Monday, February 24, 2014

ຄຳກອນສອນໃຈ

ນ້ອມນອບໄຫວ້…………ທູນບາດນາໂຖ
ທັງພຸດໂທທັມສົງ…………………….ຍອດຍານ ໄຕຼແກ້ວ
ສວັດສະດີນ້ອມ……………………ໃນທັມອົງປະເສີດ
ຄຸນພຣະຍົກໃສເກົ້າ………………..ຍໍໃວ້ທີ່ສູງ ແທ້ແລ້ວ
ບັດນີ້ຂ້າຈັກຄິດໄຄ່ຄ້ຳ……………ຄຳເທສນາສອນ
ໄວ້ເປັນກອນລາວເຮົາ……………...ກ່າວກັນກວນຮູ້
ພໍເປັນຄູຄູນຄ້ຳ……………………ນຳສອນສລອງກ່າວ
ສອນສັ່ງສາວສ້ຳແສ້……………….ຊາຍເຊື້ອຊາດສະກັນ
ເວົ້າ ໃຫ້ຖືກບ່ອນບັ້ນ………………ຊັ້ນເກົ່າປາງປະຖົມ
ແຕ່ບູຮານລາວເດີມ……………….ດັ່ງພຸດໂທທົງຊີ້
ຕາມປະເພນີພື້ນ………………….ພູມພຣະອົງເອງເທດ
ຕາມແຕ່ສັງເຂບຂໍ້………………..ຂໍແຈ້ງຈິ່ງຖແລງ ເຈົ້າເອີຍ
ບໍ່ແມ່ນຄິດອວດໂອ້……………..ອ້າງວ່າໂຕດີ
ບໍ່ແມ່ນຕີກອນສອນ………………ຊິອວດເຊີງຄວາມຮູ້
ເຮົາຫາກຫວັງດີດ້ວຍ……………..ດອມທັມທາງຊື່
ຕາມທີ່ຮຽມຈື່ ໄດ້………………..ຫຼາຍເລື້ອງທ່ານສອນ
ຫວັງວ່າ ຄົງຊິເປັນສາຍເສັ້ນ………ເຫັນຕຸຍຕາມໄຕ່
ຕັດປ່ອງໄວ້……………………..ໄປໜ້າຈິ່ງຄ່ອຍເດີນ ເຈົ້າເອີຍ
ຟັງເຢີປຸຣິໂສເຊື້ອ…………….ຊາຍໂຖງແຖມໂລກ
ພ້ອມພ່ຳສາວສ່ຳແສ້……………ຮາມຮ້າງແກ່ກາງ
ຂໍ ໃຫ້ມານັ່ງ ໃກ້………………….ຟັງເທສນາສອນ
ເປັນບ່ອນຈອມໃຈທັມ…………..ທ່ານພຣະອົງເອງຊີ້
ມີຢູ່ ໃນມູນເຄົ້າ………………….ປາງປະຖົມຖແລງກ່າວ
ຝູງຊາວເຮົາເກົ່າກີ້………………ຕີກະທູ້ທ່ານສອນ
ບ່ອນໃດມັນຫາກຜິດພາດພັ້ງ………....ຟັງບໍ່ຄ່ອງຄືຫູກໍດີ
ຂໍແກ່ເມທີທານ………………………ໃຫ້ທ່ານປຸນແປງແກ້
ບ່ອນໃດມັນຫາກເປັນທັມແທ້………….ຂອງຈິງຈິ່ງຄ່ອຍຈື່ຈຳເນີ
ບ່ອນໃດມັນຫາກຂິນຂວ່າຍຂວ້າງ……..ຂວາງກັ້ນພະໂສດຫູ
ບ່ອນນັ້ນຂໍໃຫ້ຍໍຍົກ ໄວ້……………….ຢ່າ ໄດ້ໃສ່ໃຈຈິດ
ເໝືອນດັ່ງກິນແກງປາ……………… ໃຫ້ເລືອກຫວນຫາຊິ້ນ
ບໍ່ແມ່ນກິນທັງກ້າງ…………………..ຊິຂວາງຄໍຄາເຄີກ
ໃຫ້ເລືອກຫາຕັ້ງແຕ່ບ່ອນອ້ອຍຊ້ອຍ……ຄືກ້ອຍບ່ອນສັນ
ອັນນີ້ສັນ ໃດແທ້………………………..ທາງທັມປຸນປຽບ
ເວົ້າ ໃຫ້ມັນລຽບລ້ອຍ………………..ລັງລ້າວບໍ່ ໃຫ້ມີ
