l. ສູ່ຂວັນຂຶ້ນເຮືອນຫໃຫມ່
ສີສີສິດທິ ຊະຍະຕຸ ພະວັງ ຊັຍຍະ
ມັງຄະລະດິຖີ ວັນນີ້ເປັນວັນດີ ວັນດິຖີສຸພາເລີກ ຖືກໜ່ວຽຊື່ວ່າມະຫາມຸງຄຸນ
ຍັງມີພະຍາຜູ້ມີບຸນອົງໜຶ່ງ ສະເດັດມາຈາກເມືອງໝັ້ນຄຳພອງ ມາສແວງຫາຈອງສະຖານທີ່ຕັ້ງບ້ານ
ເພື່ອປູກສ້າງໃຫ້ຢູ່ຊຸ່ມກິນເຢັນ ຄວາມເຈັບເປັນເຂັດຂວາງຈັງໄຮບໍ່ມີພໍ້
ຈຶ່ງຕັ້ງຕໍ່ປຸກແປງໄປ ພຣະເມຕຕຣັຍໂພທິສັດເຈົ້າຕຣັສວ່າ ບ່ອນນີ້ດີ
ແຕ່ກ່ອນກີ້ເປັນບ່ອນເປັນບ່ອນພຣະເຈົ້າສ້າງໂພທິິສົມພານ ຜາບແພ້ພະຍາມານຜູ້ສາໂຫດ
ບ່ອນນີ້ແຕ່ກ່ອນກີ້ເປັນບ່ອນພຣະເຈົ້າໂຜດສັດຕະນິກອນ ເປັນບ່ອນນາງທໍຣະນີເອົາຄຳມາຝັງໄວ້
ພຣະແກ່ນໄທ້ວ່າຢູ່ສວັສດີ ໝື່ນພັນປີບໍ່ມີໂພຍພັຍມາຕ້ອງ
ບັດນີ້ເຈົ້າຊິໄດ້ນັ່ງຢູ່ຫ້ອງແກ້ວກອງເງີນຄຳ ເຂົາຊິນຳເອົາແກ້ວແຫວນເງີນຄຳມາໃຫ້ ກັບທັງຂ້ອຍຊ່ວງໃຊ້ຫລຸຫລັ່ງໄຫລມາ
ມີສັກດາຣິດທີອົງອາດ ຝູງໝູ່ຍາດພີ່ນ້ອງຊິໄດ້ແຕ່ງຂອງຝາກມາຫາ ກັບທັງພັນລະຍາໜຸ່ມນ້ອຍ
ໜ້າຊື່ນຊ້ອຍໂສພາ
ບັດນີ້ຂ້າຈັກພັນລະນາແຕ່ເຄົ້າ ຈັດແຈ່ງເຂົ້າຫາໄມ້ປຸກເຮືອນ
ມີໃຈພຽນທັງເຍືອນທັງຍາກ ແຕ່ງຖົງໝາກນ້ຳເຕົ້າຕິບເຂົ້າແລະຫໍ່ຢາ ຄວາເຄັຽຫາຂວານຄົມມີດພ້າ
ແບກເຂົ້າປ້າດັ້ງຄວ່າດົງດອນ ເດີນໂຄຈອນມື້ແລງມື້ເຊົ້າ ວັນຄ່ຳເສົ້າເສັຽສູນແລ້ວຕ່າວມາ
ບາງພ່ອງກິນສຸຣາແກມເຫຼົ້າ ຕື່ນມື້ເຊົ້າງາຍແລ້ວເລົ່າໄປ ຈົງໃຈເຂົ້າດົງເລົ່າຊອກຫາ
ໄປພົບພໍ້ລຳດົ້ວປອດດີ ໄມ້ມີສີເອົາເປັນເສົາແຮກ ແລ້ວຈຶ່ງແບກຂວານໃສ່ຟັນລົງ
ຕັດປາຍຕົງລຳດີສະອາດ ນີ້ແມ່ນທຳມະຊາດໄມ້ຄ້ຳໄມ້ຄູນ ລຳຟັນລຸນເສົາຂວັນຄູນເປັນຄູ່
ທີ່ເກີດຢູ່ຝ່າຍຂ້າງຕີນດອຍ ຫລຽວເບີ່ງງາມຊອນລອນອິນແປງປູກໄວ້ ຕັດເອົາໄດ້ມາຖາກເປັນເສົາ
ໄປຫາເອົາບໍ່ຢຸດບໍ່ຢ່ອນ ເດີນເຮຮ່ອນເຂົ້າປ່າດົງໜາ ຫຼາຍເວລາເດືອນປີຕິດຕໍ່
ຫຼາຍພ່ຳມື້ໂຕເຈົ້າອ່ອນແຮງ ຍາມແລງເຂົ້າຍາມລົງປະເປົ່າ ມື້ສືບມື້ປ້ຳໄປຊອກໄປ
