l. ບຸນຫໍ່ເຂົ້າປະດັບດິນ
ໃນວັນແຮມ 14 ຄໍ່າ ເດືອນ 9 ປະຊາຊົນລາວໃນທົ່ວປະເທດ,ໄດ້ພາກັນທຳບຸນຫໍ່ເຂົ້າປະດັບດິນ ຕາມຮີດຄອງປະເພນີ,ເຊິ່ງບັນພະບຸຣຸດລາວເຮົາໄດ້ປະຕິບັດສືບກັນມາເປັນເວລາຍາວນານ,ຈົນກາຍເປັນຮີດຄອງປະເພນີແລະວັດທະນາທຳປະຈຳຊາດ, ເຊິ່ງມີບັນຍັດໄວ້ໃນຮີດ 12 ຄອງ14 ວ່າ,ເດືອນ 9 ດັບເອົາບຸນຫໍ່ປະດັບດິນ.ກ່ຽວກັບຮີດຄອງປະເພນີ ການທຳບຸນຫໍ່ເຂົ້າປະດັບດິນຂອງຄົນໂບຮານ,ທີ່ໄດ້ປະຕິບັດກັນມາຈົນເຖິ່ງປັດຈຸບັນນີ້,ກ່ອນມີການທຳບຸນ
ປະຊາຊົນກໍມີການຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ ເປັນຕົ້ນວ່າ,ຫໍ່ເຂົ້າຕົ້ມເຂົ້າໜົມ
ແລະ ວັດຖຸໄທຍະທານອື່ນໆໄວ້ພ້ອມ,ເຂົ້າຕົ້ມເຂົ້າໜົມເຫລົ່ານັ້ນຈະແບ່ງອອກເປັນສ່ວນຄືສ່ວນໜື່ງແບ່ງໄວ້ຮັບປະທານພາຍໃນຄອບຄົວ,ອີກສ່ວນທີ່ສອງແບ່ງໃຫ້ຍາດພີນ້ອງ
ແລະ ມິດສະຫາຍຮັບປະທານ ສ່ວນທີ່ສາມແບ່ງໄວ້ທຳບຸນຕັກບາດ ຖວາຍໃຫ້ແກ່ພຣະສົງສາມະເນນ ອຸຸທິດຢາດນໍ້າໄປໃຫ້ເປຕະຊົນ
ສ່ວນທີ່ສີ່ເອົາໃບຕອງກ້ວຍມາຫໍ່ເຂົ້າຕົ້ນເຂົ້າໜົມແລະວັດຖຸທານຕ່າງໆລວມກັນ
ເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ,ແລ້ວກໍເອົາໄປວາງໄວ້ຕາມລະບຽງສີມ ທາດເຈດີ ຕາມຫຍ້າ,ຕັ້ງແຕ່ເຊົ້າມືດປະມານ 4-5 ໂມງເຊົ້າຂອງມື້ເດືອນ 9ດັບ,ເພື່ອໃຫ້ເປຕະຊົນມາຮັບເອົາຕາມຄວາມເຊື່ອຖືຂອງຄົນໂບຮານ-ກ່ອນນັບຖືພຣະພຸດທະສາສະໜາ,ຫໍ່ສິ່ງຂອງເຫຼົ່ານັ້ນເມື່ອຖືກຝົນ
ແດດລົມ ນົກາ ໝູໝາ ເປັດໄກ່ ກັບຈິກຕອດ ກໍຈະຕົກເຮັ່ຍສະຊາຍຕາມດິນ ຕາມຫຍ້າ
ຄົນກໍເລີ່ຍພາກັນຮຽກວ່າຫໍ່ເຂົ້າປະດັບດິນ.ປະເພນີອັນນີ້ສືບເນືອງຈາກຮີດພີຄອງພາມ,ເລື່ອງມີຢູ່ວ່າ
ມີພາມຄອບຄົວໜື່ງ ມີລູກຊາຍຄົນດຽວ ພໍ່ແມ່ຮັກເໝືອນແກ້ວຕາດວງໃຈ ເມື່ອລູກຊາຍອາຍຸໄດ້16ປີກໍມາຕາຍ,ພໍ່ແມ່ໂສກເສົ້າເສຍໃຈຫຼາຍ
