ບົດທີ1
ບໍ່ຄົບຄົນພານ
ຄົນພານແມ່ນໃຜ?
ຄົນພານແມ່ນຄົນທີ່ມີໃຈຂຸ້ນມົວເປັນປະຈຳ ເປັນຜົນໃຫ້ມີຄວາມເຫັນຜິດໆ ແລະມີນິໄສເສຍຄືບ່ຮູ້ອັນໃດດີອັນໃດຊົ່ວ,
ອັນໃດຄວນອັນໃດບ່່ຄວນເຊັ່ນ:ປັນດິດເຫັນເຫລົ້າ ເປັນຂອງຈັງໄຮເຮັດໃຫ້ຂາດສະຕິນຳຄວາມເສື່ອມ
ເສຍມາໃຫ້ນາໆປະການແຕ່ຄົນພານກັບເຫັນວ່າ ເຫົ້ລາ ເປັນຂອງອັນເລີດເປັນເຄື່ອງເຮັດໃຫ້ແໝ້ນມິດຕະພາບ
“ການຫິ້ລນໄພ້ ’’ເປັນອະບາຍຍະມຸກເປັນທາງແຫ່ງຄວາມຍິບຫາຍ ແຕ່ຄົນພານກັບເຫັນວ່າ ການຫິ້ລນໄພ້ເປັນສິ່ງທີ່ດີເປັນ
ການຝຶກສະໝອງ ຊ້ອມວິຊາຄິດໄລ່ເລກດັ່ງນັ້ນເປັນຕົ້ນ.
ຄົນພານເປັນຄົນຄືກັນກັບເຮົາ ຄືມີຮ່າງກາຍ ປະກອບດ້ວຍເລືອດເນື້ອຄືກັນກັບເຮາແລະອາດມີຄວາມສຳ
ພັນກ່ຽວຂ້ອງັບເຮົາກໍໄດ້ ເຊັ່ນວ່າ: ເປັນຍາດພີ່ນ້ອງຄືກັນ ເປັນສາມີພັນລະຍາ ຄູບາອາຈານໆລໆ ອາດເປັນ
ຜູ້ມີການສຶກສາສູງ ອາດມີຕຳແໝ່ງໝ້າທີ່ການງານສູງ ອາດມີພັກພວກຫລວງຫລາຍຫືລອາດເປັນນັກບວດເປັນພຣະພິກສຸສົງ
ກໍເປັນໄດ້ ໆລໆ ແຕ່ບ່ວ່າຈະເປັນຫັຍງກໍຕາມມີຄວາມສຳພັນ ກັບເຮົາຫືລບໍ່ກໍຕາມຂື້ນຊື່ວ່າ
ເປັນຄົນພານແລ້ວເຖິງແມ່ນຈະມີຄວາມຮູ້ ມີຄວາມສາມາດກໍບໍ່ໃຊ້ຄວາມຮູ້ຄວາມສາມາດໄປໃນທາງທີ່ຖືກ
ທີ່ຄວນເພາະເຂົາຕ້ານຕໍ່ຄວາມດີ ຄືກັນກັບ ຄົນໄຂ້ເຈັບໝາວຕ້ານຕໍ່ຄວາມເຢັນ.
ລັກສະນະຂອງຄົນພານ
ເນື່ອງຈາກຄົນພານ ມີໃຈຂຸ້ນມົວສະເໝີ ເຮັດໃຫ້ບ່ສາມາດຄວບຄຸມໃຈ ໃຫ້ຄິດໄປໃນທາງທີ່ຖືກຕ້ອງໄດ້ຈຶ່ງມີລັກສະນະ
ເປັນປ່ວນຕ່າງຈາກຄົນທັງຫລາຍ 3 ປະການຄື:
1. ມັກຄິດຊົ່ວເປັນປົກກະຕິນິໄສ ໄດ້ແກ່ຄິດໂລບມາກຢາກໄດ້ໃນທາງທຸຈະຮິດ ຄິດປອງຮ້າຍ ຄິດອາຄາດຄິດພາຍາບາດ ຄິດ
ເຫັນຜິດເປັນຖືກໆລໆ.