ປີເດືອນໄດ້ວັນຍາມເຂົ້າປ່າ ແດດແຫ່ງຮ້ອນລົນໄໝ້ຄ່ອຍພຽນ ປີເດືອນເຂົ້າເມສາຂ້າມລ່ວງ
ຝົນຫລັ່ງຍ້ອຍຮຳຜ້າຊຸ່ມເຢັນ ບໍຣະບວນແລ້ວຟັນເຮືອນຫລັງໃໝ່
ບັດນີ້ ຂ້າຈັກແຕ່ງຂັນດອກໄມ້ ເຊີນເຈົ້າເຂົ້າສູ່ເຮືອນ
ເຂົາຟັນຕົກຕົກ ເຈົ້າຢ່າໄດ້ໜີເມືອເມືອງເໜືອ ເຂົາຟັນຕົກເຄືອເຈົ້າຢ່າໄດ້ໜີເມືອເມືອງນາຄ
ເຂົາຟັນຕົກຟາກເຈົ້າຢ່າໄດ້ເສົ້າເສັຽສູນ ໃຫ້ເຂົ້າມາຄ້ຳຄູນເຮືອງຮຸ່ງພຽງອາດ
ໃຫ້ເຈົ້າມາສະພາດຢູ່ຊຸ່ມກິນເຢັນ ຄວາມເຂັດຂວາງຢ່າໃຫ້ໄດ້ ຄວາມເຈັບໄຂ້ຢ່າໃຫ້ມີ
ວ່າມາເຢີຂວັນເອີຍ ຂວັນເສົາທວນຢູ່່ປາຫຍ້າແຝກ ຂວັນເສົາແຮກຢູ່ປ່າຄອນແຄ
ກໍໃຫ້ມາສາມື້ວັນນີ້ ຂວັນເສົາຄ້ຳຢູ່ປ່າໄມ້ໜາ ກໍໃຫ້ມາສາມື້ນີວັນນີ້
ຂວັນປ້ານລົມຢູ່ດົງຊ້າງນ້ຳ ກໍໃຫ້ມາສາມື້ນີ້ວັນນີ້ ຂວັນຂື່ແລະຂວັນຄ່າວ
ກໍໃຫ້ເອີ້ນຮຽກກັນມາ ວ່າມາເຢີຂວັນເອີຍ....ມາພະລັນຢ່າຊ້າ ໃຫ້ເຈົ້າຕັ້ງຕໍ່ໜ້າ
ຂ້າມປ່າດອນເລົາມາເຢີ ໃຫ້ເຈົ້າມາຈຳເຣີນເຮືອງຮຸ່ງ ເຮືອນກວ້າງຢ່າໄດ້ຕົກໃຈ
ສົມພະທັຍຢູ່ສວັສດີ ຍໍເຮືອນຄົວຂຶ້ນໃຫ້ໄດ້ເປັນເຮືອນຣາດ ຍໍຜາສາດຂຶ້ນ
ໃຫ້ໄດ້ເປັນຍອດທາດຈອມສູງ ເຮືອນໂຮງຄຳເປັນລົດແກ້ວ ຍົກຂຶ້ນແລ້ວຢູ່ສວັສດີ
ຍົກເສົາໜຶ່ງໃຫ້ໄດ້ງົວແມ່ລາຍ ຍົກເສົາສອງໃຫ້ໄດ້ຄວາຍເຂົາຍ້ອງ
ຍົກເສົາສາມໃຫ້ໄດ້ຄ້ອງເກົ້າກຳ ຍົກເສົາສີ່ຂຶ້ນໃຫ້ໄດ້ຄຳເກົ້າໝື່ນ
ຍົກເສົາຫ້າໃຫ້ໄດ້ເຂົ້າລ້ານໝື່ນມາເຍັຽ ຍົກເສົາຫົກໃຫ້ໄດ້ເມັຽຜູ້ງາມມານອນຄຽງຂ້າງ
ຍົກເສົາເຈັດໃຫ້ໄດ້ລູກຈ້າງ ມາແຕ່ງພາແລງພາງາຍ
ຍົກເສົາແປດໃຫ້ໄດ້ຊາຍຜູ້ດີຍິງຜູ້ງາມມາຢາຍແຈກເຫຼົ້າແລະຂອງຂວັນ
ຂໍໃຫ້ໄດ້ມາມ່ວນງົວຄວາຍເຕັມຄອກ ຊ້າງມ້າອອກເນືອງນອງ ເງິນຄຳກອງພໍແບກ ເສົາຄ້ຳຢ່າໃຫ້ແຕກ
ເສົາແຮກກໍຢ່າໃຫ້ເຊຊວນ ເສົາຂວັນກໍໃຫ້ໝັ້ນແກ່ນ ໃຫ້ເຈົ້າໝັ້ນປານແຜ່ນເຫລັກແດງ
ໃຫ້ເຈົ້າແຂງປານແຜ່ນຫີນລາດ ໃຫ້ເຈົ້າໝັ້ນປານຫລ່ຽມອາດເສົາຊີເມັນ ຈຳເຣີນເປັນອາດກວ້າງ
