ມຸງຄຸນທີ
3
ບູຊາບຸກຄົນທີ່ຄວນບູຊາ
ການບູຊາຄືຫັຍງ?
ການບູຊາ ຄືການເລື່ອນໃສ ຍົກຍ້ອງ ເຊີດຊູ ດ້ວຍກິລິຍາອາການ ສຸພາບທີ່ເຮົາສະແດງຕໍ່ຜູ້ທີ່ຄວນບູຊາທັງຕໍໝ້າແລະລັບຫຼັງ ການສະແດງຕໍ່ໝ້າເປັນການສະແດງໃຫ້ທານຮູ້ວ່າ ເຮົາມີຄວາມເຄົາລົບ ແລະສຳນຶກໃນຄຸນນະທັມຄວາມຕິທີ່ມີຢູ່ໃນຕົວຂອງທ່ານຢ່າງຈິງໃຈ ການສະແດງລັບຫຼັງເປັນການເຕືອນໃຈເຮົາເອງໃຫ້ຜູກໃຈໄວກັບຄຸນນະທັມອັນສູງສົ່ງຂອງທ່ານໃຫ້ເກີດຄວາມຮູ້ຢາກເຮັດນຳ ໃຈຂອງເຮົາຈະໄດ້ຍົກສູງຂື້ນເລື້ອຍໆ ແລະບໍ່ຫຼົງໄຫລໄປໃນທາງທີ່ຊົ່ວຮ້າຍ
ການບູຊາ ເປັນອຸບາຍຢ່າງໝຶ່ງສຳຫລັກຝຶກໃຈທີ່ຍັງຫຍາບກະດ້າງເພາະບໍ່ອາດຍຍອມຮັບຄຸນງາມຄວາມດີ
ຂອງຜູ້ອື່ນໃຫ້ລະອຽດອ່ອນລົງຜູ້ທີ່ຍັງດ້ອຍປັນຍາ ຍັງບໍ່ເຂົ້າໃຈດີໃນຄຸນະທັມຄວາມດີ ຂອງຜູ້ທີ່ຄວນບູຊາແຕ່ຫາກບໍ່ລຶ້ງເຄີຍກັບການບູຊາແລ້ວໃນທີ່ສຸດຍ່ອມສາມາດມອງເຫັນຄຸນະທັມ ຄວາມດີທີ່ມີຢູ່ໃນຕົວຂອງຜູ້ທີ່ເຮົາເຄົາລົບບູຊາຢ່າງແທ້ຈິງຢາກເຮັດຄວາມດີໄປນຳທ່ານດ້ວຍ ຜູ້ໃຫ່ຍຈຶ່ງຄວນສອນລູກຫລານ ໃຫ້ຮູ້ຈັກສວດມົນບູຊາພຣະລັດຕະນະໄຕເປັນປູກຝັງສັດທາຕັ້ງແຕ່ຍັງນ້ອຍ
ບຸກຄົນທີ່ຄວນບູຊາ
ຄືບຸກຄົນທີ່ມີຄຸນງາມຄວາມດີ ຄຸນຄ່າແກ່ການລະລຶກນຶກເຖິງ ແລະ ຍຶດຖືເອົາແບບຢ່າງໃນການປະຕິບັດຕາມໄດ້ແກ່ຜູ້ມີ
ສິນ ສະມາທິປັນຍາສູງກ່ວາເຮົາເອງເຊິ່ງພໍຈະສະຫລຸບໄດ້ດັ່ງນີ້
1.ພຣະພຸດທະເຈົ້າ ເປັນບັນດິດທີ່ປະເສີດສຸດໃນໂລກ ຊົງໄດ້ດ້ວຍພຣະປັນຍາທິຄຸນ ພຣະກະລຸນາທິຄຸນພຣະວິສຸດທິຄຸນ
ຈັດເປັນບຸກຄົນທີ່ຄວນບູຊາຂອງພຸດທະສາສະນິກຊົນທາງຫລາຍ
2.ພຣະສົງ ຜູ້ປະພຶດດີປະຕິບັດຊອບ ກ່ອນແລ້ວຈຶ່ງສອນໃຫ້ຜູ້ອື່ນປະພຶດດີປະຕິບັດຊອບນຳເປັນແບບຢ່າງຈັດເປັນບຸກຄົນຄວນບູຊາຂອງພຸດທະສາສະນິກຊົນທາງຫລາຍ