2. ມັກຄິດຊົ່ວເປັນປົກກະຕິນິໄສ ໄດ້ແກ່ເວົ້າຕວະ ເວົ້າຄຳຫຍາບເຍາະເຍີ້ນສຽດສີຍຸແຍ່ໄປທົ່ວໆລໆ.
3. ມັກຄິດຊົ່ວເປັນປົກກະຕິນິໄສ ໄດ້ແກ່ ຊອກພານຫາເລື່ອງມັກລ້າງຜານຊີວິດຄົນ ແລະ ສັດລັກຊັບຂົ່ມຂືນກະທຳອານາຈານ ໆລໆ.
ໂທດຂອງການເປັນຄົນພານ
1. ມີຄວາມເຫັນຜິດ ສ້າງທຸກໃສ່ຕົນເອງ.
2. ເສຍຊື່ສຽງ ຖືກຕຳນິຕິສິນນິນທາ.
3. ບໍ່ມີຄົນນັບຖື ຖືກກຽດຊັງ.
4. ໝົດສິລິມຸງຄຸນ ໝົດສະຫ່ງາລາສີ.
5. ຄວາມຊົ່ວຈັງໄຮທັງຫລາຍ ຈະໄຫລເຂົ້າສູ່ຕົນ.
6. ທຳລາຍຜົນປະໂຫຍດຂອງຕົນເອງ ທັງໂລກນີ້ແລະໂລກໝ້າ.
7. ທຳລາຍຊື່ສຽງວົງຕະກູນຂອງຕົນເອງ.
8. ເມື່ອລະຈາກໂລກນີ້ໄປແລ້ວມີອະບາຍຍະພູມເປັນທີ່ໄປໆລໆ.
ວິທີສັງເກດຄົນພານ
ຄົນພານມັກເຮັດໃນສິ່ງດັ່ງຕໍ່ໄປນີ້ຄື:
1.ຄົນພານມັກຊັກນຳໄປໃນທາງທີ່ຜິດ
ຊັກ ຄືຊັກຊວນ ອວນເອີ້ນ ເຊີ້ອເຊີນ ຫືລສະເໝີແນະນຳ ຄືການເຮັດໃຫ້ເຫັນເປັນຕົນ
ຕົວຢ່າງ: ເຊັ່ນ:ຊັກຊວນຫັລກໝີໂຮງຮຽນ ຊັກຊວນໄປປຸ້ນຈີ້ ຊັກຊວນໂຕນໝີໄປນຳກັນຊັກນຳໄປເປັນອັນຕະພານໆລໆ ການຊັກນຳນີ້ ອາດເປັນໄປດ້ວຍຄວາມຫັວງດີກໍໄດ້ ແຕ່ວ່າມັນຜິດ ເຊັ່ນວ່າ:ໄດ້ເງີນມາກໍ່ຊັກຊວນໝູ່ໄປລ້ຽງເຫົ້ລາເຂົ້າບາ ຢ່າງນີ້ ກໍ່ຈັດວ່າເປັນຄົນພານ.
ຜູ້ທີ່ຍັງອ່ອນໄວ ອ່ອນຄວາມຄິດ ອ່ອນສະຕິ ມັກຖືກຊັກນຳໄດ້ໂດຍງ່າຍຜູ້ໃຫ່ຍໃນຄອບຄົວຈຶ່ງຄວນລະມັດລະວັງ ຕໍ່ການກະທຳແລະຄວາມເວົ້າ ທັງຂອງຕົນເອງແລະຜູ້ອື່ນທີ່ມາຕິດຕໍ່ພົວພັນນຳເພາະເດັກນ້ອຍມັກຈະຈື່ຈຳ ແລະ ຮຽນເອາເປັນແບບ
ຢ່າງ. 2.ຄົນພານມັກເຮັດໃນສິ່ງທີ່ບ່ແມ່ນທຸລະຂອງຕົນ ມັກປະລະໝ້າທີ່ການງານຂອງຕົນບໍ່ພະຍາຍາມເຮັດວຽກຂອງຕົນໃຫ້
ຮຽບຮ້ອຍ ແຕ່ມັກໄປລ່ວງເກີນໝ້າທີ່ຂອງຄົນອື່ນ ເຊັ່ນ ຈັບຜິດເພືອນຮ່ວມງານເຮັດໃບປີວ ຂຽນເທກັ່ນແກ້ງຂົ່ມເຫັງ ສ້າງຄວາມເດືອດຮ້ອນ ລົບກວນຄົນອື່ນ ໆລໆ.
