ມຸງຄຸນທີ7
ເປັນພະຫູສູດ
ພະຫູສູດແມ່ນຫັຍງ?
ພະຫູສູດ ໝາຍເຖິງຜູ້ທີ່ມີຄວາມຮອບຮູ້ ຫືລເວົ້າສັ້ນໆວ່າ “ສະຫລາດຮູ້ “ ຄວາມເປັນຜູ້ສະຫລາດຮູ້ຄືຜູ້ທີ່ຮູ້
ຈັກເລືອກຮຽນ ເປັນຜູ້ທີ່ໄດ້ສຶກສາຮໍ່າຮຽນມາຫລາຍ ໄດ້ຍິນໄດ້ຟັງມາຫລາຍ ແລະ ເປັນຄົນມັກ
ສັງເກດເຊິ່ງຄຸນສົມບັດເຫລົ່ານີ້ ເປັນຕົ້ນທາງແຫ່ງປັນຍາ ເຮັດໃຫ້ເກີດຄວາມຮູ້ສະຫັລບບໍລິຫານຊີວິດ ແລະເປັນກະແຈໄຂໄປສູ່ລາບ ຍົດ ສັນລະເສີນ ສຸກ ແລະ ທຸກສິ່ງທີ່ເຮົາປາຖາໝາດ
ຄວາມແຕກຕ່າງລະຫ່ວາງບັນດີດ ແລະ ພະຫູສູດ
ບັນດີດ ຄືຜູ້ມີຄຸນທັມປະຈຳໃຈ ມີຄວາມປະພືດດີງາມ ບໍ່ວ່າມີຄວາມຮູ້ຫລາຍຫືລໝ້ອຍກໍຕາມບັນດີດຈະໃຊ້ຄວາມຮູ້ນັ້ນໆປະໂຫຍດໃຫ້ແກ່ຕົນເອງແລະຜູ້ອື່ນຢ່າງເຕັມທີ່ ເປັນຜູ້ສາມາດເອົາຕົວລອດ
ໄດ້ແນ່ນອນບໍ່ຕົກໄປສູ່ອະບາຍຍະພູກ ເປັນເດັດຂາດ
ພະຫູສູດ ຄືຜູ້ມີຄວາມຮູ້ຫລາຍ ແຕ່ຄຸນນະທັມ ການປະພຶດ ຍັງບໍ່ແນ່ວ່າຈະດີຍັງບໍ່ແນ່ວ່າຈະເອົາຕົວລອດໄດ້ຖ້າ
ໃຊ້ຄວາມຮູ້ທີ່ມີຢູ່ ໄປສ້າງຄວາມຊົ່ວເຊັ່ນ ເອົາຄວາມຮູ້ດ້ານເຄມີໄປຜະລິດເຮໂລອິນກໍ່ອາດຕົກນາລົກໄດ້
ລັກສະນະຄວາມຮູ້ທີ່ສົມບູນດ້ວຍພະຫູສູດ
1.ຮູ້ສຶກ ໝາຍເຖິງ ຮູ້ເລື່ອງລາວສາວໄປຫາຕົ້ນເຫດໃນອາດີດໄດ້ຢ່າງເລິກເຊິ່ງ ເຖິງການເປັນມາຂອງມັນ ເຊັ່ນແພດໝໍເມື່ອ
ເຫັນອາການຂອງຄົນເຈັບ ກໍບອກໄດ້ວ່າເປັນໂລກຫັຍງ ຮູ້ໄປຮອດວ່າເປັນໂລກນີ້ເປັນເພາະເຫດໃດຫືລນາຍຊ່າງ
ເມື່ອເຫັນອາການ
ຂອງເຄື່ອງຈັກ ທີ່ເປເພ ກໍ່ສາມາດບອກໄດ້ວ່າເຄື່ອງຈັກເປັນຫັຍງເພຢູ່ບ່ອນໃດເປັນດ້ວຍເຫດໃດຈິງເພ ເປັນຕົ້ນ