ກິນບໍ່ໄດ້ນອນບໍ່ຫລັບເພາະຮິດຮອດລູກ ຫລັງຈາກຕາຍແລ້ວກໍນຳໄປຝັງໄວ້ທີ່ປ່າຊ້າ
ປູກເຮືອນໃຫ້ຫລັງໜື່ງພ້ອມທັງເຄືອງໃຊ້ສອຍທີ່ຢູ່ທີ່ນອນຄົບ,ແລ້ວແຕ່ງຄົນໃຊ້ໄປສົ່ງເຂົ້າທຸກວັນໆ
ຢູ່ມາວັນໜື່ງຝົນຕົກແຮງນໍ້າຫລາຍ ຄົນໃຊ້ຂ້າມໄປສົ່ງເຂົ້າບໍ່ໄດ້
ເລີ່ຍກັບມາເຫັນພິກຂຸໄປບິນທະບາດ
ຈິງຕັດສິນໃຈເອົາເຂົ້າໃສ່ບາດແລ້ວອຸທິດສ່ວນບຸນໄປໃຫ້ລູກຊາຍຂອງພາມ
ໃນຄືນວັນນັ້ນພາມຜູ້ເປັນພໍ່ຝັນເຫັນລູກຊາຍມາບອກວ່າ ຕັ້ງແຕ່ລູກຕ່າຍໄປກໍ່ໄດ້ມາກິນເຂົ້າແຕ່ວັນວານນີ້ເທົ່ານັ້ນ
ພາມຕື່ນຂື້ນນຶກປະຫລາດໃຈໃນຄວາມຝັນນັ້ນ ຈືງຮຽກຄົນໃຊ້ນັ້ນມາຖາມວ່າ
ກູໃຫ້ມືໄປສົ່ງເຂົ້າໃຫ້ລູກຊາຍຢູ່ໃນປ່າຊ້າ ມືງໄດ້ໄປທຸກມື້ບໍ່? ຄົນໃຊ້ກໍຕອບວ່າໄປທຸກມື້ເວັ້ນໄວ້ແຕ່ມື້ວັນວານນີ້ບໍ່ໄດ້ໄປ
ເພາະຝົນຕົກແຮງນໍ້າຫລາຍຂ້າມໄປສົ່ງເຂົ້າບໍ່ໄດ້ ຂ້ານ້ອຍກັບມາພົບພິກຂຸໄປບິນທະບາດ
ຂ້ານ້ອຍຈິງໄດ້ເອົາເຂົ້າໃສ່ບາດໃຫ້ພິກຂຸແລ້ວອຸທິດສ່ວນບຸນກຸສົນໄປໃຫ້ລູກຊາຍຂອງທ່ານ
ເມື່ອພາມໄດ້ຟັງຄົນຕອບກໍນຶກປະຫລາຍໃຈ ຈື່ງເຂົ້າໄປເຝົ້າພຣະພຸດທະເຈົ້າ
ຂາບທຸນເລື່ອງນັ້ນໃຫ້ຊົງຊາບ ພຣະພຸດ ທະເຈົ້າກໍໄດ້ຕັດເທດສະນາແກ່ພາມວ່າ
ທ່ານພາມເຮັດຢ່າງນີ້ບໍ່ຖືກຕ້ອງ ເຮົາຈະສະແດງໃຫ້ທ່ານຟັງຜູ້ມີສັດທາຢາກຈະອະນຸເຄາະແກ່ເປຕະຊົນທີ່ລວງຫລັບໄປແລ້ວໃຫ້ທຳບຸນຖວາຍທານແກ່ພຣະສົງຜູ້ມີສິນ
ມີກັນ
ລະຍານະທັມແລ້ວອຸທິດສ່ວນບຸນໄປໃຫ້ຜູ້ຕາຍໄປຍ່ອມມີໄດ້ຮັບຜົນທານນັ້ນເໝືອນດັ່ງຄົນໃຊ້ຂອງທ່ານເອົາເຂົ້າໃສ່ບາດໃຫ້ພຣະສົງແລ້ວອຸທິດສ່ວນບຸນໄປໃຫ້
ລູກຂອງທ່ານຈືງໄດ້ຮັບປະທານອາຫານ ເຊິ່ງປະກົດໃນຄວາມຝັນຂອງທ່ານນັ້ນ
ເມື່ອພາມໃດ້ຟັງແລ້ວກໍເຂົ້າໃຈ ເກີດສັດທາເລື້ອມໃສສະແດງຕົນເປັນພຸດທະມາ
