I. ຮີດສິບສອງ
ປະເທດລາວເປັນປະເທດທີ່ມີຫລາຍຊົນເຜົ່າ ນັບຖືຮີດຄອງປະເພນີອັນ ແຕກຕ່າງກັນ ແຕ່ຖ້າຈະໃຫ້ກ່າວລະອຽດຫມົດທຸກຊົນເຜົ່າ ກໍ່ຄົງເປັນການ ຍາກ. ສະນັ້ນຈຶ່ງຂໍນຳສະເນີພຽງແຕ່ຮີດສິບສອງຄອງສິບສີ່ ທີ່ພຸດທະສາ ສະນິກະຊົນບັນດາເຜົ່າ ນັບຖືກັນມາແຕ່ດົນນານໂດຍຫຍໍ້ໃຫ້ບັນດາທ່ານ ຮູ້ຈັກນຳກັນ.
ຄວາມຫມາຍຂອງຄຳວ່າ “ຮີດ” ແລະ “ຄອງ” ນັ້ນມີຄວາມຫມາຍ ໃກ້ຄຽງກັນ ແຕ່ບໍ່ແມ່ນອັນດຽວກັນ. ຄຳວ່າ “ຮີດ”ຫມາຍເຖິງສິ່ງທີ່ໄດ້ປະ ພືດປະຕິບັດກັນມາເປັນເວລາດົນນານ, ສ່ວນຄຳວ່າ “ຄອງ” ຫມາຍເຖິງ ກົດທີ່ວາງໄວ້. ເມື່ອເຮົານຳຄຳວ່າ “ຮີດ” ແລະ “ຄອງ” ມາລວມເຂົ້າກັນ ຈະກາຍເປັນຄຳວ່າ “ຮີດຄອງ” ທີ່ມີຄວາມຫມາຍວ່າ: ແນວທາງການປະ ພຶດປະຕິບັດທີ່ສືບທອດກັນມາເປັນເວລາດົນນານ.
ຮີດສິບສອງ ໃນແຕ່ລະເດືອນຂອງປີນຶ່ງ ຈະມີການເຮັດບຸນປະເພ ນີຂອງພຸດທະສາສະນິກະຊົນ ທີ່ແຕກຕ່າງກັນ ເຊິ່ງສະແດງໃຫ້ເຫັນເຖິງ ຄວາມຮູ້ບຸນຄຸນຕໍ່ກັບສິ່ງສັກສິດ ທີ່ຊ່ວຍໃຫ້ຕົວເອງມີຊີວິດການເປັນຢູ່ທີ່ດີຈົນໃນທີ່ສຸດ. ການກະທຳດັ່ງກ່າວ ກາຍມາເປັນຂະຫນົບທຳນຽມປະຕິບັດທີ່ ເອີ້ນວ່າ: ຮີດສິບສອງ ຮີດສິບສອງ ເປັນປະເພນີຂອງລາວທີ່ປູ່ຍ່າຕາຍາຍຂອງພວກເຮົາ ໄດ້ນັບຖື ແລະ ກະທຳກັນມາແຕ່ໂບຮານນະການ ເຊິ່ງພວກເຮົາລູກຫລານ ຄວນເກັບຮັກສາໄວ້ ແລ້ວນຳໄປປະຕິບັດປະກອບທັມ ເພື່ອເປັນມຸງຄຸນແກ່ ຕົນເອງ, ຄອບຄົວ ແລະ ສັງຄົມຕໍ່ໄປພາຍໜ້າ ຮີດສິບສອງ ມີກາບກອນ ແລະຄຳອະທິິບາຍ ດັ່ງຕໍ່ໄປນີ້;

໑. ເຖິງເມື່ອເດືອນຈຽງເຂົ້າ ກາຍມາແຖມຖ່າຍ
ຝູງຫມູ່ສັງຄະເຈົ້າ ກໍ່ຕຽມເຂົ້າສູ່ກັມ
ມັນຫາກທຳນຽມນີ້ ມີມາຕັ້ງແຕ່ກ່ອນ
ຢ່າໄດ້ລະຫ່າງເວັ້ນ ເຂັນຊິຂອງແລ່ນນຳ ແທ້ແລ້ວ .