3.ພຣະມະຫາກະສັດ ຜູ້ທີ່ຕັ້ງຢູ່ໃນທົດສະພິດຣາດຊະທັມ ອັນເປັນທັມມະລາຊາຈັດເປັນບຸກຄົນທີ່ຄວນບູຊາຂອງ
ປະຊາຊົນ
4.ບິດາມານດາແລະຍາດຜູ້ໃຫ່ຍທີ່ມີຄວາມປະພຶດດີ ເປັນບັນດັດຢູ່ໃສຖານະເກີນກ່ວາຈະຄົນຈັດເປັນບຸກຄົນທີ່ຄວນບູຊາ ຫືລ ເປັນບູຊານີຍະບຸກຄົນຂອງບຸດຫລານ
5.ຄູບາອາຈານທີ່ມີຄວາມຮູ້ ຄວາມສາມາດ ມີການປະພຶດດີ ເປັນບັນດິດຢູ່ໃນຖານະສູງເກີນກ່ວາລູກສິດຈະຄົບຫາ
ຈັດເປັນບຸກຄົນທີຄວນແກ່ການບູຊາລູກສິດ
6. ຜູ້ບັງຄັບບັນຊາທີ່ມີຄວາມປະພຶດດີຕັ້ຢູ່ໃນທັມຈັດເປັນບຸກຄົນທີ່ຄວນແກ່ການບູຊາຂອງຜູ້ຢູ່ໃຕ້ບັງຄັບ
ບັນຊາ ໆລໆ
ນອກຈາກນີ້ ບັນດິດທີ່ມີເໝດຖານະສູງເກີນກ່ວາທີ່ຈະຄົບ ໃນຖານະຜູ້ສະເໝີກັນໄດ້ລ້ວນຈັດເປັນບຸກຄົນທີ່
ຄວນແກ່ການບູຊາທັງສິ້ນ
ຄວນແກ່ການບູຊາທັງສິ້ນ
ວັດຖຸທີ່ເນື່ອງດ້ວຍທ່ານເຫົ່ລານີ້ ກໍຈັດເປັນສິ່ງທີ່ຄວນບູຊາເຊັ່ນກັນເພາະເມື່ອເຮົາບູຊາວັດຖຸເຫົ່ລານີ້ກໍເຮັດໃຫ້ລະລຶກນຶກເຖິງຄຸນງາມຄວາມດີຂອງບຸກຄົນທີ່ວັດຖຸນີ້ມີຄວາມກ່ຽວຂ້ອງດ້ວຍ ຕົວຢ່າງ
1.ວັດຖຸທີ່ເປັນເນື່ອງດ້ວຍພຣະພຸດທະເຈົ້າ ເຊັ່ນ ພຣະທັມຄຳສອນຂອງພຣະພຸດທະອົງພຣະບໍລົມມະສາລິລີກະທາດ ສັງເວສະນີຍະສະຖານ
2.ວັດຖຸທີ່ເນື່ອງດ້ວຍພຣະສົງ ເຊັ່ນ ພຣະທາດຮູພຣະສົງສາວົກ
3.ຄຳສັ່ງສອນ ຮູບພາບຂອງບິດາມານດາ ຄູບາອາຈານ ຜູ້ບັງຄັບບັນຊາ ພຣະມະຫາກະສັດທີ່ຕັ້ໃຈປະພຶດທັມເປັນບັນດິດ ຈັດເປັນວັດຖຸທີຄວນບູຊາທັງສິ້ນ
ການສະແດງອອກເຖິງການບູຊາ
1.ທາງກາຍບໍ່ວ່າຈະຢືນ ຍ່າງ ນັ່ງ ນອນ ຫືລປະກອບກິດຈະກຳໃດໆກໍຕາມກໍຢູ່ໃນອາການສັງລວມເມື່ອຢູ່ຕໍ່ໝ້າທ່ານຫືລສັນຍາລັກຕົວແທນຂອງທ່ານ ເຊັ່ນຮູບປັ່ນພາບຖ່າຍ