ມະກະນັບຖືພຣະພຸດທະສາສະໜາຕະຫລອດຊີວິດ. ໃນເລື່ອງນີ້ຊີ້ໃຫ້ເຫັນວ່າກ່ອນພຣະພຸດທະເຈົ້າຕັດສະຮູ້ນັ້ນ
ລູກຫລານຄິດຮອດພໍ່,ແມ່ປູ່ຍາຕາທວດທີ່ຕາຍໄປແລ້ວກໍຈະພາກັນເອົາເຂົ້າປາອາຫານຫວານຄາວຫຼືສິ່ງຂອງທີ່ເພີ່ນມີພ້ອມວ່າງໄວ້ຕາມຂຸມຝັງສົບທີ່ປ່າຊ້າຫຼືສະຖານທີ່ອື່ນໆຕາມຄວາມເໝາະສົມ
ເພື່ອໃຫ້ວິນຍານຂອງທ່ານມາຮັບເອົາ
ປະເພນີອັນນີ້ກໍຍັງໄດ້ສືບທອດກັນມາຈົນເຖິງທຸກວັນນີ້ແລະມີອີກເລື່ອງໜື່ງມີກ່າວໄວ້ໃນທຳມະບົດວ່າໃນອາດິດຕະການນັບຍອນຫຼັງໄປຈາກພຣະພຸດທະເຈົ້າຂອງເຮົາອຸບັດເກີດຂື້ນໃນໂລກປະມານ 92 ກັບ
ຍາດຂອງພຣະເຈົ້າພິມພິສານລັກກິນຂອງທີ່ຈະຖວາຍແກ່ພຣະສົງຢູ່ໃນໂຮງທານພ້ອມທັງເງິນຢູ່ໃນພຣະຄັງຫລວງແລ້ວກໍໂຮງທານແລະບັນຊີເງິນຢູ່ໃນຄັງຫລວງ
ຕາຍຈາກຊາດນັ້ນແລ້ວໄປເກີດເປັນເພດຜີເປືອຍອືດຢາກຫອດຫິວອາຫານຮ່າງ ກາຍຈ່ອຍຜອມໂຕດຳຄືຖ່ານ
ປາກແຫຼມຄືເຂັມ ກິນ-ດື່ມລຳບາກ ຢ້ອນຜົນກຳຕາມສະໜອງທົນທຸກ ທໍລະມານເປັນເວລາຍາວນານ
ຄືຕັ້ງແຕ່ສາສະໜາຂອງພຣະເຈົ້າກັດສະປະ ລວງມາຈົນເຖິງສາສະໜາຂອງພຣະໂຄດົມສຳມາສຳພຸດທະເຈົ້າ
ພຣະເຈົ້າພິມພິສານເຊິ່ງເປັນຍາດຂອງເຜດເຫຼົ່ານັ້ນ
ພຣະອົງກໍບໍ່ຮູ້ວ່າຍາດຂອງເພີ່ນຕາຍໄປເປັນເຜດ ຕາມປົກກະຕິແລ້ວ ພຣະເຈົ້າພິມພິສານໄດ້ອຸປະຖໍາຄໍ້າຊູພຣະພຸດທະສາສະໜາແລະໄດ້ທຳບຸນໃຫ້ທານແກ່ພຣະສົງສາວົກທຸກວັນ
ແຕ່ບໍ່ໄດ້ຍາດນໍ້າອຸທິດສ່ວນບູນໄປໃຫ້ເປຕະຊົນ
ຢູ່ມາຄືນມື້ໜື່ງເຜດເຫຼົ່ານັ້ນທົນລໍຄອຍຮັບຜົນທານຈາກພຣະເຈົ້າພິມພິສານບໍ່ໄຫວ
ຈື່ງໄດ້ພາກັນໄປສະແດງປະຕິກິຣິຍາຢູ່ໄດ້ຜາສາດທີ່ບັນທົມ ຄືພາກັນຮ້ອງໃຫ້ສົ່ງສຽງເຍັນເປັນຕາຢ້ານກົວ
ຈົນຂົນຫົວລຸກ ໜັງຫົວຟອງປະກົດແກ່ພຣະເຈົ້າພິມພິສານ
ພຣະອົງຕື່ນຈາກບັນທົມສົງໄສວ່າແມ່ນເຫດອັນໃດ ຈື່ງໄດ້ນຳເອົາເຫດການອັນນັ້ນໄປ