ຝູງຫມູ່ສັງຄະເຈົ້າ ກໍ່ຕຽມເຂົ້າສູ່ກັມ
ມັນຫາກທຳນຽມນີ້ ມີມາຕັ້ງແຕ່ກ່ອນ
ຢ່າໄດ້ລະຫ່າງເວັ້ນ ເຂັນຊິຂອງແລ່ນນຳ ແທ້ແລ້ວ .
ເດືອນຈຽງ
ໃຫ້ນິມົນພຣະສັງຄະເຈົ້າເຂົ້າທັມກັມມະຖານ ທຳບຸນ ຖືສິນກິນທານ
ຢາດນ້ຳໄປໃຫ້ຍາດພີ່ນອ້ງຜູ້ລວ່ງລັບໄປແລ້ວ.
໒.
ພໍແຕ່ເດືອນຍີ່ໄດ້ ລ້ຳລວ່ງມາເຖິງ
ໃຫ້ພາກັນຫາຟືນ ສູ່ຄົນໂຮມໄວ້
ຢ່າໄດ້ໄລຄອງນີ້ ຊິເສັຽສີສູນເປົ່າ
ເຂົ້າແລະຂອງຫມູ່ນັ້ນ ຊິຫາຍສ້ຽງບໍ່ຍັງ
ຈົ່ງໃຫ້ຟັງຄອງນີ້ ແນວກອນເຮົາບອກ
ຢ່າໄດ້ເອົາອອກເວັ້ນ ເຂັນຮ້າຍຊິແລ່ນເຖິງ ເຈົ້າເອີຍ
ໃຫ້ພາກັນຫາຟືນ ສູ່ຄົນໂຮມໄວ້
ຢ່າໄດ້ໄລຄອງນີ້ ຊິເສັຽສີສູນເປົ່າ
ເຂົ້າແລະຂອງຫມູ່ນັ້ນ ຊິຫາຍສ້ຽງບໍ່ຍັງ
ຈົ່ງໃຫ້ຟັງຄອງນີ້ ແນວກອນເຮົາບອກ
ຢ່າໄດ້ເອົາອອກເວັ້ນ ເຂັນຮ້າຍຊິແລ່ນເຖິງ ເຈົ້າເອີຍ
ເດືອນຍີ່ທຳບຸນຄູນເຂົ້າ
ພຣະສົງສູດມົນສູ່ຂວັນສູດເຂົ້າ ຊາວບ້ານ ສະສົມຫາຟືນມາໄວ້.
໓.
ເຖິງເມື່ອເດືອນສາມໄດ້ ຈົ່ງພາກັນເຮັດເຂົ້າຈີ່
ໄປຖວາຍສັງຄະເຈົ້າ ເອົາແທ້ຫມູ່ບຸນ
ກຸສົນຍັງນຳຄ້ຳ ຕາມເຮົາມື້ລະຄາບ
ຫາກທຳນຽມຈັ່ງຊີ້ ມີແທ້ແຕ່ນານ
ໃຫ້ທຳໄປທຸກບ້ານ ທຸກທີ່ເອົາບຸນພໍ່ເອີຍ
ຄອງຫາກເຄີຍມີມາ ແຕ່ປາງປະຖົມພຸ້ນ
ຢ່າພາກັນໄລຖີ້ມ ປະເພນີຕງັ້ແແຕ່ເກົ່າ
ບ້ານເມືອງເຮົາຊິເສົ້າ ພັຍຮ້າຍຊິແລ່ນຕາມ.
