍເຖິງໃນຖິ່ນນັ້ນມີໂຮງຮຽນ ສະຖານທີ່ສຶກສາໃຫ້ຄວາມຮູ້ໄດ້ເປັນ
ຢ່າງດີ ລວມທັງມີຫຼັກການໃນການປົກຄອງທີ່ດີອີກດ້ວຍ,
o ໃນທາງທຳ ໝາຍເຖິງໃນຖິ່ນນັ້ນ ມີພຣະພິກສຸ ຫຼື ຄາລະວາດ ຜູ້ຮູ້ທຳມະເປັນບັນດິດ
ສາມາດໃຫ້ການອົບຮົມສັ່ງສອນ ສິນລະທຳໄດ້ຢ່າງດີ ຫຼືຖິ່ນທີ່ສາສາໜາແຜ່ໄປເຖິງ ສາ
ມາດໃຫ້ທານ ຮັກສາສິນ ຟັງເທດຈະເລີນສະມາທິພາວະນາໄດ້ຢ່າງດີ.
ລຳດັບຄວາມສຳຄັນຂອງປັດໄຈ 4 ປະການ.
ອົງປະກອບຂອງຖິ່ທີ່ເໝາະສົມ ດັ່ງກ່າວມາແລ້ວທັງ 4 ປະການຈັດລຽງລຳດັບຕາມ ຄວາມເໝາະສົມສຳຄັນໄວ້ດັ່ງນີ້:
o ທັມມະເປັນທີ່ສະບາຍ ສຳຄັນອັນດັບ 1
o ບຸກຄົນເປັນທີ່ສະບາຍ ສຳຄັນອັນດັບ 2
o ອາຫານເປັນທີ່ສະບາຍ ສຳຄັນອັນດັບ 3
o ອາວາດເປັນທີ່ສະບາຍ ສຳຄັນອັນດັບ 4
ເພາະເຖິງແມ່ນວ່າອາວາດຈະບໍ່ເປັນທີ່ສະບາຍແຕ່ຖ້າຫາກເຮົາມີອາຫານອຸດົມສົມບູນ ກໍ່ຍັງ
ພໍຢູ່ໄດ້ ຫຼືຖ້າວ່າອາວາດແລະອາຫານ ບໍ່ເປັນທີ່ສະບາຍແຕ່ບຸກຄົນເປັນທີ່ສະບາຍແລ້ວ ກໍ່ສາ
ມາດປັບປຸງອາຫານ ແລະ ອາວາດເປັນທີ່ສະບາຍໄດ້ ແຕ່ບຸກຄົນຈະເປັນທີ່ສະບາຍ ກໍ່ຕ້ອງມີ
ທຳມະເປັນທີ່ສະບາຍໃນໃຈສາກ່ອນ.
ຂໍ້ເຕືອນສະຕິ
ໃນຫຼາຍປະເທດມີຄວາມຈະເລີນກ້າວໜ້າໃນດ້ານວັດຖຸຫຼາຍປະຊາຊົນໄດ້ຮັບຄວາມສະ
ດວກສະບາຍ ໃນເລື່ອງອຸປະໂພກບໍລິໂພກ ຫາວຽກເຮັດງານທຳໄດ້ງ່າຍ ເກັບທ້ອນເງິນຄຳໄດ້ຫຼາຍເບິ່ງຮູບນອກແລ້ວເປັນຕາໄປຢູ່ອາໃສແທ້ໆ ແຕ່ຢ່າໄປຢູ່ເລີຍ ເພາະທຳມະບໍ່ເປັນທີ່ສະບາຍ
ໂອກາດທິ່ຜູ້ຢູ່ອາໃສຈະສ້າງຄວາມກ້າວໜ້າທາງດ້ານຈິດໃຈ ໂອກາດທີ່ຈະສ້າງບຸນປາລະມີ ມີໜ້ອຍຄົນຢູ່ໃນປະເທດເຫຼົ່ານັ້ນ ຕື່ນເຊົ້າຂື້ນມາກໍ່ຄິດເຖິງແຕ່ວຽກການ ບໍ່ໍເຄີຍນຶກເຖິງການເຮັດ
ບຸນ ເຮັດທານ ການຮັກສາສິນຫຼືການສະມາທິພາວະນາເລີຍ ຫຼືບາງເທື່ອກໍ່ນຶກເຖິງແຕ່ບໍ່ມີໃຜ
ແນະນຳໃຫ້ ດັ່ງນັ້ນ ເຖິງຈະມີຊີວິດ ຢູ່ກໍ່ຄຶກັບຄົນຕາຍແລ້ວ ຄືຕາຍໄປແລ້ວຈາກຄຸນງາມຄວາມດີ
ໃນປະເທດເຮົາເຖິງແມ່ນວ່າ ຄວາມຈະເລີນທາງດ້ານວັດຖຸຍັງຫຼ້າຫຼັງຢູ່ ແຕ່ດ້ານທຳມະຍັງ
ພໍມີຢູ່ຫຼາຍ ເຮົາຍັງມີໂອກາດໃຫ້ທານຮັກສາສິນ ຈະເລີນພາວະນາໄດ້ຢູ່ ແລະຍັງພໍມີໂອກາດໄດ້
ສ້າງບຸນໃຫ້ຍິ່ໆຂື້ນໄປ.
