ປະຫວັດຫຍໍ້(ການກຳເນີດວັດເກົ້າລ້ຽວ)
ວັດເກົ້າລ້ຽວແມ່ນມີປະຫວັດການເລົ່າຂານມານານແລ້ວ ແຕ່ກໍ່ບໍ່ຮູ້ລາຍລະອຽດວ່າແມ່ນຜູ້ໃດເປັນຜູ້ກໍ່ຕັ້ງຂື້ນ ເຊັ້ນລູກເຊັ້ນຫຼານເກີດໃໝ່ໃຫຍ່ລຸ້ນ ກໍ່ເຫັນແຕ່ດິນຈີ່ກອງກັນຂື້ນ ເປັນຮູບທາດເປັນຮູບໂບດ ຢູ່ທິດໃຕ້ຂອງເມືອງທ່າແຂກ. ຂ້າພະເຈົ້າຜູ້ຈັດພີມເຫັນວ່າມັນຈະເປັນປະໂຫຍດແກ່ລູກຫຼານໃນອານາຄົດ ຈື່ງໄດ້ຊອກຖາມຈາກເຖົ້າແກ່ຫຼາຍທ່ານ ຈື່ງພໍສະຫຼຸບໄດ້ດັ່ງນີ້: ເກົ້າລ້ຽວແມ່ນບໍລິວານວັດໃນສະໄໝເມືອງສີໂຄດຕະບອງ ມີຄວາມຈະເລິນຮຸ່ງເຮືອງ
ຈື່ງມີວັດວາອາຣາມເກີດຂື້ນຫຼາຍ ຢາຍຕາມແຄມແມ່ນ້ຳຂອງເຊັ່ນ: ນາໂບ, ວັດກາງ, ຈອມແຈ້ງ,
ແກ້ງມ່ວງ, ເກົ້າລ້ຽວ, ເກົ້າຍອດ, ກະຈາຍລູກຫຼາຍ, ຫາຍໂສກ, ສີໂລກ, ສີຖານ,
ສີບົວບານ, ສີຊົມຊຶ່ນ, ສົມແຜວ, ຄອກແບ້, ພະເຈົ້ານອນສີສຸມັງ, ຕາກແດດ ແລະ
ວັດສີມັງ
ວັດທີ່ກ່າວມາຂ້າງເທິງນີ້ ມີບາງວັດກໍ່ຍັງມີຊື່ຢູ່ໃນປັດຈຸບັນ, ບາງວັດກໍ່ບໍ່ມີ, ຈຳນວນໜຶ່ງກໍ່
ຖືກນໍ້າເຊາະເຈື້ອນໃປໝົດແລ້ວ
ບໍລິເວນວັດເກົ້າລ້ຽວໃນເມື່ອກ່ອນ ແມ່ນເປັນປ່າ ເປັນດົງ
(ເຖົ້າແກ່ກ່າວວ່າເປັນດົງ
ຊ້າງ, ເສືອ) ໃນປີ 1950 ປາຍ ໃນບໍລິເວນນີ້ ມີແຕ່ສອງສາມຄອບຄົວ ທີ່ມາຕັ້ງຫຼັກ
ຖານຢູ່ທີ່ນີ້ ຈາກນັ້ນກໍ່ມີຫຼາຍຄອບຄົວເພີ່ມຂື້ນມາ ທີ່ຍ້າຍມາຈາກຫຼາຍທ້ອງຖີ່ນ ຈົນມາຮອດ
ປີ 1958ໍ-59. ພໍ່ເຖົ້າຈານສອນ ຜູ້ທີ່ມາຕັ້ງຫຼັກຖານກ່ອນໝູ່ ໄດ້ຊັກຊວນພໍ່ແມ່ ອ້າຍເອື້ອຍ
ນ້ອງພາກັນຖາກຖາງ ແລ້ວຈຶ່ງປຸກກຸດຂື້ນໜຶ່ງຫຼັງ. ຫຼັກຈາກນັ້ນ ມົນຍາພໍ່
ຈານຄຳ ມາ
ເປັນເຈົ້າວັດ ມາຢູ່ໄດ້ພໍເທົ່າໃດກໍ່ເສຍຊີວິດ ວັດເກົ້າລ້ຽວກໍ່ກາຍເປັນວັດຮ້າງອີກ.