ອັນນຶ່ງນັບແຕ່ອົງພຸດໂທຊີ້……………..ມີຈິງຈັງທ່ຽງ
ບໍ່ແມ່ນເວົ້າບ່ຽງລ້ຽວ…………………… ໂລມລິ້ນເລດກະບວນ
ບ່ອນນັ້ນຂໍໃຫ້ຍໍຍົກ ໄວ້……………….ຢ່າ ໄດ້ໃສ່ໃຈຈິດ
ເໝືອນດັ່ງກິນແກງປາ……………… ໃຫ້ເລືອກຫວນຫາຊິ້ນ
ບໍ່ແມ່ນກິນທັງກ້າງ…………………..ຊິຂວາງຄໍຄາເຄີກ
ໃຫ້ເລືອກຫາຕັ້ງແຕ່ບ່ອນອ້ອຍຊ້ອຍ……ຄືກ້ອຍບ່ອນສັນ
ອັນນີ້ສັນ ໃດແທ້………………………..ທາງທັມປຸນປຽບ
ເວົ້າ ໃຫ້ມັນລຽບລ້ອຍ………………..ລັງລ້າວບໍ່ ໃຫ້ມີ
ອັນນຶ່ງນັບແຕ່ອົງພຸດໂທຊີ້……………..ມີຈິງຈັງທ່ຽງ
ບໍ່ແມ່ນເວົ້າບ່ຽງລ້ຽວ…………………… ໂລມລິ້ນເລດກະບວນ
ແຕ່ວ່າຄົນຫາກບໍ່ຖືເອົາແທ້………………ຕາມກະແສສຽງເທດ
ພຣະອົງຊີ້ເຫດພ້ອມ…………………….ຜົນແກ້ມແກ່ມນຳ
ປານນັ້ນຍັງບໍ່ທຳຕາມຊັ້ນ………………..ນຳຄຳພຸດ ໂທກ່າວ
ສາວຫາຕັ້ງແຕ່ຄວາມຫຍາບຊ້າ…………..ຊົງຮ້າຍກຽດສະກົວ
ແນວວ່າຈິດບໍ່ຕັ້ງທ່ຽງໝັ້ນ…………………ແສນຊິໝັ່ນ ໄປຟັງ
ແມ່ນຊິເອົາທັມແຂນ………………………ຄາດຄໍຄຽນ ໄວ້
ກໍບໍ່ມີຜົນຊ້ຳ………………………………ທຳກາຍ ໃຫ້ມືນເມື່ອຍ
ໄປຟັງທັມຢູ່ເລື້ອຍໆ ………………………ບຸນໄດ້ກໍບໍ່ຫຼາຍ
ທັມເພີ່ນເທເທດ ໄວ້…………………..ໃນຜູກສັງຄະຫະ
ໃຜຜູ່ມີປັນຍາ………………………..ຈິ່ງຊິຫວນເຫັນແຈ້ງ
ພຣະອົງຊົງສແດງ ໄວ້…………………ຫຼາຍໃນທາງພຣະສູດ
ບໍ່ແມ່ນເວົ້າຫລອກກຼິ້ນ…………………ຫລາຍລິ້ນແງ່ງອນ
ແມ່ນວ່າໃຜຫາກຖືທັມ ໄດ້………………ໃຈໃສສະເໝີແວ່ນ
ອັນນັ້ນຕັ້ງໂຕແກ່ນມະນຸດແທ້…………...ທະລົງສ້າງໂລກຄົນ
ບໍ່ແມ່ນສັດຖ່ອຍຮ້າຍ……………………ແນວໜ່າຍເດຍລະສານ
ສົມພານເພັງພຽງພໍ………………………ກໍປຸນແປງ ໃຫ້
ສີວິ ໄລລຽມເລື້ອມ………………………..ປານເດືອນສິບຫ້າຄ່ຳ
ເພາະວ່າທັມຫໍ່ຫຸ້ມ………………………ກວມກຸ້ມເກດສຽນ
ຝູງໝູ່ເທພແຫລ່ງຫລ້າ…………………..ເງື້ອມງ່າເຂົາຂວາງກໍດີ
ຍັງຍ່ອມຍໍພະກອນນົບ…………………..ແນບພະສຽນສແວງຍ້ອງ
ທຸກທົ່ວຊາວປະດາ ໂດຍເຊື້ອ………………ນໍລະຊົນກໍຊົມຊອບ
ບໍ່ຫ່ອນແໜ່ງໜ່າຍໜ້າ……………………ຈາຕ້ານຕູ່ຕຽນ