3.ຄົນພານມັກແຕ່ສິ່ງທີ່ຜິດໆ ມັກຖືເອົາສິ່ງທີ່ຊົ່ວເປັນວ່າດີ ເຊັ່ນມັກຄ້າຂອງເຖື່ອນ ມັກໝີໂຮງຮຽນໄປຫິ້ລນມັກຖຽງຄວາມພໍ່ແມ່ ໆລໆ ເຫັນຄົນເຮັດໃນສິ່ງທີ່ຖືກຕ້ອງ ວ່າເປັນຄົນໂງ່ເງົ່າ ເຫັນຄົນຍ້ານຄວາມຜິດວ່າເປັນຄົນຂີ້ຂາດ ໆລໆ.
4.ຄົນພານເຖິງຈະເວົ້າດີນຳກໍ່ປາກຮ້າຍ ເຊັ່ນ: ເຕືອນໃຫ້ອ່ານໝັງສື ຕອນທີ່ໃກ້ຈະເສັງ ກໍ່ປາກຮ້າຍເຕືອນໃຫ້ຕື່ນເຊົ້າ ກໍ່ຢາກຮ້າຍ ພຽງແຕ່ເບິ່ງໝ້າຊື່ໆ ບາງເທື່ອກໍ່ຢາກຮ້າຍ ໆລໆ.
5.ຄົນພານບໍ່ຍອມຮັບຮູ້ລະບຽບວິໄນ ເຊັ່ນ ບໍ່ມັກຂ້າມຖະນົນ ບ່ອນເຂົາເຮັດໃຫ້ຄົນຂ້າມມັກຖິ້ມຂີ້ເຫື້ຍອໃນ
ທີ່ສາທາລະນະ ມັກໄປທຳການຊ້າ ບໍ່ທັນເວລາ ໆລໆ.
ພຶດຕິກຳທີ່ເອີ້ນວ່າ “ ຄົບ ” ເປັນແນວໃດ?
ຄົບໝາຍເຖິງພຶດຕິກຳຢ່າງໃດຢ່າງໝຶງ ດັ່ງຕໍ່ໄປນີ້:
ຮ່ວມ ເຊັ່ນ ຮ່ວມກິນ ຮ່ວມນອນ ຮ່ວມກໍ່ການ ຮ່ວມກຸ່ມ
ຮັບ ເຊັ່ນ ຮັບເປັໝູ່ ຮັບເປັນພັນລະຍາ ແລະ ສາມີຮັບເຮັດການ
ໃຫ້ ເຊັ່ນ ໃຫ້ຄວາມໄວ້ວາງໃຈ ໃຫ້ຊົມເຊີຍ ໃຫ້ຍົດຊັ້ນ ຕຳແໝ່ງຢບຢືນສິ່ງຂອງໃຫ້
ການຄົບຄົນພານ ຄືບໍ່ຍອມມີພຶດຕິກຳໃດໆ ທີ່ກ່າວມາຂ້າງເທິງນີ້ກັບຄົນພານ ຖ້າເຮົາຍັງຄົບກັບຄົນພານຢູ່ບໍ່ວ່າຈະຢູ່ໃນລະດັບໃດກໍ່ຕາມ ໃຫ້ຮີບຖອນຕົວອອກໂດຍດ່ວນ ຢ່າປະໝາດ ຮີບຕັດໄພ ເສຍແຕ່ຕົ້ນລົງບໍ່ດັ່ງນັ້ນຈະພາດທ່າ ຕິດເຊື້ອພານ ໂດຍບໍ່ຮູ້ສຶກຕົວ ກາຍເປັນຄົນພານໄປນຳກັນ.