ປີ 1963 ພໍ່ເຖົ້າ
ຈູມ ຫຼວງໄຊມົງຄຸນ ນາຍບ້ານທ່າແຂກໄຕ້ ໄດ້ລວມພໍ່ແມ່
ບ່າວສາວ ພາກັນຖາກຖາງປົວແປງກຸດຕິ ວິຫານຄືນໃໝ່
ແລ້ວຈຶ່ງໃປນິມົນເອົາ ຍາພໍ່ ແກ່ນ
ວັດຈອມແຈ້ງມາເປັນເຈົ້າອາທິການວັດ ຈົນມາຮອດປີ 1980-1981 ກໍ່ໄດ້ເສຍຊີວິດ
ປີ
1981-84 ໄດ້ນິມົນພະມາເປັນເຈົ້າອະທິການວັດ ພະອິນປັນ, ພະບຸນຈັນ, ພະບຸນມີ ຍາພໍ່ທອງ
ປີ
1985-87 ພະມະຫາ ຈັນທະວົງ ໄຊຍະອ່ອນສີ
ໄດ້ມາເປັນເຈົ້າອາທິການວັດ ໄດ້ນຳ
ພາອອກຕົນຍາດໂຍມສ້າງ ( ນຳ້ສ້າງວັດຂຶ້ນ 1 ໜ່ວຍ )
ປີ
1988-1997 ນິມົນພະມາເປັນເຈົ້າອາທິການວັດມີ ພະເທີດ, ພະພູວິໄລ, ຫລວງປູ ບຸນມາ, ພະສີຍາ, ພະເພັດລຳພອນ,
ພະອາຈານດາວຫວັນ.
ປີ 1997-1999
ແມ່ນນິມົນ ຫລວງປູ ສາລີ ເປັນເຈົ້າອາທິການວັດ ໄດ້ນຳພາອອກ
ຕົນຍາດໂຍມສ້າງທ້າຍວັດ, ປະຕູໂຂງດ້ານໜ້າ. ຕໍ່ຈາກນັ້ນ ນຳພາສ້າງພັດທະສິມມາ(
ສິມ)
ໄດ້ 50% ກໍ່ໄດ້ເສຍຊີວິດ.
ປີ 1999-2001ທນິມົນ
ພະມະຫາ ບຸນຊູ ແດງມາລາ ເປັນເຈົ້າອາທິການວັດ ນຳພາ
ອອກຕົນຍາດໂຍມສ້າງພັດທະສິມມາ ສຳເລິດ 70-80% ກໍ່ຖືກໄປສຶກສາຕໍ່ຕ່າງປະເທດ.
ປີ
2001-2002 ນິມົນພະອາຈານ ຄຳຫລ້າ ຍົມບຸນມາ ເປັນເຈົ້າອາທິການ ໄດ້ສົມ
ທົບກັນກັບກຳມະການ ກໍ່ສ້າງພາຍນອກ ສືບຈໍ່ຈົນສຳເລັດ.
ມະວິໄນ ແຕ່ຢ່າງໃດເລີຍ ເປັນຄົນເຫັນແກ່ໄດ້ ເຫັນແກ່ຕົວ ເຫັນແກ່ໜ້າ ປາກຢ່າງໃຈຢ່າງ
ຈະຜິດຈະຖືກກໍ່ຕາມຊ່າງຫົວມັນ ຂໍພຽງແຕ່ໄດ້ໆໆກໍ່ພໍກໍ່ເປັນພໍ ຄູບາອາຈານບາງອົງກໍ່ໃຈເບົາ
ຖືກຄາລົມເອາະເຊາະ ໄດ້ຮັບການປະຈົບປະແຈງແລ້ວກໍ່ເລີຍລືມ ມອງຂ້າມພຮະເນນ ທີ່ເປັນລູກສິດທີ່ດີໆ ເປັນແບບນີ້ກໍ່ມີຫຼາຍ
+ ບວດຕາມສັດທາທີ່ສາມາດຢູ່ໄດ້
ພຮະເນນບາງອົງໄດ້ບວດແລ້ວ ປະຕິບັດວິປັດສະນາກຳມະຸານ ແລະ
ຕັ້ງໃຈສຶກສາທຳມະວິໃນ
ເມື່ອໄດ້ສຶກສາແລ້ວ ກໍໄດ້ສ້າງສາພັດທະນາແຫ່ງຕ່າງໆ ແລ້ວກໍ່ເລີຍຄິດເຫັນບຸນຄຸນຂອງພະພຸດ
ທະສາສະນາ ກໍ່ເລີຍເກີດຄວາມພູມໃຈຂື້ນມາແລ້ວກໍ່ເລີຍຢາກຢູ່ຢາກປະຕິບັດຕົນໃຫ້ເປັນປະ
ໂຫຍດແກ່ສາສະນາ ແກ່ສັງຄົມສ່ວນລວມ ຕາມສັດທາຄວາມສາມາດທີ່ຕົນມີ ບໍ່ໄດ້ວາງເປົ້າ
ໝາຍວ່າຈະລາສີກມື້ໃດ, ບາງອົງກໍ່ຕັດສິນໃຈບວດຕະຫຼອດຊີວິດເລີຍກໍ່ມີ
No comments:
Post a Comment