2.ຮອບຮູ້ ໝາຍເຖິງມັກສັງເກດການ ຮູ້ຈັກສິ່ງຕ່າງໆຮອບຕົວສະພາບພູມມິປະເທດ ດິນຟ້າອາກາດຜູ້ຄົນໃນຊຸມຊົນ ຄວາມ
ເປັນໄປຕ່າງໆຮອບຕົວສິ່ງທີ່ຄວນຮູ້ຕ້ອງຮູ້
3.ຮູ້ກ້ວາງ ໝາຍເຖິງ ສິ່ງອ້ອມຕົວແຕ່ລະຢ່າງທີ່ຮູ້ ກໍ່ຮູ້ຢ່າງລະອຽດເຖິງການພົວພັນກ່ຽວຂ້ອງກັນຂອງສິ່ງນັ້ນກັບສິ່ງອື່ນໆອີກ
ດ້ວຍຄ້າຍຄືກັນຕ່າງ ແຕ່ວ່າເກັບກຳລາຍລະອຽດໄດ້ຫລາຍຂື້ນ
4.ຮູ້ໄກ ໝາຍເຖິງເບິ່ງການໄກ ຮູ້ເຖິງຜົນທີ່ຕາມມາໃນອານາຄົດ
ເຊັ່ນ ເຫັນສະພາບດິນຟ້ານອາກາດ ກໍ່ຮູ້ທັນທີວ່າປີນີ້ພືດຜົນຊະນິດໃດ ຈະຂາດແຄນເຫັນພຶດຕິກຳຂອງຜູ້ຮ່ວມງານບໍ່ໝ້າໄວ້ໃຈ ກໍ່ຮູ້ໄດ້ທັນທີວ່າ ເຂົາກຳລັງຄິດບໍ່ດີ ເຫັນຕົນເອງ ເລີ່ມໂຍະຍານຕໍ່ການປະຕິບັດທັມມະ ກໍ່ຮູ້ໄດ້ທັນທີວ່າຖ້າປ່ອຍໄວ້ແບບນີ້ຕໍ່ໄປ ຕົນກໍ່ຈະເສື່ອມຈາກບຸນກຸສົນທັມມະ ໆລໆ
ຜູ້ທີ່ປະກອບດ້ວຍຄວາມຮູ້ 4 ປະການນີ້ ທັງທາງໂລກແລະທາງທັມ ຈຶ່ງເປັນພະຫູສູດທີ່ແທ້ຈິງ
ຄຸນສົມບັດຂອງພະຫູສູດຫືລນັກສຶກສາທີ່ດີ
1.ພະຫູສຸຕາ ອ່ານຫລາຍ ຟັງຫລາຍ ຄືມີນິໄສມັກຟັງ ມັກອ່ານມັກຄົ້ນຄ້ວາ ຍຶດຖືຫັລກ “ຮຽນຈາກຄູດຸອ່ານຕຳລາ
ຮັບຟັງປາຖະ”
2.ທະຕາ ຄວາມຕັ້ງໃຈຈື່ຈຳ ຄືມີຄວາມຈື່ຈຳດີ ຮູ້ຈັກຈັບສາລະສຳຄັນ ຈັບໃຈຄວາມໃຫ້ໄດ້ແລ້ວຈື່ຈຳໄດ້ຢ່າງຖືກຕ້ອງ
ຄົນທີ່ບໍ່ມີຄວາມຈື່ຈຳບໍ່ດີ ເພາະພົບຊາດໃນອາດີດ ມັກເວົ້າຕວະ ດື່ມເຫົ້ລາຫລາຍ ໆລໆດັ່ງນັ້ນ ຖ້າຊາດນີ້ເຂົາດື່ມເຫົ້ລາ ເຂົາເວົ້າ
ຕວະ ແລະ ພະຍາຍາມໝັ້ນຈົດໝັ້ນຂຽນເລື້ອຍໆບໍດົນກໍ່ຈະເປັນຄົນທີ່ມີຄວາມຈື່ຈຳດີ