ໄປຖວາຍສັງຄະເຈົ້າ ເອົາແທ້ຫມູ່ບຸນ
ກຸສົນຍັງນຳຄ້ຳ ຕາມເຮົາມື້ລະຄາບ
ຫາກທຳນຽມຈັ່ງຊີ້ ມີແທ້ແຕ່ນານ
ໃຫ້ທຳໄປທຸກບ້ານ ທຸກທີ່ເອົາບຸນພໍ່ເອີຍ
ຄອງຫາກເຄີຍມີມາ ແຕ່ປາງປະຖົມພຸ້ນ
ຢ່າພາກັນໄລຖີ້ມ ປະເພນີຕງັ້ແແຕ່ເກົ່າ
ບ້ານເມືອງເຮົາຊິເສົ້າ ພັຍຮ້າຍຊິແລ່ນຕາມ.
ເດືອນສາມ ມື້ເພັງ
ທຳບຸນເຂົ້າຈີ່ ແລະ ບຸນມາຄະບູຊາ.
໔.
ພໍເຖິງເດືອນສີ່ໄດ້ ໃຫ້ເກັບດອກບຸບຜາ
ຫາມາລາດວງຫອມ ສູ່ຄົນເກັບໄວ້
ຢ່າໄດ້ໄລຄອງນີ້ ຊິເສັຽສີສູນເປົ່າ
ຫາເອົາຕາກແດດໄວ້ ໃຫ້ທຳແທ້ສູ່ຄົນ
ຢ່າໄດ້ໄລຫນີພົ້ນ ແນວຄອງຕັ້ງແຕ່ເກົ່າ
ໄຟທງັຫລາຍຊິແລ່ນເຂົ້າ ເຜົາບ້ານຊິເຊື່ອມສູນ
ໃຫ້ຝູງລາວທັງຄ້າຍ ຢ່າໄລຄອງຮີດເກົ່າ
ມັນຊິຫມອງຫມົ່ນເສົ້າ ເມືອງບ້ານຊິທຸກຈົນ ແທ້ແລ້ວ.

ເດືອນສີ່
ທຳບຸນພຣະເຫວດຟັງເທດມະຫາຊາດຖວາຍກັນຫລອນ.
໕.
ພໍເຖິງເດືອນຫ້າໄດ້ ພວກໄພ່ຊາວເມືອງ
ຈົ່ງພາກັນຂັດສີ ສົງນ້ຳພຣະພຸທທະຮູບ
ໃຫ້ທຳທຸກວັດແທ້ ຢ່າໄລຮ້າງຫ່າງເສັຽ
ໃຫ້ພາກັນທຳແທ້ໆ ນອ້ຍໃຫຍ່ບໍ່ໄດ້ວ່າ
ທຸກທົ່ວທີບແຜ່ນຫລ້າ ໃຫ້ທຳແທ້ສູ່ຄົນ
ຈັ່ງຊິສຸກຍິ່ງລົ້ນ ທຳຖືກຄຳສອນ
ຖືຮີດຄອງຄວນຖື ແຕ່ປາງປະຖົມພຸ້ນ.
ຈົ່ງພາກັນຂັດສີ ສົງນ້ຳພຣະພຸທທະຮູບ
ໃຫ້ທຳທຸກວັດແທ້ ຢ່າໄລຮ້າງຫ່າງເສັຽ
ໃຫ້ພາກັນທຳແທ້ໆ ນອ້ຍໃຫຍ່ບໍ່ໄດ້ວ່າ
ທຸກທົ່ວທີບແຜ່ນຫລ້າ ໃຫ້ທຳແທ້ສູ່ຄົນ
ຈັ່ງຊິສຸກຍິ່ງລົ້ນ ທຳຖືກຄຳສອນ
ຖືຮີດຄອງຄວນຖື ແຕ່ປາງປະຖົມພຸ້ນ.
ເດືອນຫ້າ ທຳບຸນຂື້ນປີໃຫມ່
ສົງນ້ຳພຣະພຸທທະຮູບ ທຳລາບາສີ ແດ່ພໍ່ແມ່ ເຖົ້າແກ່. ຜູ້ອາວຸໂສ ບຸນຫົດນ້ຳ.
໖.
