l. ສູ່ຂວັນນ້ອຍກ່ອນແຕ່ງງານ
ສີສີ ວັນນີ້ເປັນວັນດີ ວັນດິຖີອະມຸດຕະໂຊກ
ໂຕກໄມ້ນີ້ແມ່ນໂຕກໄມ້ຈັນ ຂັນໃບນີ້ແມ່ນຂັນໄມ້ແກ້ວ ຂຸນນາງຕົກແຕ່ງແລ້ວຈຶ່ງຍໍມາ
ຮຽກເອົາຂວັນວ່າ ເອຫິ ຕາຕະ ປິຍະ ປຸຕຕະ (ຜູ້ຍິງວ່າ ເອຫິ ອັມມະ ປິຍາທິຕາ) ປູເຣຖະ ມະມະ
ປາຣະມິງຫະທະຍັງ ເມ ພິ ສັນເຈທະ ກະໂຣຖະ ວະຈະນັງ ມະມະ ອາຄັສສາອິຕິ ດັ່ງນີ້ເປັນເຄົ້າ
ຂວັນເຈົ້າຈົ່ງມາ.
ບັດນີ້ ຂ້າຈັກເຫຼົ່າພາກພື້ນດາຣາ ແຕ່ຄາວແມ່ເຈົ້າຖືພາ
ປະຕິສົນທິຮ່ວມທ້ອງ ເຂົ້າສູ່ທ້ອງແມ່ມານດາ ຄັນນານມາໄດ້ສິບເດືອນລ່ວງແລ້ວ
ແມ່ເຈົ້າຈຶ່ງສະເທືອນເຈັບປວດທອ້ງ ຝູງພີ່ນ້ອງຈຶ່ງແລ່ນມາຫາ ຝູງຕາຍາຍເພີ່ນກໍ່ຂຶ້ນມາລ່ຳ
ແມ່ເຈົ້າຊ້ຳເຈັບຢູ່ຮີຮັກຮີຮ່ອນນອນແລ້ວລຸກ ແມ່ເຈົ້າເຈັບຊີຊຸຊີເຊື່ອນ
ໃຫ້ກິ້ງເກືອກໄປມາ ເໝືອນດັ່ງໃຈມານດາຈັກຂາດ ເໝືອນຈັກມໍຣະນາດມ້ຽນຕາຍໄປ ແມ່ກໍທົນບໍ່ໄຫວ
ຈຶ່ງມ້ອຍໄປນ້ອຍນຶ່ງບໍ່ມີນານ ແມ່ຈຶ່ງປະສູດລູກມົ້ມອຸທອນ ແມ່ນຜູ້ຍິງຕົກຫງາຍ
ແມ່ນຜູ້ຊາຍຕົກຄວ່ຳ ແມ່ເຈົ້າເປັນບ້າຢູ່ງົມງົວ ບາງພ່ອງມືຄົວຕັດສາຍແຮ່ ບາງພ່ອງແຜ່ສາຍບື
ສອງມືໂຈມລູກມາລ້າງ ແລ້ວຈຶ່ງໂຈມໃສ່ກະດົ້ງກວ້າງ ໄປພອກຜີພາຍ ໄປຜາຍຜີປ່າ
ນົກເຄົ້າມັນຮູ້ຮອ້ງກູກເອົາຂວັນວ່າ ກູທຸກ ກູທຸກ ກຸກກູ ກຸກກູ
ແມ່ນລູກສູເອົາໄປສາມື້ນີ້ວັນນີ້ ກາຍມື້ນີ້ວັນໜ້າແມ່ນລູກກູ ແມ່ຈຶ່ງລ້ຽງແລດູ
ແມ່ອູ້ມຊູໃສ່ອູ່ ແມ່ເຈົ້າຢູ່ໃນໄຟ ໄກວເຈົ້າໄມາຢູ່ຕີ່ຕ້ອນໆ
ແມ່ເຈົ້າກິນນ້ຳຮ້ອນປາກເປື່ອຍໂພງສຸກ ໄຟແຫ່ງລຸກແມ່ເຈົ້າຫົນຫວຍ ອໍຣະທົນອໍຣະທວຍ
ຫົວໃຈໄກວບໍ່ໄດ້ດ່າປ້ອຍ ຂວັນອ່ອນນ້ອຍຄຳຫລ້າຢ່າໄດ້ວອນ ເຈົ້າຈຶ່ງນອນຢູ່ອູ່ສາຍຝ້າຍ
ເຈົ້າຈຶ່ງຍ້າຍມາຢູ່ອູ່ສາຍໄຫມ ພໍ່ແມ່ເຈົ້າຍັງຈົງໃຈຮັກຮໍ່