3.ວະຈະສາ ປະລິຈິຕາ ທ່ອງໄດ້ຄ່ອງປາກ ຄືຕ້ອງຝຶກເລົ່າຈົ່ມ ໃຫ້ໄດ້ກັບປາກ ເລົ່າຈົນຂືນໃຈຈື່ໄດ້ຄັກແນ່ຈະແຈ້ງ ໂດຍບໍ່
ຕ້ອງໄດ້ເປີດຕຳລາເບິ່ງໂດຍ ສະເພາະ ພຮະທຳຄຳສອນຂອງພຮະພຸດທະເຈົ້າເຊິ່ງເປັນຄວາມຈິງແທ້ແນ່ນອນ ບໍ່ປ່ຽນແປງຄວນ
ເລົ່າໃຫ້ໄດ້ຂື້ນໃຈທຸກຂໍ້ທຸກວັກ ໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະເລົ່າໄດ້ສ່ວນວິຊາການທາງໂລກ ຍັງມີການປ່ຽນແປງໄປເລື້ອຍໆ
ແລະ ຄິດຫາເຫດຜົນໄປນຳດ້ວຍ
4.ມະນະສານຸເປກຂາ ຂື້ນໃຈ ຄືໃສ່ໃຈນຶກຄິດຕຶກຕອງ ທ້າວຫາເຫດຫາຜົນ ໃຫ້ເຂົ້າໃຈຕະຫລອດພິຈາລະນາໃຫ້ຖ້ວນທີ່ນຶກເຖິງເທື່ອໃດກໍ່ເຂົ້າໃຈຕະຫລອດໂລດ
5.ທິດຖິຍາ ສຸປະຕິວິດທາ ການແທງຊອດ ດ້ວຍປັນຍາ ກໍ່ເຂົ້າໃຈແຈ້ງທັງພາກທິດສະດີແລະພາກປະຕິບັດຄວາມຮູ້ກັບ
ໃຈ ເປັນອັນໝຶ່ງອັນດຽວກັນຢ່າງໃດກໍ່ຕາມ ຕາບໃດຍັງບໍ່ໄດ້ຝຶກສະມາທິຢ່າງຈິງຈັງ ຄຸນສົມບັດຂໍ້ນີ້ຈະບໍ່ເກີດຂື້ນໄດ້ຢ່າງເຕັມທີ່
ລັກສະນະຂອງຜູ້ທີ່ເປັນພະຫູສູດບໍ່ໄດ້
1.ຄົນລາຄະຈະລິດ ຄືຄົນຂີ້ອ້າງ ບ້າຍ້ອງ ເຈົ້າສຳອອຍ ພິຖີພິຖັນກັບຄວາມງາມຈົນເກີດເຫດມົວແຕ່ແງ່ງອນມົວແຕ່ການແຕ່ງຕົວ ຈົນບໍ່ມີເວລາເລົ່າ ອ່ານຄົ້ນຄ້ວາ ທາງຄວາມຮູ້ຄົນພວກນີ້ແກ້ໄຂໄດ້ໂດຍໃຫ້ໝັ້ນຄິດຫາ
ຄວາມຕາຍ ພິຈາລະນາຊາກສົບອະສຸພະຢູ່ເນື່ອງໆ
2.ຄົນໂທສະລະຈະລິດ ຄືຄົນຂີ້ໂມໂຫ ໂທໂສ ຄຍດງ່າຍ ໃຈນ້ອຍ ຜູກພະຍາບາດ ມົວແຕ່ຄຽດແຄ້ນຈົນບໍ່ມີເວລາຄິດ
ໄຕ່ຕອງ ພວກນີ້ ແກ້ໄຂດ້ວຍການໃຫ້ ໝັ້ນຮັກສາສິນ ແລະຄິດແຜ່ເມດຕາເປັນປະຈຳ
