Sunday, February 23, 2014

ປະເພນີບຸນເຂົ້າສລາກ

l. ປະເພນີບຸນເຂົ້າສລາກ
ເດືອນສິບເພັງເປັນມື້ເຕົ້າ             ບຸນເຂົ້າສລາກຟັງທັມ
ບຸນປະຈຳປະເພນີ                   ຮີດສິບສອງຄອງເຄົ້າ
ຊາວພຸທລາວເຮົາຖືຫມັ້ນ            ວັນສຳຄັນຂອງຊາຕ
ສາສນາຊິຮຸ່ງເຫຼື້ອມ                  ຍ້ອນເຮົາເພີ້ມຕໍ່ຂຍາຍ ຈິງໃດ
ມື້ສິບສີ່ຄ່ຳໃຫ້                      ຕຽມຫໍ່ໂພຊະນາ
ທັງຫ້າງຫາທັຍຍະທານ             ເຄື່ອງຫວານຄາວພ້ອມ
ພາກັນໂຮມຈັດຫ້າງ               ໂພຊະນັງກ້ວຍສລາກ
ຫາກມີກາລະພຶກຕັ້ງ               ສັທທາສ້າງນັ້ນຍິ່ງດີ ສາທຸ
ຕອນເຊົ້າ  ສິບຫ້າຄ່ຳນີ້             ມີຫຼາຍຢ່າງທາງຄອງວັດ
ເລີ່ມບູຊາພຣະໄຕຣຣັຕນ໌            ຕໍ່ຮັບສິລບຳເພັນຕັ້ງ
ແລ້ວຈຶ່ງສັງຄະທານໃຫ້             ທັນຍາຫານຕັກບາຕ
ເລາະລຽບທາດຢາຍຫໍ່ເຂົ້າ          ຫວານຄາວພ້ອມໃຫ້ຖົ່ວເຖິງ ກັນແລ້ວ
ອຸທິສບຸນກຸສົລສ້າງ                 ຫວັງນຳສົ່ງເຖິງວິນຍານ
ບັນພະຊົນມາລໍຮັບ                ແຜ່ກຸສົລບຸນໃຫ້
ວິນຍານໃດຍັງຄາຄັ້ງ               ພໍເຫັນທາງໄດ້ຜຸດເກີດ
ຜົລບຸນທານດີເລີດລໍ້າ              ນຳທາງເຈົ້າສູ່ສວັນ ພຸ້ນເນີ
ກ້ຳຝ່າຍພິຂຸສົງຄ໌ນັ້ນ                ຈົກສລາກຂຽນບັນຈົງ
ລົງບາຕເອົາຝາປິດ                  ພ້ອມພໍ່າຈິດອະທິຖານໄວ້
ສົງຄ໌ອົງຄ໌ໃດຈົກໄດ້                ພາເຂົ້າກ້ວຍຕ້ອງເຄນມອບ
ຕອບສັທທາສລາກໃຫ້            ແຖມພອນດ້ວຍເທສຫນຶ່ງກັນຕ໌ ສາທຸ
ຊາວພຸທລາວເຮົາຍຶດຫມັ້ນ        ສຳຄັນໃຫຍ່ການທຳບຸນ
ບຸພຊົນຄວນຈາກຣຶກ               ນຶກໃສ່ໃຈບຳເພັນສ້າງ
ຢາດນ້ຳບັງສະກຸລໃຫ້              ຜົລທານໄປນຳສົ່ງ
ສາສນາຈະຍືນຍົງ                 ຄົງຄູ່ລາວລ້ານຊ້າງ
ຕ້ອງພຽນສ້າງຕໍ່ຂຍາຍ            ຊອບແລ້ວ


No comments:

Post a Comment