ພໍເຖິງເດືອນຫົກໄດ້ ເອົາວາຣີສົງໂສດ
ຫົດພຣະພຸທທະຮູບ ທັງເຫນືອໃຕ້ສູ່ພາຍ
ຢ່າໄດ້ລະບຽງບ່າຍ ປັດປ່າຍຫາຍຢຸດ
ມັນຊິສູນເສັຽສີ ຕໍ່າໄປເມືອໜ້າ
ຈົ່ງພາກັນທຳແທ້ ແນວຄອງຮີດເກົ່າ
ເອົາບຸນໄປເລື້ອຍໆ ຢ່າຖອຍໜ້າເສື່ອມເສັຽ.
ຫົດພຣະພຸທທະຮູບ ທັງເຫນືອໃຕ້ສູ່ພາຍ
ຢ່າໄດ້ລະບຽງບ່າຍ ປັດປ່າຍຫາຍຢຸດ
ມັນຊິສູນເສັຽສີ ຕໍ່າໄປເມືອໜ້າ
ຈົ່ງພາກັນທຳແທ້ ແນວຄອງຮີດເກົ່າ
ເອົາບຸນໄປເລື້ອຍໆ ຢ່າຖອຍໜ້າເສື່ອມເສັຽ.
ເດືອນຫົກ ບຸນວິສາຄະບູຊາ
ບຸນບັ້ງໄຟ ພຣະເທດຕະຫຼອດວັນ ມິການບວດນາກ ກາງຄືນ ມີການວຽນທຽນ.
໗.
ພໍເມື່ອເດືອນເຈັດແລ້ວ ຈົ່ງພາກັນບູຊາຣາຊ
ຝູງຫມູ່ເທບເຫລົ່ານັ້ນ ບູຊາແທ້ສູ່ພາຍ ຕລອດໄປຮອດອ້າຍ ອາຣັກໃຫຍ່ມະເຫສັກ
ທັງຫລັກເມຶອງສູ່ຫົນ ຈົ່ງໃຫ້ບູຊາເຄົ້າ
ພາກັນເອົາໃຈຕັ້ງ ທຳຕາມຮີດເກົ່າ
ນິມົນສັງຄະເຈົ້າ ຊຳຣະແທ້ສູດມົນ
ໃຫ້ຝູງຊົນເມືອງນັ້ນ ທຳກັນຢ່າໄດ້ຫ່າງ
ຊຳຣະເມືອງຢ່າຄ້າງ ຊິເສັຽເສົ້າຕໍ່າສູນ
ທຸກຊິແລ່ນວຸ້ນໆ ມາໂຮມໃສ່ເຕັມເມືອງ
ມັນຊິເຄືອງຄຳຂັດ ຕໍ່າລົງສູນເສົ້າ
ໃຫ້ເຈົ້າທຳຕາມນີ້ ແນວກອນເຮົາກ່າວ
ຈື່ງຊິສຸກຢູ່ສ້າງ ສວັນຟ້າເກິ່ງກັນ
ທຸກຫມື່ນແສນຮອ້ຍຊັ້ນ ບໍ່ມີວ່າມາພານ
ປານກັບເມືອງສວັນ ສຸກເກິ່ງກັນທຽມໄດ້.

ເດືອນເຈັດ
ທຳບຸນບູຊາເທວະດາຟ້າດິນ ອົງຂະຣັກຫລັກເມືອງ ຜີໄຮ່ນາຕາແຮກ.
໘.