3.ຄົນໂມຫະຈະລິດ ຄືຄົນຖືເບົາ ຂີ້ລືມ ມັກງ່າຍ ເຮັດຫັຍງ ກໍ່ບໍ່ພະຍາຍາມເຮັດໃຫ້ດີຂໍໃຫ້ແລ້ວເສັດສີ້ນເທົ່ານັ້ນ ສະຕິບໍ່ໝັນຄົງ ໃຈກະດ້າງໃນກຸສົນ ສົງໃສໃນພຣະລັດຕະນະໄຕ ວ່າມີຄຸນແທ້ຈິງຫືລບໍພວກນີ້ແກ້ໄຂໂດຍການໃຫ້ໝັ້ນຝຶກສະມາທິໃຫ້ສະໝ່ຳສະເໝີ
4.ຄົນຂີ້ຂາດ ຄືພວກຂາດຄວາມເຊື້ອໝັ້ນໃນຕົນເອງ ບໍ່ກ້າລົງມືເຮັດຫັຍງ ຢ້ານຖືກຕິ ລໍຖ້າຈະເປັນຜູ້ຕາມບໍ່ມີຄວາມຄິດລິເລີ່ມພວກນີ້ແກ້ໄຂໄດ້ໂດຍໃຫ້ຄົບກັບຄົນມາດຕະຖານ ຄືຄົບບັນດີດ ຈະຄິດຈະອ່ານຈະເຮັດຫັຍງກໍ່ໃຫ້ຈັບ ໃຫ້ເຮັດ ແຕ່ສິ່ງ
ທີ່ເປັນເມດຕະຖານ ບໍພຽງແຕ່ວ່າເຮັດໃຫ້ແລ້ວໆໄປເທົ່າໆນັ້ນ
5.ຄົນມັກໃນອາດີດ ຄືພວກບ້າສົມບັດ ຕີລາຄາຊັບສິນວ່າມີຄຸນຄ່າຫລາຍກ່ວາຄວາມຮູ້ເຮັດໃຫ້ບໍ່ຢາກຂົນຂວາຍຊອກສະແຫວງຫາປັນຍາເທົ່າທີ່ຄວນ
6.ຄົນແປະບາງ(ຄົນຈັບຈົດ) ຄືພວກທີ່ເຮັດແບບແປະໆແບ່ງໆເຍາະໆແຍະໆ ບໍ່ເຮັດແທ້ທຳຈິງ
7.ນັກເລັງເຫົ້ລາ ຄືພວກຂີ້ເມົາ ຂາດສະຕິໝົດຫົນທາງທີ່ຮຽນຮູ້
8.ຄົນທີ່ມີນິໄສຄືເດັກນ້ອຍ ຄືພວກທີມັກອຶກກະທຶກຄຶກໂຄມ ມ່ວນຊື່ນເຮຮາ ຈົນເກີນເຫດບໍ່ມີ່ຄວາມຮັກຜິດຊອບ
ວິທີຝຶກຕົນເອງໃຫ້ເປັນພະຫູສູດ
1. ສະຫລາດເລືອກຮຽນແຕ່ສິ່ງທີ່ຄວນຮຽນ
2. ຕັ້ງໃຈຮຽນວິຊາທີຕົນເລືອກຢ່າງເຕັມຄວາມສາມາດ
3. ມີຄວາມກະຕືລືລົ້ນທີ່ຈະສຶກສາຫາຄວາມຮູ້ເພີ່ມເຕີມຢູ່ສະໝໍ່າສະເໝີ
4. ຕ້ອງຫາຄວາມຮູ້ທາງທັມຄວບຄູ່ໄປກັບຄວາມຮູ້ທາງໄລກດ້ວຍ
5. ເມື່ອຮຽນແລ້ວກໍ່ຕັ້ງໃຈຈື່ຈຳໄວ້ ພ້ອມທີ່ຈະນຳຄວາມຮູ້ໄປໃຊ້ໃນທັນທີ
ຂໍ້ເຕືອນໃຈ
ຖ້າມີຄວາມຮູ້ທາງໂລກຢ່າງດຽວ ບໍວ່າຕົນຈະເປັນຄົນສະຫລາດປານໃດກໍ່ຕາມຈະມີໂອກາດພາດພັ້ໄດ້