ແມ່ນຊິທຸກຂະມອດໄຮ້,…………………..ສັພສິ່ງແນວໃດ
ໂພຄາໃຄຄື ຂອງ………………………….ຂາດແຄນເຄືອງແຄ້ນ
ຍັງຍ່ອມມີຄົນຍ້ອງ………………………ຍໍຄູນຄວາມເຊື່ອ
ວ່າເປັນເຊື້ອໜໍ່ຟ້າ……………………….ຊາວຊັ້ນກິ່ງສວັນ ນັ້ນແລ້ວ
ບາງຄົນນັ້ນ……………………………..ຟັງເສຽສູນເປົ່າ
ຟັງບໍ່ ໄດ້ເຣື່ອງເວົ້າ………………………ຟັງແລ້ວກໍ່ເປົ່າດາຍ
ອັນນັ້ນ ເຂົາວ່າຫາອຸບາຍຟັງຫລິ້ນ………..ບໍ່ມີສິນສັດຫໍ່
ຟັງເຮັດລໍ້ເພື່ອນບ້ານ…………………….. ໃຫ້ເຂົາຕ້ານວ່າດີ
ໃນໂຕທັມບໍ່ມີພໍດີ້………………………….ອັບປີປີ້ປົ່ນ
ເປັນຄົນເກີດມາເສຍຊາດຊັ້ນ……………….ເປັນໝັ້ນຖີ້ມບໍ່ແກ່ນສານ
ແຕ່ວ່າຍັງຍ່ອມແຄນໃຄແທ້………………………ເປັນກະແສໜີຫລີກ
ຫາອຸບາຍວ່າຢາກຜີກອອກແທ້……………………ກະແສຂາມແກ່ງກາມ
ໃຜກໍວ່າຂີ້ຄ້ານ…………………………………..ບໍ່ຄິດອ່ານຫາທາງ
ບໍ່ຖາງພົງ ໄພຮົກ………………………………..ໃຫ້ເປົ່າແປນປົນບ້ານ
ຍາມທ່ອງທຽວທາງດັ້ນ…………………………ສັນຈອນຈຳຈາກ
ລຳບາກຄົນຂີ້ຄ້ານ……………………………ຊິຄານໝົ້ນໝູ່ໜາມ
ໂລກນີ້ມັນຫາກບໍ່ທ່ຽງແທ້……………………..ແປປ່ວນເປັນ ໄປ
ເຮົາບໍ່ອາ ໄລເຮົາ…………………………….ຊິເປົ່າສູນເສຍເຊື້ອ
ຄວາມດີໃຜບໍ່ທານເທໃຫ້……………………ໃຈໃຜຫາກຕົກແຕ່ງ ເອົາດາຍ
ໃຜບໍ່ຈຳຈ່ອງ ໃຫ້…………………………..ເປັນຮ້າຍກໍເພາະໂຕ
ບາດ ໄປຖືກທີ່ຮ້າຍ………………………..ພັດແໜງໜ່າຍພາຍລຸນ
ເພາະວ່າບຸນບໍ່ມີຄາຄິງ……………………ຂມອດຈົນຈຳກົ້ນ
ເປັນຄົນມານຳບ້ານ………………………ເຮືອນຊານໃຫ້ຄືເພີ່ນ ດີດາຍ
ຢ່າຊິເມົາມ່ວນຫຼິ້ນ………………………..ສິນນັ້ນບໍ່ອ່າວຫາ
ຈັກໜ່ອຍບາບແບ່ງເບື້ອງ…………………ບັງບຽດບຽນກາຍ
ສັພພະຈັງ ໃລທັບ…………………………ຖືກທວງທຽມເນື້ອ
ມີ ແຕ່ເວທະນາໃໝ້………………………..ເຜົາກາຍທຸກເຊົ້າຄ່ຳ
ຄຳດີໂຕຂອງໂຕບໍ່ເວົ້າ…………………….ເອົາຮ້າຍໃສ່ ແຕ່ໂຕ
ໂລ ໂພມັນສູນເຂົ້າ…………………………..ເມົາມືນບໍ່ຮູ້ຕື່ນ
ມີ ແຕ່ໃຈສະອື້ນ……………………………..ບືນໜ້າວ່າຊິລວຍສາທຸເນີ ຂ້າຂໍ

No comments:

Post a Comment