ພໍເຖິງເດືອນແປດໄດ້ ລ້ຳລວ່ງມາເຖິງ
ຝູງຫມູ່ສັງໂຄຄຸນ ເຂົ້າວັດສາຈຳຈອ້ຍ
ຕາມຮອຍຂອງເຈົ້າ ພຣະໂຄດົມທຳກອ່ນ
ບໍ່ຫາລອນເລີກມ້າງ ທຳແທ້ສູ່ພາຍ
ແລ້ວຈົ່ງພາກັນໄຝ່ຫາ ຂອງເທທອດທຳທານ
ຢ່າໄດ້ຄ້ານ ຫາເອົາໄວ້ຫມູ່ບຸນ
ຊິເປັນແນວຫນຸນຍູ້ ສູ່ສວັນເທິງອາກາດ
ເພິ່ນຈຶ່ງຕັດບອກໄວ້ ຮີດເກົ່າຄອງເດີມ ຟັງໃຫ້ມັນດີຄັກ ຢ່າໄລເດີເຈົ້າ
ຈົ່ງໃຫ້ພາກັນເຂົ້າ ທຳທານຕັກບາດ
ໂອກາດມີຊອກຄົ້ນ ຂຸດກົ່ນຂຸມບຸນ
ເອົາທຶນໄປພາຍຫນ້າ ສວັນພຸ້ນຢູ່ເຢັນ.

ເດືອນແປດ ບຸນເຂົ້າພັນສາ
ທຳບຸນຕັກບາດຖວາຍພັຕຕາຫານ ແດ່ພຣະສັງຄະເຈົ້າ .
໙.
ພໍເຖິງເດືອນເກົ້າແລ້ວ ເປັນກາງແຫ່ງວັສສະການ
ຝູງປະຊາຊາວເມືອງ ກໍເລົ່າຕຽມຕົວພອ້ມ
ພາກັນທານຍັງເຂົ້າ ປະດັບດິນກິນກອ່ນ
ຍໍຍົກທານໃຫ້ເຈົ້າ ພຣະສົງພອ້ມສູ່ພາຍ
ທຳຈັ່ງຊີ້ບໍ່ຍ້າຍ ເຖິງຂວບປີມາ
ພຣະຣາຊາໃນເມືອງ ກໍຈົ່ງທຳຕາມເຄົ້າ
ຮີດຫາກມີມາແລ້ວ ວາງລົງໃຫ້ຖືຕໍ່
ຈຳໄວ້ເດີພໍ່ເຖົ້າ ຫລານເວົ້າກ່າວຈາ.
ຝູງປະຊາຊາວເມືອງ ກໍເລົ່າຕຽມຕົວພອ້ມ
ພາກັນທານຍັງເຂົ້າ ປະດັບດິນກິນກອ່ນ
ຍໍຍົກທານໃຫ້ເຈົ້າ ພຣະສົງພອ້ມສູ່ພາຍ
ທຳຈັ່ງຊີ້ບໍ່ຍ້າຍ ເຖິງຂວບປີມາ
ພຣະຣາຊາໃນເມືອງ ກໍຈົ່ງທຳຕາມເຄົ້າ
ຮີດຫາກມີມາແລ້ວ ວາງລົງໃຫ້ຖືຕໍ່
ຈຳໄວ້ເດີພໍ່ເຖົ້າ ຫລານເວົ້າກ່າວຈາ.
ເດືອນເກົ້າ ບຸນເຂົ້າປະດັບດິນ
ທຳບຸນຕັກບາດຢາດນ້ຳ ໄປໃຫ້ ຍາດພີ່ນ້ອງຜູ້ລ່ວງລັບໄປແລ້ວ.
໑໐.
ພໍເມື່ອເດືອນສິບແລ້ວ ທາຍົກທອດບົວບານ
ເບີກບຸນກຸສົນທານ ຕໍ່ມາສອງຊອ້ນ
ເຂົ້າສະລາກນຳໄປໃຫ້ ສັງໂຄທານທອດ
ພາກັນຫວັງຍອດແກ້ວ ນິພານພົ້ນທິ່ສູງ
ຝູງຫມູ່ລຸງອາວປ້າ ຄະນາເມືອງນອ້ມສົ່ງ
ສັດທາລົງທອດໄວ້ ທານໃຫ້ແຜ່ໄປ
ພາກັນອຸທິດໃຫ້ ຝູງເຜດເພໂຄ
ຮວ່ມກັນໂມທະນາ ສູ່ຄົນຈົນກ້ຽງ.