ອັນນີ້ຫາກແມ່ນພໍ່ປິຕາແມ່ມານດາເຈົ້າແລ້ວ ນົມແມ່ຮ້າວໃຫ້ເຈົ້າຄ່ອຍກິນນົມ
ຜ້າທັງຜືນແມ່ຫົ່ມເຈົ້າໄວ້ ເດິກຈັກໜ່ອຍເຈົ້າຈຶ່ງຕື່ນກິນນົມ ແມ່ເຈົ້າຊົມບໍ່ເປິດ
ແມ່ກຳເນີດຈຶ່ງໜ່າຍຈຶ່ງຊັງ ເຮັດລັງຕັງເຂົາຈຶ່ງໄດ້ໄລ່ຂ້າ
ເຈົ້າມາແລ້ວໄດ້ມາເກີດເປັນລູກແກ້ວພໍ່ແມ່ບຸນເຮືອງ ຄຳເຫລືອງສີຣະໃຫມ່
ໂພໄຊໃຫ້ມາຄູນມາຍໍເຈົ້າເຢີ ໂພສີໃສຈະແຈ່ມໜ້າ ຜູ້ແກ່ກ້າໃຫ້ມາຄູນມາຍໍເຈົ້າເຢີ
ຄົນຫານນັ້ນແມ່ນທ້າວສັງຄີບ ໃຫ້ມາຄູນມາຍໍເຈົ້າເຢີ ໃຫ້ຮີບນຳເອົາຂວັນຄືນມາຢ່າໄດ້ທ່ຽວ
ພໍ່ແມ່ເຈົ້າຍັງນ້ອມໜ່ຽວວອນຫາ ທັງຕາຍາຍແລະປູຍ່າ ພ້ອມກັນເອີ້ນຊີຊົ່ວເອົາຂວັນວ່າ
ອາຄັສ ສາຫິ ຂວັນເຈົ້າຈົ່ງເຂົ້າມາ ດູຣາລູກຮັກແມ່ ມື້ນີ້ແມ່ນມື້ດີ ວັນມີສີເຄົ້າຄື່ນ
ເປັນວັນດີລື່ນລ້ຳຜາບແພ້ສັຕຣູ ໝໍຄູນດູວ່າເປັນໂຊກ ວັນຫາຍໂສກ ສັພພະໂຣຄາ
ຂວັນເຈົ້າຈົ່ງມາຈຳເຣີນສີສົມບັດເທົ້າເຖົ້າ ຕາບຕໍ່ເທົ້າຊົ່ວຊີວັງ
ຝົນຕົກເຈົ້າຢ່າໄດ້ໄປກິນນ້ຳຮອຍກະຮອກ ແດດອອກເຈົ້າຢ່າໄດ້ໄປກິນນ້ຳຮອຍງົວຮອຍຄວາຍ
ພໍ່ແມ່ເຈົ້າຍັງຂົນຂວາຍຮັກໄຄ້ ເຈົ້າໃຫຍ່ແລ້ວ ພໍ່ແມ່ສອນໃຫ້ເຈົ້ານອນກໍນອນ
ພໍ່ແມ່ສອນໃຫ້ຮູ້ກໍຮູ້ ບໍ່ໄດ້ເສັຽແຮງແມ່ເຈົ້າລ້ຽງ ຂົດຂາແຂ່ງຄີ່ຄູ້ໃຫ້ເຈົ້າກິນນົມ
ຄີງເຈົ້າກົົມໃຜເຫັນກໍ່ຢາກສ່ອງ ເນື້ອເຈົ້າຄ່ອງໃຜເຫັນກໍຢາກແຍງ ຍາມເມື່ອແລງໃຜກໍຢາກພໍ້ໜ້າ
ຖ້ວນຣະດູສັງຂານປີໃຫມ່ມາແລ້ວ ເຖີງເດືອນສາມດອກຮັງຮີ່ ເຖີງເດືອນສີ່ດອກຮັງບານ ຕະການງາມຊ້ອຍໂຊດ
ມີທັງດອກແກ້ວໂກຕິຍາງຫລວງ ມີທັງດອກຈວງຈັນງາມສະພູ່ ມີທັງດອກໝູ່ສາຣະພີ
ຈຳປີປາກັນນິກາກ້ານເກດ ດອກຍາງເພດພ້ອມອາຮວນ ດອກລຳດວນທັງດອກແກ້ວ
ບານບໍ່ແລ້ວທັງດອກສາມປີ ບານມີສີເປັ່ງມາດ ສະພາດພ້ອມນານາ
