Monday, February 24, 2014

ຄວາມຫວັງແມ່

- ຄວາມ​ຫວັງ​ແມ່
ຊິວິດ​ຄົນຫຼົງ​ໄຫຼລົ້ມ                    ຈົມ​ນຳ​ແຕ່​ຄວາມ​ຊື່ນ
ທຸກ​ຄໍ່າຄືນ                                ບືນ​ທ່ຽວຫຼິ້ນ
ສະ​ແຫວ​ງ​ເຊີ່ງ                           ​ແຕ່​ບ່ອນ​​ໄປ
ບ່ອນ​ໃດ​ມີ​ງານ​ເຂົ້າ                     ​ເຂົາ​ກໍ່ພາກັນ​ມ່ວນ
ສຽງ​ເຊີນຊວນ​ຊົ່ວ​ແຊ້ວ               ​ແນວ​ນັ້ັນ​ເພິ່ນ​ມັກຫຼາຍ
ທັງ​ຜູ້​ຍິງ​ຊາຍ​ພ້ອມ                      ຊອນ​ກັນ​ໄປ​ເປັນ​ຄູ່
ສຽງກູ​ແກ​ຢອກ​ເວົ້າ                     ​ອວນ​ເຈົ້າ​ກ່າວໄປ
ບໍ່ນຳ​ໄລ​ນຳ​ຊ້ຳ                        ການ​ຮຽນ​ເພິ່ນ​ປະປ່ອຍ
ຄອຍ​ແຕ່​ເງິນ​ສົ່ງ​ໃຫ້                 ບໍ່ມີ​ໃຊ້​ດອກ​ຄ່າ​​ເທີ​ມ
​ເຕີ​ມ​ແຕ່​ຄວາມສຸກ​ເຂົ້າ               ​ເອົາກັນ​​ໄປ​ທ່ຽວ
ຫຼຽວ​ເບິ່ງ​ແມ່​ຢູ່​ບ້ານ                      ສົ່ງ​ເສຍ​ເຈົ້າໜ້າບໍ່ອາຍ
​ເພິ່ນ​​ໄດ້​ໄປ​ຂາຍ​ຊື້                  ມຶຖືບ່າ​ກໍ່ຫາບ
ຍາກ​ເທົ່າ​ໃດ​ບໍ່​​ໄດ້​ເວົ້າ               ສອງ​ເຖົ້າ​ເພິ່ນ​ກົ່ນ​ຫາ
ຝູງໝູ່ປູ​ປາ​ນ້ຳ                         ຫາ​ເອົາ​ບໍ່​ໄດ້​ຂາດ
ຜັກກາດ​ຫົວ                         ຜັກ​ບົວ​ພ້ອມ​ຂາຍ​ໃຫ້​ສົ່ງ​ລູກ​ຮຽນ
​ເພິ່ນ​ພັດ​ພຽນ​ແຕ່ນຳຫຼີ້ນ              ຫົວ​ໃຈ​ວິນ​ປານໝາກຄ່າ​ງ
ທາງ​ພໍ່​ແມ່​ຢູ່​ບ້ານ                   ບໍ່ມີ​ເວົ້າ​ຈົ່ມ​ຫາ
ສຽງ​ເພິ່ນ​ວາຈາ​ເວົ້າ                     ອວດ​ໂຕ​ໂອ້​ອົ່ງ
​ເງິນ​​ໃນ​ຖົງ​ແມ່​ສົ່ງ​ໃຫ້                    ​ເອົາ​ໄປ​ໃຊ້​ບໍ່​ແມ່ນ​ທາງ
ພໍ່​ແມ່​ວາງ​ໃຈ​ລ້ຳ                   ນຳ​ລູກ​ສາວ​ວ່າຮຽນ​ເກັ່ງ
ທາງ​ລູກ​ສາວ​ພັດ​ເດັ້ງ                ​ເສັງ​ເຂົ້າ​ເທັກ​ບາ
