Sunday, February 23, 2014

ຄອງສິບສີ່

 1. ຄອງສິບສີ່
    ຄອງສິບສີ່ແມ່ນຫມາຍເຖິງຂໍ້ກຳນົດ 14 ຂໍ້ ທີ່ພຸດທະສາສະນິກະຊົນ ຄົນລາວເຮົາຖືເປັນທຳນຽມປະຕິບັດກັນມາຕັ້ງແຕ່ດົນນານ ແລະ ປະຈຸບັນ ກໍຍັງເຊື່ອຖືກັນຢູ່ ເຊີງນັກປຣາຊອາຈາຣຍ໌ ໄດ້ແຕ່ງຂຶ້ນເປັນຫລັກການໃນ ການດຳຣົງຊີວິຕທີ່ຖືກຕ້ອງ ແລະ ເຫມາະສົມຂອງຄົນໃນສະໄຫມກ່ອນ ປຽບຢ່າງຫນື່ງເຫມືອນກັບກົດຫມາຍແຕ່ບໍ່ແມ່ນກົດຫມາຍ
ໃນຄອງສິບສີ່ນີ້ ໄດ້ແບ່ງອອກເປັນສີ່ພາກສ່ວນຄື: ພຣະສົງຄ໌ ມີສິບສີ່ ຄອງມະຫາກະສັດ ມີ ສິບສີ່ຄອງຂ້າຣາຊກາຣມີ ສິບສີ່ຄອງແລະ ຄາຣະວາສ ມີສິບສີ່ຄອງ ອັນນີ໊ຮຽກວ່າ ຄອງສິບສີ່
ໃນທີ່ນີ້ຈະຂໍຍົກເອົາແຕ່ຄອງສິບສີ່ຂອງຄາຣະວາສ ຄືຄອງສຳລັບຄົນ ທົ່ວໄປມີ 14 ຄອງຄື:
   1.   ຢ່າຢຽບເງົາພະສົງ ຫລື ຜູ້ທີ່ມີສິນບໍລິສຸດ.
   2.  ຢ່າເອົາອາຫານເຫລືອ ຫລືເງື່ອນ ໄປໃຫ້ພະສົງສັນ.
   3.   ຢ່າເສບກາມະຄຸນໃນມື້ວັນສິນວັນເຂົ້າພັນສາວັນ ມາຄະບູຊາວັນວິສາຂະບູຊາ ແລະ ກຸດສົງການ ຢ່າງເດັດຂາດ.
   4.   ເມື່ອພະສົງກາຍມາໃຫ້ນັ່ງລົງຍໍມືນົບໄຫວ້ ແລ້ວ ຈຶ່ງຄ່ອຍກາຍ ຫລື ໂອ້ລົມກັບເພີ່ນ.
   5.   ພຣະສົງເຂົ້າກຳໃຫ້ມີດອກໄມ້ທູບທຽນ ແລະເຄື່ງບໍລິ ຂານໄປກິນທານຮ່ວມເພີ່ນ.
   6.   ກ່ອນຈະເຂົ້ານອນໃຫ້ອາບນ້ຳ ຫລື ລ້າງຕີນເສຍ ກ່ອນ.
   7.   ເມື່ອເຖິງວັນສິນດັບ,ສິນເພັງໃຫ້ທຳບຸນຕັກບາດ ຫລື ນິມົນພະສົງມາສູດມຸງຄຸນເຮືອນ.
   8.   ເມື່ອເຖິງວັນສິນເພັງໃຫ້ແຕ່ງຂັນດອກໄມ້ທູບທຽນ ສົມມາຜົວຂອງຕົນ.
   9.   ເມື່ອພຣະສົງສາມະເນນມາບິນທະບາດ ຢ່າໃຫ້ເພິ່ນ ຄອຍຖ້າເວລາ ປ່ອນບາດຢ່າໃຫ້ມືຊູນບາດ ຫລືຊູນ ພຣະສົງສາມະເນນ. ຍາມໃສ່ບາດຫ້າມຖືອາວຸດໃສ່ເກີບເອົາຜ້າປົກຫົວ ຫລື ອູ້ມເດັກນ້ອຍ.
   10.   ເມື່ອເຖິງວັນສິນ 08 ຄ່ຳສິນ 15 ຄ່ຳ ໃຫ້ພາກັນ ສົມມາກ້ອນເສົ້າເຕົາໄຟແມ່ຂັ້ນໄດປະຕູເຮືອນທີ່ ຢູ່ອາໄສ.
   11.   ກ່ອນຈະຂື້ນເຮືອນນັ້ນໃຫ້ລ້າງຕີນເສຍກ່ອນ.
   12.   ໃຫ້ພາກັນເຮັດຮົ້ວອ້ອມວັດ ແລະ ບ້ານເຮືອນຂອງ ຕົນໃຫ້ດີ.
   13.   ເມື່ອເຖິງລະດູການເກັບກ່ຽວຜົນລະປູກ ຢ່າຟ້າວກິນ ກ່ອນ ໃຫ້ເອົາໄປເຮັດບຸນໃຫ້ທານ ແກ່ຜູ້ມີສິນກ່ອນ ແລ້ວຈຶ່ງກິນຕາມຫລັງ.
   14.   ຢ່າພາກັນລັກໂລບຕາຊິງຢ່າພາກັນຈ່າຍເງິນແດງ ແປງເງິນຄວ່າງຢ່າກ່າວຄຳຫຍາບຊ້າກ້າແຂງ

ຕໍ່ກັນ ແລະກັນ.

No comments:

Post a Comment