ແມ່ເຈົ້າຈຶ່ງຊວນສາວຮາມມາຮວດຮ້ອຍ ຝູງສາວບ່າວສ່ຳນ້ອຍເຂົາແລ່ນຢູ່ແຊວໆ ແລ້ວຈຶ່ງຢາຍເປັນແຖວເປັນຖ່ອງ
ເອົາມາໃສ່ຂັນກະຍ່ອງສູ່ຂວັນ ເຈົ້າຊາຍໜຸ່ມນ້ອຍ (ຍິງໜຸ່ມນ້ອຍ) ທັງເສື້ອຜ້າລາຍຜອກພ້ອຍ ແມ່ເຈົ້າຫົ່ມເອົາຂວັນ
ເອຫິ ຕາຕະ ປິຍະ ປຸຕຕະ (ຜູ້ຍິງວ່ ເອຫິ ອັມມະ ປິຍະ ທິຕາ) ອາຄັສສາຫິ ເຈົ້າຈົ່ງມາຢູ່ດີ
ໃນບຸຣີແລະຜາສາດ ເປັນເຈົ້າອາດພັນປີ ຄວາມຊົ່ວໜີຄາດແຄ້ວ ຫາຍໂສກແລ້ວເທັຽຣະຄາ
ຄວາມເຈັບຕາແລະປວດທ້ອງ ໂພຍພະຍາດຕ້ອງຢ່າໃຫ້ມີ ຈົ່ງໃຫ້ນອນຫລັບດີຢູ່ໃນຫ້ອງ
ປະເທດທ້ອງທີ່ນອນຕົນ ເຮືອນມຸງຄຸນຫລັງໃຫຍ່ ພໍແຫລ່ງຊ້າງພັງພາຍ
ຈົ່ງຫາຍສຸກສະບາຍຈົນເທົ້າເຖົ້າ ຕາບຕໍ່ເທົ້າເຖີງພັນປີ ສົມບັດມີບໍ່ໄຮ້
ໃຫ້ໄດ້ເປັນເຈົ້າພະຍາ ພໍ່ຊິຫາຄູ່ມາໃຫ້ຊົມຊ້ອນ ເຈົ້າຢ່າຮອ້ນໃນໃຈ ສົມບັດໄຫລຫລັ່ງເຂົ້າ
ໃຫ້ເຈົ້າມີເຮືອນຊານ ສົມສະຖານໃຫຍ່ກວ້າງ ທັງປວງຍາດມາໂຮມ ຊົມແຊວສຽງຫົວມ່ວນ
ເຈົ້າຢ່າດ່ວນນອນໃຈ ເຮັດອັນໃດໃຫ້ຮີຮ່ຳໜ່ຳໆ ພ້ອມພິຈາຣະນາສີນທານທັມຢ່າໄດ້ຂາດ
ຕັກບາດພ້ອມຈັງຫັນ ເຖີງວັນສີນໃຫ້ຮ່ຳຮູ້ ໃຫ້ອຸດສາສູ້ພາວະນາ ຈັຕຕະໂຣ ທັມມາ
ວຸຖິທັມສີປະການ ຄື ອາຍຸ ວັນໂນ ສຸຂັງ ພະລັງ ອາຍຸໂສດຍືນຍາວ ວັນນະພາວຜິວຜ່ອງ
ສີເນື້ອຄ່ອງເຫລືອຫລາຍ ສຸກສະບາຍບໍ່ເສົ້າ ພະລະເຂົ້າແລະກຳລັງແຮງ
ຄວາມແຂງແຮງຢ່າແກ່ເຖົ້າ ຕາບຕໍ່ເທົ້າຊີວາ ພັນລະນາເຮືອງຮອດ ຍານຍອດແກ້ວຕິຕິກຂາ
ອາໂຣຄະຍາຮຽງຮາບ ຜາບແພ້ໝູ່ມານມາ ຂໍໃຫ້ມີຍົດສັກດາລ້ຳເລີດ ສົມບັດເກີດອະນັນຕັງ
ສັກໂກສັກກາຍັງອົງອາດ ຢ່າຄາດແຄ້ວກົງສີ ຈົ່ງໃຫ້ຢູ່ສີສວັສດີເຖີງເຖົ້າ ຕາບຕໍ່ເທົ້າ
ນານຍິ່ງເທັຽຣະຄາ ອຸອະ ມຸມະ ມູນມາ ກໍ່ຂ້າເທີ້ນຯ
No comments:
Post a Comment