ເບີກບຸນກຸສົນທານ ຕໍ່ມາສອງຊອ້ນ
ເຂົ້າສະລາກນຳໄປໃຫ້ ສັງໂຄທານທອດ
ພາກັນຫວັງຍອດແກ້ວ ນິພານພົ້ນທິ່ສູງ
ຝູງຫມູ່ລຸງອາວປ້າ ຄະນາເມືອງນອ້ມສົ່ງ
ສັດທາລົງທອດໄວ້ ທານໃຫ້ແຜ່ໄປ
ພາກັນອຸທິດໃຫ້ ຝູງເຜດເພໂຄ
ຮວ່ມກັນໂມທະນາ ສູ່ຄົນຈົນກ້ຽງ.
ເດືອນສິບ ຫໍ່ເຂົ້າສະລາກ
ໃນມື້ເພັງອຸທິດທານໃຫ້ຍາດມິດ ທີ່ ລວ່ງລັບໄປແລ້ວ ເຫມືອນກັບບຸນຫໍ່ເຂົ້າປະດັບດິນ.
໑໑.
ເຖິງເດືອນສິບເອັດແລ້ວ ກໍເປັນແນວທາງປອ່ງ
ເປັນຊອ່ງຂອງພຣະເຈົ້າ ເຄີຍເຂົ້າແລ້ວອອກມາ
ຈຳວັສສາມາແລ້ວ ສາມເດືອນກໍເລີຍອອກ
ຮຽກວ່າອອກພັນສາ ປຣາວະນາກ່າວໄວ້ ເຮົາໄດ້ ເລົ່າມາ.
ເປັນຊອ່ງຂອງພຣະເຈົ້າ ເຄີຍເຂົ້າແລ້ວອອກມາ
ຈຳວັສສາມາແລ້ວ ສາມເດືອນກໍເລີຍອອກ
ຮຽກວ່າອອກພັນສາ ປຣາວະນາກ່າວໄວ້ ເຮົາໄດ້ ເລົ່າມາ.
ເດືອນສິບເອັດ ບຸນອອກພັນສາ
ໄຫລເຮືອໄຟ ໄຕ້ໂຄມ
໑໒.
ເດືອນສິບສອງມາແລ້ວ ລົມວອຍຫນາວສັ່ນ
ເດືອນນີ້ເພິ່ນວ່າໃຫ້ ລົງທອດພາຍເຮືອ
ບູຊາຝູງນາໂຄ ນາກເນົາໃນພື້ນ
ຊື່ວ່າອຸຊຸພະນາກ ສິບຫ້າຕະກຸນບອກໄວ້ ໃຫ້ບູຊາເສີມສົ່ງ
ຈົ່ງໃຫ້ທຳທຸກບ້ານ ບູຊາທ່ານນາໂຄ
ແລ້ວລົງໂມທະນາ ຊື່ນຊົມກັນຫລີ້ນ
ກາງເວັນກາງຄືນໃຫ້ ຣະງົມງັນຂັບເສບ
ຈີ່ງຊິສຸກຢູ່ສ້າງ ສະບາຍເນື້ອຢູ່ເຢັນ
ທຸກທັງຫລາຍຫລີກເວັ້ນ ຫນີຫ່າງບໍ່ມີພານ
ຂອງສາມານທັງປວງ ບໍ່ມີມາໃກ້
ໃຜຜູ້ທຳຕາມນີ້ ຈະເຣີນຂື້ນຍິ່ງໆ
ທຸກສິງມີບໍ່ໄຮ້ ທັງເຂົ້າຫມູ່ຂອງ
ພັຍບໍ່ໄດ້ຖືກຕອ້ງ ລຳບາກໃນຕົວ
ກາຍບໍ່ມີມົວຫມອງ ຢ່າງໃດພໍດີ້
ມີແຕ່ສຸຂຂີລົ້ນ ຄອງຄົນສະນຸກຍິ່ງ
ອົດໃຫ້ຫລິງປ່ອງນີ້ ເຖິງເຖົ້າແກ່ຊະຣາ.

No comments:
Post a Comment