ເຊັ່ນຄວາມຮູ້ປາລະມານູອາດໄປໃຊ້ໃນທາງສັຮໍນຕິເປັນແຫ່ລງພະລັງງານ ຫືລນຳໄປສ້າງລະເບີດ
ທຳລາຍລ້າງຜານຊີວິດມະນຸດກໍ່ໄດ້
ດັ່ງນັ້ນເຮົາຕ້ອງສຶກສາຫາຄວາມຮູ້ທາງທັມເພື່ອໄປກຳກັບທາງໂລກ ຄວາມຮູ້ທາງທັມ
ຈະເປັນເໝືອນດວງປະທີບສ່ອງແສງໃຫ້ເຫັນວ່າ ສິ່ງທີ່ເຮົາຢູ່ນັ້ນຖືກຫືລຜິດ ຄວນຫືລບໍ່ຄວນ
ຜູ້ທີ່ຄິດທີ່ຈະຕວງເອົາ ຄວາມຮູ້ທາງໂລກເທົ່ານັ້ນ ເຖິງຈະສະຫລາດຮັ່ງມີ ມີອຳນາດຫລາຍປານໃດ ກໍ່ບໍ່ໝ້າຮັກບໍ່ໝ້າເຄົາລົບນັບຖື ບໍ່ໝ້າຢຳເກງທັງມັກປັນ ຄົນປະເພດເອົາຕົນເອງບໍ່ລອດ ຄວນຈຳໄວ້ວ່າ
“ຄວາມຮູ້ທີ່ເກີດແກ່ຄົນພານ ຍ່ອມທຳຄວນຈິບຫາຍມາໃຫ້ເຂົາຈະນຳເອົາຄວາມຮູ້ນັ້ນໄປໃຊ້ໃນທາງທີ່ຜິດ ”ເຮົາທຸກຄົນຊິຄວນຊອກສະແຫວງຫາ ການສຶກສາ ທາງໂລກແລະທາງທັມແລະໃຫ້ຄວາມຮູ້ຫລາຍເກີນກ່ວາວຽກງານທີ່ຕົນຮັບຜິດຊອບ ຄວາມຮູ້ທີ່ເກີນນີ້ ຈະເປັນ
ເໝືອນດວງປະທີບສ່ອງແສງໃຫ້ເຫັນທາງເບື້ອງໝ້າທີ່ຈະນຳໄປສູ່ຄວາມສຳເລັດໄດ້ໂດຍງ່າຍ
ອານິສົງຂອງການເປັນພະຫູສູດ
1. ເຮັດໃຫ້ເປັນທີ່ເພິ່ງຂອງຕົນເອງໄດ້
2. ເຮັດໃຫ້ໄດ້ຄວາມເປັນຜູ້ນຳ
3. ເຮັດໃຫ້ອົງອາດກ້າຫານໃນທຸກບ່ອນທຸກທີ່
4. ເຮັດໃຫ້ບໍລິບູນດ້ວຍລາບ ຍົດ ສັນລະເສີນທຸກ
5. ເຮັດໃຫ້ໄດ້ຮັບຄຳຊົມເຊີຍ ໄດ້ຮັບການຍ້ອງຍໍເກງໃຈ
6. ບໍ່ມີໃຜຍາດແຍ່ງເອາໄປເປັນສະຫະຊາດປັນຍາຕິດຕົວຂ້າມຊາດໄປ
7. ເປັນພື້ນຖານຂອງສິນລະປະ ແລະ ຄວາມສາມດອື່ນຕໍ່ໄປ
8. ເຮັດໃຫ້ບັນລຸໝາກຜົນນິບພານໄດ້ໂດຍງ່າຍ ໆລໆ
16/02/2014
No comments:
Post a Comment