ວິທີເຮັດໃຫ້ເຮືອນເປັນຕາຢູ່.
1. ເບິ່ງແຍງເຮີອນຊານໃຫ້ສະອາດ ເປັນລະບຽບຮຽບຮ້ອຍ ມີບ່ອນຖ່າຍເທອາກາດ ໄດ້ ສະດວກ
2. ເລືອກຊື້ອາຫານ ເລືອກຄົວກິນໃຫ້ຖືກຫຼັກອານາໄມ ເປັນແມ່ເຮືອນ ກໍ່ໃຫ້ແຕ່ງຢູ່ຄົວ ກິນເປັນ
3. ຈູງໃຈຄົນໃນເຮືອນໃຫ້ມີສິນທຳ ມີຄວາມເຄົາລົບເຊີ່ງກັນແລະກັນແລະມີຄວາມ ດຸໝັ່ນ ພາກພຽນ ໂດຍເລີ່ມຈາກການປັບປຸງຕົນເອງໃຫ້ດີກ່ອນແລ້ວຈິ່ງຊັກຊວນ ຄົນອື່ນໃຫ້ປະຕິບັດນຳ
4. ເຊີນຊວນການໄປວັດ ຟັງເທດ ຝຶກສະທາທິ ຮັກສາສິນເປັນປະຈຳ ຈັດບ້ານເຮືອນໃຫ້ມີອຸປະກອນເຄື່ອງເສີມສ້າງທາງດ້ານຈິດໃຈ ເຊັ່ນມີໜັງສືທຳມະມີຫ້ອງພະຫຼືຮ້ານບູຊາພະ ເອົາຮູບພາບ ແລະແລະໜັງສືທີ່ບໍ່ສົມຄວນບໍ່ເໝາະສົມອອກຖີ່ມໃຫ້ໝົດເຊັ່ນຮູບໜັງສືລາມົກ ເປັນຕົ້ນ
ອານິສົງການຢູ່ໃນຖິ່ນທີ່ເໝາະສົມ
1. ເຮັດໃຫ້ມີຄວາມສຸກກາຍສຸກໃຈເຕັມທີ່
2. ເຮັດໃຫ້ໄດ້ຮັບຄວາມຈະເລີນ ກ້າວໜ້າທັງທາງໂລກແລະທາງທຳ
3. ເຮັດໃຫ້ມີໂອກາດໄດ້ບຳເພັນບຸນໄດ້ເຕັມທີ່ ບໍ່ວ່າຈະເປັນໃຫ້ທານຮັກສາສິນ ຈະເລີນພາວະນາ
4. ຮັດໃຫ້ໄດ້ລາບອັນປະເສີດ ຄືໄດ້ສັດທາອັນຍິ່ງໄຫຍ່ໃນພະລັດຕະນະໄຕ
5. ເຮັດໃຫ້ຟັງທຳອັນປະເສີດ ຄືໄດ້ຟັງຄຳສອນຂອງພະສຳມາສຳພຸດທະເຈົ້າ
6. ເຮັດໃຫ້ຮູ້ພະສັດທຳຄືໄດ້ສຶກສາພະທຳ
7. ເຮັດໃຫ້ໄດ້ການເຫັນອັນປະເສີດ ຄືໄດ້ເຫັນພະລັດຕະນະໄຕ (ແກ້ວ 3 ປະການ)
8. ເຮັດໃຫ້ໄດ້ການສຶກສາອັນປະເສີດ ຄືໄດ້ສຶກສາສິນ ສະມາທິ ແລະປັນຍາ
9. ເຮັດໃຫ້ໄດ້ການບຳລຸງອັນປະເສີດ ຄືໄດ້ທຳການບຳລຸງຊຸກຍູ້ພະພຸດທະສາສະໜາ
10. ເຮັດໃຫ້ໄດ້ນຶກສີ່ງທີ່ປະເສີດ ຄືໃຈຜູກພັນຢູ່ກັບພະລັດຕະນະໄຕ
11. ເຮັດໃຫ້ໄດ້ນິໃສບໍ່ປະໝາດ ໂດຍເບີ່ງເອົາຕົວຢ່າງ ຈາກຜູ້ປະຕິບັດທຳທັງຫຼາຍ
12. ເຮັດໃຫ້ໄດ້ທີ່ເພີ່ງອັນສູງສຸດ ຄືພະພຸດ ພະທຳ ແລະພະສົງ
13. ເຮັດໃຫ້ໄດ້ອະລິຍະຊັບ ຄືຊັບຂອງພະອະລິຍະເຈົ້າ ອັນໄດ້ແກ່ ຫົນທາງສູ່ພະນິບພານ.
No comments:
Post a Comment