Monday, February 24, 2014

ປັນນາຍຫຼືຫົວຫນ້າຫນ່ວຍງານ

 l. ປັນນາຍຫຼືຫົວຫນ້າຫນ່ວຍງານທີ່ດີຕ້ອງປະກອບດ້ວຍຫຍັງແນ່?
ຂ້າຂໍນຳຍົກຂໍ້                   ທີ່ພໍ້ອ່ານພານຕາ
ຍົກອອກມາບັນຈົງ              ເພື່ອພົງສາເຊື້ອ
ຫວັງຢາກເຈືອຣະນັຍເພີ້ມ        ເສີມລົງພໍຮູ້ຕື່ມ
ໃຜເຂົ້າໃຈຊາບຊຶມ              ຢ່າສູ່ລືມບອກໃຫ້ ພໍໄດ້ຮ່ອມເຫັນ
ສັພພັນຍູສັ່ງເນັ້ນ                ໃຫ້ເຫັນຮຸ່ງເຮືອງໃສ
ໃຈ "ເມຕຕາ"ປານີ              ບໍ່ບຽດສີຕີຂ້າ
ມວນສັດສາທັງຄົນພ້ອມ         ຍິນດີດອມຖ້ວນຖີ່
ຖນອມຮັກຊີວີ                  ຫຼີກປົບຫນີຢ້ານຖືກຂ້າ ເມຕຕາ ໄວ້ໄຕ່ຄວນ
"
ກະຣຸນາ" ໃຫ້ຄົບຖ້ວນ          ອິຕົນເພິ່ນຜູ້ມີທຸກ
ຜູ້ອັ່ງອຸກສາຫັດ                 ຮີບຈັດຫາທາງຊວ້ານ
ສິ່ງບໍ່ຄວນຄືເຕີມຊ້ຳ             ມີສິລທັມຕ້ອງຊວ້ານຊ່ອຍ
ຢ່າດູດາຍປະປ່ອຍ              ອີດູຕົນຊ່ອຍແກ້ຄົນພວມແຢ້ຢ່ານັ່ງເສີຍ
"ມຸທິຕາ" ມີຍິ້ມເປີ້ຍ              ກ່ອນຈາເອີ່ຍຄຳຄວນ
ຕ້ອງຄິດຫວນທວນຄັກ           ຈຶ່ງຄ່ອຍໄຂຄຳເວົ້າ
ບໍ່ຄວນເອົາຄຳຮ້າຍ             ຮ້ອນຄືໄຟເວົ້າໃສ່ເພິ່ນ
ຄິດໃຫ້ດີເສັຽກ່ອນ               ຈຶ່ງຄ່ອຍຈາປາກຕ້ານ ຂານຂໍ້ຕໍ່ກັນ
"ອຸເປກຂາ" ຂໍ້ນີ້ນັ້ນ              ຢ່າໄຫວຫວັ່ນຕ້ອງວາງເສີຍ
ມີສະຫາຍມວນມິດ              ຄິດບໍ່ດີຕ້ອງອົດໄວ້
ທຳໃຫ້ໃຈແປນວ້າງ             ວາງຕົວເສີຍຢູ່
ບໍ່ຜິດຫມູ່ບໍ່ຜິດຄູ່                ອຸເປກຂາບໍ່ສະທ້ອນດີຍ້ອນບໍ່ຫວັ່ນໄຫວ
ຫາກວ່າທຳຕົນໄດ້              ຊິໃສຮຸ່ງເຮືອງສີ
ເມຕຕາມີໃນໃຈ                 ເຫຼື້ອມໃສສີກ້າ
ກະຣຸນາອີຕົນພ້ອມ              ຍິນຍອມໃຫ້ຄົນເພິ່ງ
ມຸທິຕາກ້ຳເກິ່ງ                  ອຸເປກຂາຕື່ມເຂົ້າ ຊີວາເຈົ້າຢູ່ສະບາຍ



No comments:

Post a Comment