ການທຳບຸນຫໍ່ເຂົ້າປະດັບດິນ ກໍເປັນສ່ວນໜື່ງໃນການສົ່ງເສີມພຣະພຸດທະສາສະໜາໃຫ້ຈະເລີນ
ເພາະສະນັ້ນ ພວກເຮົາຄວນອະນຸຣັກຮັກສາຮີດຄອງປະເພນີແລະວັດທະນາທຳອັນດີງາມນີ້ເອົາໄວ້ໃຫ້ອະ
ນຸຊົນຮຸ້ນຫລັງ ໄດ້ສືບທອດຕໍ່ໄປ. ສະຫຼຸບເລື່ອງປະເພນີການຫໍ່ເຂົ້າປະດັບດິນ
ບຸນຫໍ່ເຂົ້າປະດິນ ເປັນ ບຸນປະເພນີປະຈຳເດືອນ 9 ດັບ ບັນພະບຸລຸດລາວເຮົາໄດ້ປະຕິບັດສືບທອດກັນມາເປັນເວລາຍາວນານ
ຈົນກາຍເປັນຮີດຄອງປະເພນີປະຈຳຊາດໃນເມື່ອກ່ອນເຊິ່ງມີບັນຍັດໄວ້ຮີດ 12 ຄອງ 14 ເວົ້າວ່າ ເດືອນ9ດັບເອົາບຸນຫໍ່ເຂົ້າປະດັບດິນ. ຄຳວ່າຫໍ່ເຂົ້າປະດັບດິນ
ຖືເອົາຕາມລັກສະນະການກະທຳຂອງຄົນໂບຮານກ່ອນການນັບຖືພຣະພຸດ ທະສາສະໜາ
ຄືການເອົມໃບຕອງກ້ວຍມາຫໍ່ເຂົ້າຕົ້ມເຂົ້າໜົມ ກ້ວຍ,ອ້ອຍ,ຊີ້ນແຫ້ງ,ປາແຫ້ງ
ໝາກພູ ຢາສູບ ລວມກັນເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການຂອງໃຜລາວ
ແລ້ວກໍເອົາໄປວາງໄວ້ຕາມ ພຣະທາດ ເຈດີ ລະບຽງສີມ ຕ້າຍວັດ ທາດພໍ່ແມ່ ປູ່ຍາຕາທວດ ຫຼື
ເອົາໄປວາງໄວ້ຕາມ ຕົ້ນໄມ້ ຕາມ ດິນຕາມຫຍ້າ ຕັ້ງແຕ່ເວລາເຊົ້າມືດປະມານ 4-5 ໂມງເຊົ້າຂອງມືເດືອນ 9ດັບ ເພື່ອໃຫ້ພໍ່ແມ່
ປູ່ຍາຕາທວດມາຮັບເອົາຂອງທານຕາມຄວາມເຊື່ອຖືຂອງໂບຮານ ຫໍ່ສິ່ງຂອງເຫລົ່ານັ້ນເມື່ອຖືກຝົນລົມ
ແດດນົກກາ ໝູ ໝາເປັດໄກ່ ກັດຈິກຕອດ ກໍຈະຕົກເຮັຍສະຊາຍຕາມດິນຕາມຫຍ້າ
ຄົນກໍເລີ່ຍພາກັນເຮັດທຳມາເທົ້າທຸກວັນນີ້
(ຄັດຈາກບົດເທສນາຂອງພຣະອານຈານໃຫຍ່) ເນື້ອໃນອາດຈະບໍ່ຄົບຖ້ວນແຕ່ກໍຫວັງວ່າພໍຈະເຂົ້າໃຈໄດ້
ສຳລັບທ່ານທີ່ສົນໃຈ ຂໍອະໄພນຳນັກປາດອາຈານ (ພຣະເຈົ້າພຣະສົງ ຄູບາ ອ້າຍຈົວ ຂະນ້ອຍ) ຂະນ້ອຍບໍ່ໄດ້ຮຽນບາລີ
ພຽງແຕ່ເປັນຊຽງຊື່ກ່າຍມາຈາກເວບໃບລານ.
No comments:
Post a Comment