2.ທາງວາຈາ ສັນລະເສີນຍ້ອງຍໍ ຄຸນງາມຄວາມດີຂອງທ່ານທັງຕໍ່ໝ້າແລະລັບຫັລງ ເຊັ່ນ ການສວດມົນບູຊາພຣະລັດຕະນະໄຕ ການນຳຄວາມດີຂອງທ່ານໄປສັນລະເສີນ ໆລໆ
3.ທາງໃຈ ຕາມລະລຶກນຶກເຖິງຄຳສັ່ງສອນຂອງທ່ານ ດ້ວຍຄວາມເຄົາລົບແລະຊາບຊື້ງ
ປະເພດຂອງການບູຊາ
ການບູຊາໃນທາງປະຕິບັດມີ 2 ປະເພດຄື:
1.ອາມິດສະບູຊາ ຄືການບູຊາດ້ວຍສິ່ງຂອງເຊັ່ນລູກນຶກເຖິງຄຸນຂອງພໍ່ແມ່ສິດນຶກເຖິງຄຸນຂອງຄູບາອາຈານຈຶ່ງບູຊາດ້ວຍການ
ນຳຊັບສິນ ເງີນຄຳເຄື່ອງໃຊ້ ໆລໆ ໄປມອບໃຫ້ ເປັນຕົ້ນ ການບູຊາພຣະລັດຕະ
ນະໄຕດ້ວຍດອກໄມ້ທູບທງຽນ ກໍ່ຈັດເປັນອາມິດສະບູຊາ ເຊັ່ນກັນ
2.ປະຕິບັດບູຊາ ຄືການບູຊາດ້ວຍການຕັ້ງໃຈ ປະພຶດປະຕິບັດຕາມຄຳສັ່ງສອນຕາມແບບຂອງທ່ານ ເຊັ່ນພະຍາຍາມກຳຈັດຄວາມໂລບ ຄວາມໂກດ ຄວາມຫຼົງດ້ວຍການໃຫ້ທານ ຮັກສາສິນແລະຈະເລີພາວະນາຕາມຄຳສອນຂອງທ່ານ ການປະຕິບັດບູ
ຊານີ້ ຈັດເປັນການບູຊາສູງສຸດເພາະເປັນວິທີທີຈະເຮັດໃຫ້ ກາຍ ວາຈາ ແລະໃຈໃສສະອາດ ເປັນບັນດິດນຳທ່ານໄດ້ໂດຍໄວ
ຂໍ້ເຕືອນໃຈ
ສຳຫັບນັກຮຽນ ນັກສຶກສາ ຫືລນັກປະຕິບັດທັມ ຄວນສຳນຶກສະເໝີ ສິ່ງທີເຮົາຈະຮຽນຮູ້ນັ້ນ ຖ້າເຮົາເທີດທູນບູຊາຕັ້ງໃຈຄ້ຳ
ຈູນຮັກສາຢ່າງດີ ບໍ່ນຳໄປລໍ້ຫິ້ລນ
ຫືລເວ້າຫິ້ລນ ຜົນຂອງການສຶກສາຮໍ່າຮຽນ ຕະຫລອດຈົນການປະຕິບັດທັມຂອງເຮົາ
ຍ່ອມຈະມີຄວາມຈະເລີນກ້າວໝ້າ ປະສົບຜົນສຳເລັດໄດ້ໝ້າອັດສະຈັນ ກົງກັນຂ້າມຖ້າເຮົາບໍ່ເຄົາລົບແຕ່ຫົລບຫລູ່ຄູບາອາຈານ ແລະ ສິ່ງທີ່ຈະຮຽນຮູ້ ຄວາມເຂົ້າໃຈຄວາມຊາບຊື້ງທີ່ຈະປະຕິບັດຕາມ
ຄຳສອນນັ້ນໆ ກໍ່ໝົດໄປເກີດຄວາມຮູ້ສຶກບໍ່ຢາກບູຊາຫືລບໍ່ສັດທາໃຈທີ່ຄວນຈະນຶກຄິດເຖິງທັມມະແລະບົດຮຽນຕ່າງໆກໍ່ມືດມົນເປັນການປິດກັ້ນຫົນທາງທີ່ຈະເຂົ້າເຖິງປັນຍາອັນຈະເປັນແສງສະຫວ່າງ ສ່ອງນຳທາງຊີວິດໃຫ້ກ້າວໄປໃນທາງທີ່ຖືກທີ່ຄວນທີ່ກ້າວໝ້າຍິ່ງຂື້ນໄປ