ພາກັນ​ໄປshopping                    ຊີງນຳ​ແຕ່​ຄວາມ​ມ່ວນ
​ເງິນ​ຂາຍ​ສວນ​ທີ​ໄດ້                     ໝົດຈ້ອຍ​ຄ່າ​ບໍ່ມີ​
ມັນ​ຫາກ​ເປັນ​ຈັ່ງ​ຊີ້                  ຕາມ​ຍຸກຫຼືສະ​ໄໝ
ຫຼືຕາມ​ໃຈ​ຕົວ​ເອງ              ​ເກັ່ງຫຼາຍ​ແນວ​ນັ້ນ
ມັນ​ບໍ່ມີ​ສຸດ​ສີ້​ນ                         ນຳ​ກິນ​ນຳ​ທ່ຽວ
ປຽບດັ່ງ​ມົດ​ໄຕ່​ຂອບ​ດົງ              ວຽນ​ແລ້ວ​ກໍ່​ເລົ່າ​ເລີງ   ຫັນ​ແລ້ວ
ຖ້າ​ໃຜ​ເປັນ​ແນວ​ນັ້ນ                     ຮຽກ​ວ່າ​ຜິດຫຼາຍ
ບໍ່​ເຫັນ​ຄຸນ​ຕາ​ຢາຍ                        ຜູ້​ເພິ່ນ​ຂາຍ​ຄວາຍຕູ້
ຫຼຽວ​ເບິ່ງໝູ​ໃນ​ຄອກ                     ​ແມວໝາກາ​ໄກ່
 ຂາຍ​ໃຫ້ໝົດຂ້ອນຫຼ້ອນ              ຂອງ​ກິນ​ພ້ອມ​ແມ່​ສົ່ງ​​ແຖມ 
 ຫັນ​ດາຍ​ເພິ່ນ​ບໍ່​ເສຍດາຍ​ແທ້                     ​ແນວ​ໃດ​ກໍ່ຂາຍ​ສົ່ງ
ເພາະ​ເພິ່ນຫັວງ​ເພິ່ງ​ຜູ້                 ​ຕົວເຮົາທີ່​ຮຽນຮໍ່າ
ຄວາມ​ສຳລານ​ບາດ​ທ້າຍ                 ​ເຫັນ​ເຈົ້າ​ຮັ່ງມີ
ພໍ​ໄວ້​ພຽງທໍ່ນີ້                          ບໍ່ຢາກ​ກ່າວ​ໄປຫຼາຍ
​ໃຫ້​ຄິດ​ອາຍ​ຕົວ​ເອງ                     ຫາກ​ທ່ານ​ເປັນ​ແນວ​ນັ້ນ
ໃຫ້​ທ່ານ​ຫັນ​ຫົວ​ຕັ້ງ              ​ໃນ​ການ​ຮຽນຮໍ່າ
ນຳ​ເອົາ​ຄວາມ​ຮູ້​ເຈົ້າ                     ​ເມື່ອ​ຕ້ອນ​ພໍ່​ແມ່​ຄີງ  ນັ້ນ​ເດີ
ຫາກ​ຂ້ອຍ​ເຜີ​ເລີ​ເວົ້າ                     ​​ໃນ​ຄຳ​ອັນ​ບໍ່​ແມ່ນ
​ແສນ​ວ່າຄວາມ​ຮູ້​ໜ້ອຍ               ​ເອົາ​ແທ້​ແຕ່​ຊິ​ຈາ
ຂໍຄະມານຳທຸກທ່ານ             ຜູ້ອ່ານທັງຫຼາຍ
ໃນຈຸຸດໝາຍຂອງຄຳກອນ                 ບອກສອນໃຫ້ເຫັນຮູ້
ຜູ້ແຕ່ງ ບໍ່ໄດ້ໝາຍເຖິງຜູ້                 ປະຈານໃຜຈັກຢ່າງ
ທາງຄຳກອນພຽງແຕ່ງເວົ້າ                ຂໍ່ເຈົ້າຢ່າຖື ນັ້ນທ້ອນ


No comments:

Post a Comment