ບູຮານເພິ່ນໃຫ້ຄະຕິເຕືອນໃຈວ່າ:
*ຫຫ່າງໝາ ໃຫ້ຫ່າງສອກ
ຫ່າງວອກ
ໃຫ້ຫ່າງວາ
ຫ່າງພາລາ ໃຫ້ຫ່າງໝື່ນໂຍດ ແສນໂຍດ*
ໂທດຂອງການຄົບຄົນພານ
1. ຍ່ອມຖືກຊັກນຳໄປໃນທາງທີ່ຜິດ.
2. ຍ່ອມເກີດຄວາມຫາຍຍະນະ ວຽກງານຫົ້ລນຈົມ.
3. ຍ່ອມຖືກເບິ່ງໃນແງ່ຮ້າຍ ບໍ່ໄດ້ຮັບຄວາມໄວ້ວາງໃຈຈາກຄົນທົ່ວໄປ.
4. ຍ່ອມອຶດອັດໃຈ ເພາະຄົນພານເຖິງເຮົາເວົ້າດີໆນຳກໍ່ມັກຢາກຮ້າຍ.
5. ຫມູ່ຄະນະມັກແຕກແຍກຄວາມສາມັກຄີ ເພາະການຍຸແຍ່ ແລະ ບໍ່ຍອມຮັບຮູ້ລະບຽບວິໄນ.
6. ໄພອັນຕະລາຍຕ່າງໆ ຍ່ອມໄຫລເຂົ້າມາຫາຕົວ.
7. ເມື່ອລະໂລກໄປແລ້ວ ຍ່ອມມີອະບາຍພູມເປັນທີ່ໄປ.
ປະເພດຂອງຄົນພານ
ຄົນພານມີ 2 ປະເພດໄດ້ແກ່
1.ພານພາຍນອກ ຄືຄົນພານທົ່ວໄປ ເຖິງວ່າຈະໂທດຮ້າຍປານໃດ ເຮົາມີທາງຫືລກລ້ຽງໄດ້ແຕ່ມີພານອີກປະເພດໝຶ່ງ ທີ່ຮ້າຍ
ຍິ່ງກ່ວາເພາະມັກເກີດໂດຍບໍ່ຮູ້ສຶກຕົວ ແລະ ບໍ່ມີທາງຫີລກລ້ຽງໄດ້ພານຊະນິດນີ້ຄືພານພາຍນອກ
2.ພານພາຍໃນ ຄືຕົວເຮົາເອງຄະນະທີ່ຄິດຊົ່ວ ເວົ້າຊົ່ວ ກະທຳຊົ່ວ ເຊັ່ນລັກໝີວຽກທ່ຽວຫິ້ລນເກເລລ່ວງເກີນວຽກຂອງຄົນອື່ນ ແກ້ງໄປສາຍ ຄົນອື່ນເຕືອນດີໆ ກໍ່ໂກດຮ້າຍ ຫົລບຫີລກວິໄນເວົ້າຈາບໍ່ມ່ວນຫູເວລາໃດທີ່ເຂົາເປັນແບບນີ້ ເວລານັ້ນແມ່ນເຮົາເອງນັ້ນແທລະ ຄືຕົວພານມີເຊື້ອສາຍ
ພານຝັງຢູ່ພາຍໃນ ຕ້ອງຮີບແກ້ໄຂ້
ຫັລກປະຕິບັດໃນຊີວິດປະຈຳວັນ
1.ໝັ້ນເຕືອນໃຈຕົນເອງໃຫ້ລະຈາກຄວາມຊົ່ວເຖິງແມ່ນວ່າຈະເປັນພຽງເລັກນ້ອຍກໍ່ຕາມກ່ອນມັນ
ຈະລຸລາບຕໍ່ໄປ ເຊັ່ນ ການນອນຕື່ນສວຍ ການປະລະການສວດມົນຝຶກສະມາທິກ່ອນນອນ
2.ຢ່າຕິດຕາມຄິດເຖິງຄວາມຊົ່ວ ຄວາມຜິດພາດໃນອະດີດ ທັງຂອງຕົນເອງ ແລະ ຂອງຄົນອື່ນສິ່ງທີ່ມັນຜ່ານມາແລ້ວ ກໍ່
ໃຫ້ມັນຜ່ານໄປສ້າງຄວາມດີຢ່າງເຕັມທີ່
3.ຕັ້ງໃຈໃຫ້ທານ ຮັກສາສິນ ຈະເລີນສະມາທິພາວະນາຢ່າງສະໝ່ຳສະເໝີ
4.ຫີລກລ້າງການອ່ານ ການຟັງ ການເວົ້າ ເລື່ອງກ່ຍວກັບຄົນພານຈະບໍ່ໄດ້ສະສົມເອົາຄວາມຄິດກ່ຽວກັບພານໄວ້ໃນໃຈ ພະຍາຍາມສະສົມເອົາແຕ່ຄວາມຄິດທີ່ດີງາມ ໂດຍການອ່ານການຟັງ ການເວົ້າ ແຕ່ສິ່ງທີ່ດີງາມ ເຊັ່ນ ອ່ານໝັງສືທັມມະ ຟັງເທດສົນທະນາທັມ ເວົ້າເຖິງຄົນທີ່ສ້າງຄຸນງາມຄວາມດີຕ່າງໆ ໆລໆ.