ຂໍ້ຄວນລະວັງ
ຢ່າບູຊາໃນສິ່ງທີ່ບໍ່ຄວນບູຊາ ເພາະຈະນຳໄປສູ່ຄວາມງົມງາຍຫົລງຜິດ ຈະຂຸ້ນມົວການເປັນຄົນພານໄປເຊິ່ງຈະເຮັດໄດ້ດັ່ງນີ້
1.ບໍ່ບູຊາຄົນພານ ຄືບໍ່ຍ້ອງຍໍ ບໍ່ເຊີດຊູ ບໍ່ສົ່ງເສີມບໍ່ສະໝັບສະໝູນຄົນພານຈະມີຍົດສັກ ສະຖານະພາບສູງສົ່ງປານໃດກໍຕາມ
2.ບໍ່ບູຊາສິ່ງທີ່ເນື່ອງດ້ວຍຄົນພານ ເຊັ່ນ ຮູບປັ້ນ ຜົນງານສິ່ງຂອງເຄື່ອງໃຊ້ຕ່າງໆຂອງຄົນພານ
3.ບໍ່ບູຊາສິ່ງທີ່ບູຊາແລ້ວບໍ່ເຮັດໃຫ້ເກີດຊິລິມຸງຄຸນ ບໍ່ໃຫ້ເກີດປັນຍາເຊັ່ນ ຮູບດາລາ ນັກຮ້ອງ ທີ່ມີຄຸນະທັມບໍ່ພຽງພໍປ້າຍໂຄສະນາກ່ຽວກັບອະບາຍຍະມຸກ ໆລໆ ຢ່າມາປະດັບປະດາ
ເອ້ບ້ານ ເອ້ເຮືອນ
4.ບໍ່ບູຊາສິ່ງທີ່ບູຊາແລ້ວໂງ່ ເຊັ່ນ ເປັນຕົ້ນໄມ້ໃຫ່ຍ ພູເຂົາສູງ ສານພຣະພູມຂໍນາງທຽມ ໝໍຜີ ພູດຜີປີສາດ ໆລໆ
ຂາບ 3 ຢ່າງ
ວິທີການບູຊາພຣະພຸດທະຮູບທີ່ໃຊ້ກັນຫລາຍຄືການຂາບ ເຊິ່ງມີຫລາຍປະເພດດ້ວຍກັນຄື
1.ແຫ່ງຂາບແຫ່ງເມືອຍ ຄືພວກທີ່ເຫັນຄົນອື່ນຂາບພຣະ ກໍ່ຂາຍນຳເຂົາໂດຍບໍ່ຮູ້ຄວາມໝ ເຮັດໄປງຶບໆງັບໆຄືກັບລີງໄຫ້ວເຈົ້າ ບໍ່ໄດ້ປະໂຫຍດເທົ່າທີ່ຄວນເມື່ອຍລ້າໆ
2.ແຫ່ງຂາບແຫ່ງໂງ່ ຄືພວກຂີຂາບພຣະ ຂໍໃນສິ່ງທີ່ບໍ່ສົມຄວນ ເຊັ່ນ ຂາບຂໍເລກຂໍເບີ ຫືລຕົນບໍ່ຮຽນໝັງສືແລ້ວຂາບໄຫ້ວ ຂໍ
ໃຫ້ພຣະຊ່ວຍໃຫ້ເສັງໄດ້
3.ແຫ່ງຂາບແຫ່ງສະຫລາດ ຄືພວກທີ່ຂາບພຣະແລ້ວ ຍຶດຖືພຣະທັມຄຳສອນຂອງພຣະອົງເອົາເປັນແບບຢ່າງໃນການປະພຶດປະຕິບັດຕາມເຊັ່ນ
ຂາບເທື່ອທີໝຶ່ງ ນຶກເຖິງພຣະປັນຍາທິຄຸນຂອງພຣະພຸດທະເຈົ້າ ທີ່ມີປັນຍາຫລາຍສາມາດພິຈາລະນາເຫັນຄວາມທຸກ ແລະ ຄົ້ນພົບວິທີລະດັບທຸກໄດ້ດ້ວຍພຣະອົງເອງທັງນີ້ເປັນເພາະພຣະອົງເອງຊົງສຶກສາທັມມະ ແລະ ຝຶກສະມາທິມາຫລາຍ ຈຶ່ງມີໃຈໃສແຈ້ງຈຶ່ງສາມາດຕັດສະຮູ້ປາບກິເລດໃນຕົວໄດ້ໝົດ ເຮົາຕ້ອງຕັ້ງໃຈດຸໝັ້ນ ຝຶກສະມາທິ ສຶກສາທັມ ຕາມແບບຢ່າງຂອງ
