l. ລັກສະນະຂອງຄົນດີ.
ຄຸນທຳຄວາມດີເປັນຄຸນທຳທີ່ສຳຄັນເປັນຄຸນທຳທີ່ມະນຸດຍອມຮັບນັບຖືເຄົາລົບນອບ
ນ້ອມຕໍ່ຜູ້ມີຄຸນງາມຄວາມດີ ດັ່ງນັ້ນ,ຜູ້ມີຄຸນງາມຄວາມດີຈຶ່ງທຳໃຫ້ເຫັນໄດ້ວ່າ ເປັນທີ່ເຄົາລົບ
ນັບຖື ຂອງຄົນທຸກຊັ້ນ ແຕ່ກ່ອນອື່ນທ່ານຈະປະພຶດຕົນເປັນຄົນດີນັ້ນ ທ່ານຢ່າລືມຄິດໄປວ່າຜູ້
ດີຍ່ອມບໍ່ຢຽມຢາມຜູ້ອື່ນ ນັບຖືຜູ້ອື່ນສະເໝີກັບຕົນເອງ ບໍ່ທະນົງຕົວໃຫ້ຄວາມເຄົາລົບແກ່ຜູ້ອື່ນ
ຕາມຄວາມແກ່ຖານະຂອງເຂົາບໍ່ຖືຜູ້ອື່ນເໝືອນກັບບໍ່ແມ່ນມະນຸດຄືໃຫ້ຖືວ່າເຮົາຕ້ອງການຄວາມ
ສຸກກຽດຊັງຄວາມທຸກເຂົາກໍ່ຍ່ອມຕ້ອງການຢ່າງເຮົາເໝືອນກັນ ນອກຈາກນີ້ຄົນທີ່ຍ່ອມປະກອບ
ດ້ວຍຄຸນລັກສະນະອີກມາກມາຍ ເຊັ່ນ ຊື່ສັດສຸດຈະລິດ,ຄວາມສະຫງົບສະງຽມຈຽມຕົວເປັນຄົນສຸພາບຮຽບຮ້ອຍບໍ່ໍເຫັນແກ່ຄົວຮູ້ຈັກສົນທະນາປາໃສກັບຄົນອື່ນດ້ວຍວາຈາທີ່ອ່ອນຫວານ ເໝາະສົມກັບຫູຜູ້ຟັງ ແລະຊວນໃຫ້ຄົນອື່ນເຂົາຄິດເຖິງ.
ທ່າທີ່ນັບຖື,ທ່ານຜູ້ປາຖະໜາ ຈະເປັນຜູ້ດີແລ້ວທ່ານຄວນຈະໄດ້ປະຕິບັດຕາມລັກສະນະ
ຂອງຜູ້ດີດັ່ງຕໍ່ໄປນີ້:
1. ຜູ້ດີຍ່ອມໃຫ້ອະໄພແກ່ຜູ້ຜິດ ບໍ່ເອົາແຕ່ໃຈຕົນເອງຝ່າຍດຽວ ມີຈິດໃຈປະກອບດ້ວຍ ຄວາມເມດຕາ,ກະລຸນາ,ມຸທິຕາແລະອຸເປກຂາ.
2. ບໍ່ເປັນຄົນລະໂມກເອົາແຕ່ຝ່າຍດຽວໂດຍບໍ່ຄຳນຶກເຖິງ ສີນທຳອັ່ນເປັນຕົ້ນວ່າເວົ້າຄວາມບໍ່
ຈິງແກ່ຄົນອື່ນເພື່ອເຫັນແກ່ສິນຈ້າງ.
3. ເປັນຄົນທີ່ມີກິລິຍາມາລະຍາດຮຽບຮ້ອຍບໍ່ອວດຄວາມສະຫຼາດເກີນກວ່າຄວາມສາມາດ
ຂອງຕົນທີ່ມີຢູ່ຮູ້ຈັກໂອກາດອັນຄວນ ແລະບໍ່ຄວນແກ່ຕົນ.
4. ຜູ້ດີຍ່ອມຮັກສາກຽດຊື່ສຽງຂອງຕົນເອງ ແລະ ວົງຕະກຸນໄວ້ເປັນຢ່າງດີບໍ່ຍ່ອມປະພຶດເປັນຂີ້ເມົາບໍ່ຍົກຕົວຂົ້ມຜູ້ອື່ນ
ນຶກເຖິງໃຈເຂົາແລະໃຈເຮົາ.
5. ຜູ້ດີຍ່ອມມີ ຫິລິ ແລະ ໂອດຕັບປະ ມີສະຕິ ແລະສັບປະສັນຍະ ປະຂຳຕົວຢູ່ສະເໝີຈຳທຳອັນໄດຕ້ອງໃຫ້ເປັນຄົນມີເຫດຜົນບໍ່ວ່າແຕ່ຈະທຳອັນໄດລົງໄປ.
6. ຜູ້ດີຍ່ອມມີກິລິຍາວາຈາ ແລະ ອັດທະຍາໄສ ເປັນທີ່ໜ້າເຄົາລົບຮັກແພງ ນັບຖືບໍ່ທຳສິ່ງທີ່ເປັນໄປເພື່ອບຽດບຽດຕົນເອງ
ແລະ ຄົນອື່ນໆ.
ທ່ານທີ່ນັບຖືທັງຫຼາຍ, ຫຼາຍທ່ານຕ້ອງການຈະເປັນຄົນດີ ກໍຄວນຈະໄດ້ອົບຮົມຕົນ ແລະ ປະຄັບປະຄອງຈິດໃຈຂອງທ່ານ
ເຊິ່ງມີປົກກະຕິດີ້ນຮົ້ນ ແລະ ແຊໄປໃນອາລົມຝ່າຍຕ່າຍ ໃຫ້ຕັ້ງຢູ່ໃນຄວາມດີເຖີດ.
ຂ້າພະເຈົ້າຄິດວ່າ ຖ້າຫາກວ່າທ່ານໄດ້ອ່ານໄດ້ຄົ້ນຄິດຂ້າງເທິງນັ້ນ ຄົງເປັນປະໂຫຍດແກ່ທ່ານທັງຫຼາຍບໍ່ຫຼາຍກໍໜ້ອຍ.
ດັ່ງນັ້ນ, ພວກເຮົາທັງຫຼາຍຈົ່ງພາກັນຕື່ນເຖີດ ຕື່ນມາເພື່ອປະກອບຄຸນງາມຄວາມດີ ໃຫ້ເປັນສີແກ່ຕົວ ແລະວົງຕະກຸນ.
ສະອາດກາຍຈະເລີນໄວ ສະອາດໃຈຈະເລີນສຸກ
ໜູກິນໝອນ ຈິ່ງຮູ້ຄຸນແມວ
ແປວໄຟຂາງ ຈິ່ງເຫັນຄຸນແມ່
ຮັກອັນໃດ ກໍຮັກໄດ້ ຮັກບໍ່ໄດ້ ແຕ່ຄົນພານ
ເຊື່ອອັນໃດ ກໍເຊື່ອໄດ້ ເຊື່ອບໍ່ໄດ້ ແຕ່ໃຈຄົນ
ສົນອັນໃດ ກໍສົນໄດ້ ສົນບໍ່ໄດ້ ແຕ່ດັງມ້າ
ຊາອັນໃດ ກໍຊາໄດ້ ຊາບໍ່ໄດ້ ແຕ່ໃດ້
ຍົກອັນໃດ ກໍຍົກໄດ້ ຍົກບໍ່ໄດ້ ແຕ່ຄວາມຜິດ.
No comments:
Post a Comment