5. ຖ້າຈຳເປັນຕ້ອງໄດ້ຍູ່ໃກ້ກັບຄົນພານຢ່າງຫີລກບໍ່ໄດ້ ເຊັ່ນ ເຮັດການບ່ອນດຽວກັນ ເປັນຍາດພີ່ນ້ອງດຽວກັນໃນກໍລະນີດັ່ງນີ້
ເຮົາຕ້ອງສຳນຶກຢູ່ສະເໝີວ່າ ເຮົາກຳລັງຢູ່ໃກ້ກັບສິ່ງທີ່ເປັນອັນຕະລາຍ ຄືກັນກັບຢູ່ໃກ້ຄົນເປັນໂລກຕິດຕໍ່ຕ້ອງລະວັງຕົວ ຄືລະວັງ
ຄວາມເປັນພານຂອງເຂົາຈະມາຕິດແປດເຮົາ ຕ້ອງໝັ້ນເຮັດບຸນທຳທານ ຮັກສາສິນຈະເລີນພາວະນາ ຝຶກສະມາທິເນື່ອງໃຫ້ຈິດ
ໃຈຜ່ອງໃສຢູ່ສະເໝີ
ເຮົາຕ້ອງນຶກຢູ່ສະເໝີວ່າ ໝ້າທີ່ອັນຍິ່ງໃຫ່ຍແລະສຳຄັນທີ່ສຸດໃນຊີວິດເຮົາ ບໍ່ມີຫັຍງຍິ່ງກ່ວາການປາບພານພາຍໃນຕົວເຮົາ
ເອງ
v ອານິສົງຂອງການບໍ່ຄົບຄົນພານ.
1. ເຮັດໃຫ້ບໍ່ຖືກຊັກຈູງໄປໃນທາງທີ່ຜິດ
2. ເຮັດໃຫ້ສາມາດຮັກສາ ຄວາມດີດັ່ງເດີມໄວ້ໄດ້
3. ເຮັດໃຫ້ສາມາດສ້າງຄວາມດີໃໝ່ເພີ່ມຂື້ນມາອີກ
4. ເຮັດໃຫ້ບໍ່ຖືກຄົນພານທຳລາຍ
5. ເຮັດໃຫ້ບໍ່ຖືກຕຳນິບໍ່ຖືກໃສ່ຄວາມ
6. ເຮັດໃຫ້ບໍ່ຖືກເບິ່ງໃນແງ່ຮ້າຍ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄົນທົ່ວໄປ
7. ເຮັດໃຫ້ມີຄວາມຈະເລີນກ່າວໝ້າ ສາມາດຕັ້ງຕົວໄດ້ໄວ
8. ເຮັດໃຫ້ມີຄວາມສຸກຕໍ່ ຕົນເອງຄອບຄົວ ແລະ ປະເທດຊາດ
9. ເປັນການຕັດກຳລັງບໍ່ໃຫ້ເຊື້ອພານ ແຜ່ຂະຫຍາຍອອກໄປ ເພາະຂາດຄົນສະໝັບສະໝູນ ໆລໆ
No comments:
Post a Comment