ພຣະອົງອີກດ້ວຍ
ຂາບເທື່ອທີສອງ ນຶກເຖິງພຣະກະລຸນາທິຄຸນຂອງພຣະອົງ ທີ່ຊົງເທດສະນາສັ່ງສອນຜູ້ຄົນທັງຫລາຍໂດຍບໍ່ເຫັນຄວາມເມື່ອຍຍາກ ເພາະພຣະອົງຊົງຝຶກຫັດໃຫ້ທານ ຊ່ວຍເຫືລອສັດໂລກມານັບພົບນັບຊາດບໍ່ຖ້ວນຈຶ່ງມີຄວາມເມດຕາກະລຸນາເປັນເລີດ ເຮົາກໍ່ຕ້ອງຕັ້ງໃຈໝັ້ນໃຫ້ທານ ມີຄວາມກະລຸນາຊ່ວຍເຫືລອຜູ້ອື່ນຕາມແບບຢ່າງຂອງພຮະອົງອີກດ້ວຍ
ຂາບເທື່ອທີສາມ ນຶກເຖິງພຣະວິສຸດທິຄຸນຂອງພຣະອົງ ທີ່ຊົງມີຄວາມບໍລິສຸດ ທາງກາຍ ວາຈາ ແລະ ໃຈເພາະພຣະ
ອົງຊົງຮັກສາສິນມາຫາລຍ ບໍ່ເຄີຍໃສ່ຮ້າຍໃຜເລີຍ ເປັນຕົວຢ່າງໃນການຮັກສາສິນໄດ້ເປັນຢ່າງດີເຮົາກໍ່ຕ້ອງຕັ້ງໃຈ ຮັກສາສິນໃຫ້ບໍລິສຸດຄືພຣະອົງດ້ວຍ
ອານິສົງຂອງການບູຊາຄົນທີ່ຄວນບູຊາ
1. ຍັງຄວາມເຫັນຖືກທີ່ຍັງບໍ່ທັນເກີດໃຫ້ເກີດຂື້ນ
2. ຍັງຄວາມເຫັນຖືກທີ່ເກີດຂື້ນແລ້ວໃຫ້ຈະເລີນງອກງາມຍິ່ງຂື້ນ
3. ເຮັດໃຫ້ມີກິລິຍາມາລະຍາດສຸພາບອ່ອນຫວານ ໝ້າຮັກໝ້ານັບຖື
4. ເຮັດໃຫ້ຈິດໃຈຜ່ອງໃສ ເພາະຕຶກຕອງໃນກຸສົນລະທັມຢູ່ສະເໝີ
5. ເຮັດໃຫ້ສະຕິສຳປະຊັນຍະບໍລິບູນ ເພາະຄວາມສັງລວມລະວັງປ້ອງກັນຄວາມປະໝາດ
6. ປ້ອງກັນຄວາມລືມຕົວການຫລົງຜິດໄດ້ ເພາະສຳນຶກຢູ່ສະເໝີວ່າ ຜູ້ທີ່ມີຄຸນະທັມສູງກ່ວາຕົນຍັງມີຢູ່
7. ເຮັດໃຫ້ເກີກຳລັງໃຈແລະອະນຸພາບຢ່າງມະຫາສານ ສາມາດຄຸ້ມຄອງປ້ອງກັນຕົນໃຫ້ພົ້ນຈາກ
ອຸປະສັກແລະໄພພິບັດຕ່າງໆ
8. ເປັນການກຳຈັດຄົນພານໃຫ້ພິນາດໂດຍທາງອ້ອມເພາະມີແຕ່ຄົນບູຊາແຕ່ບັນດິດ ຜູ້ມີຄຸນະທັມ
9. ເປັນການເຊີດຊູບັນດິດໃຫ້ສູງເດັ່ນ ໃຫ້ທ່ານສາມາດບຳເພັນກໍລະນີຍະກິດໄດ້ສະດວກກ້ວາງຂວາງຍິ່ງຂື້ນ.
16/02/2014
No comments:
Post a Comment