ຫ້ອງໜຶ່ງແອ້ມອາດໄວ້ແຕ່ງບົວນາງ ທຽມທາງກາງເສົາແຮກ ນັ້ນໃຫ້ມີສະບໍ່ແກ້ວ
ນາງອາບແລ້ວໃຫ້ຢູ່ສະບາຍດີ ເສົາຄ້ຳໃຫ້ເປັນແກ່ນພູຫອມຊວ່າພັນວາ ເສົາຂວັນໃຫ້ເປັນແກ່ນຈັນຫອມຊວ່າແສນໂຍດ
ເພີ່ນມາຊື້ໃຫ້ເຈົ້າໄດ້ຈຳໜ່າຍ ຍາມເມື່ອຈ່າຍໃຫ້ເຈົ້າໄດ້ຂອງດີ
ໃຫ້ເຈົ້າຮຸ່ງເຮືອງສີປຸນເປັນຫ້ອງ ຫ້ອງລຸ່ມນັ້ນໄວ້ຜູກຊ້າງສານໃຫຍ່ງາຍາວ
ຫ້ອງນຶ່ງໃຫ້ລູກເຂີຍລູກສາວເຂົ້າມາຊ່ວງໃຊ້ ຫ້ອງນຶ່ງໄວ້ໃຫ້ລູກຊາຍ
ແລະລູກສະໄພ້ແສນສ່ຳມາແຍງ ລູກສາວແພງເຄື່ອງຄຳພັນຮ້ອຍ ຫລອນວ່າໄດ້ລູກເຂີຍລູກໄພ້ນ້ອຍໆ
ມາສູ່ສົມໃຈປູ່ເດ.......ຫ້ອງນຶ່ງໄວ້ຖ້າສັງຄະເຈົ້າມາເທສນາສອນ
ຫ້ອງນຶ່ງໄວ້ບູຊານຶກເຖີງຄຸນແກ້ວ ຫ້ອງນຶ່ງໄວ້ຖ້າບິດາມານດາພໍ່ແມ່
ຫ້ອງນຶ່ງໄວ້ໃຫ້ເຖົ້າແກ່ຊຸມນຸມ ຫ້ອງນຶ່ງໄວ້ໃຫ້ຂຸນທາງໄກຫລາຍເມືອງມາເຝົ້າ
ຫ້ອງນຶ່ງເອ້ຍ້ອງໄວ້ໃຫ້ລູກສາວຫລ້າ ມາເຂົ້າຢູ່ນອນ.....
ບັດນີ້ຂ້ອຍຈັກເຊີນເອົາຂວັນເຈົ້າຄົວເຮືອນໃຫ້ມາຢູ່
ເຊີນເອົາຂວັນລູກເຕົ້າມາເຂົ້າສູ່ໂຮງ ວ່າມາເຢີຂວັນເອີຍ
ຂວັນເຈົ້າຟັນໄມ້ເສົາທວນເຊົາຢູ່ປ່າແຝກ ຂວັນເຈົ້າໄປຟັນໄມ້ເສົາແຮກ ເຊົາຢູ່ປ່າໜາມທັນ
ກໍໃຫ້ມາສາມື້ນີ້ວັນນີ້ ຂວັນເຈົ້າໄປຟັນໄມ້ເສົາຂວັນເຊົາອາບນ້ຳ ຂວັນເຈົ້າໄປຟັນໄມ້ເສົາຄ້ຳມົວແບກເຊຊວນ
ກໍໃຫ້ມາສາມື້ນີ້ວັນນີ້ ຂວັນເຈົ້າໄປຟັນໄມ້ສີຍົວເຊົາຢູ່ຫົ່ມເໝືອດ
ຂວັນເຈົ້າໄປຟັນໄມ້ກະທອດເຊົາຢູ່ກາງດົງ ກໍໃຫ້ມາສາມື້ນີ້ວັນນີ້
ຂວັນເຈົ້າໄປຕັດຕົງຕັດກອນເຊົາຢູ່ໂຄກຄ້ອຍໆ ກໍໃຫ້ມາສາມື້ນີ້ວັນນີ້
ຂວັນເຈົ້າຂຶ້ນໂຄກສູງລົງໂຄກຄ້ອຍ ໝໍ....ເອີ້ນຈ້ອຍໆຂວັນເຈົ້າໃຫ້ດ່ວນມາ
ວ່າມາເຢີຂວັນເອີຍ.....ມາພະລັນຢ່າຊ້າ ເຊີນທັງຂວັນອ່ອນຫລ້າກຸມາຣາເຂົ້າມາສູ່
ເຊີນເອົາຂວັນໝູ່ເຈົ້າໃຫ້ເຂົ້າມາສູ່ໂຮງ ໃຫ້ມາທະຣົງເຮືອນຊານບ້ານໃຫມ່
ຄັນເຈົ້າມາຮອດແລ້ວ ຄວາມທຸກຢ່າໃຫ້ມາໃກ້ ຄວາມເຈັບໄຂ້ຢ່າໃຫ້ມີ ທຸກຕົນທຸກຄົນກໍຂ້າເທີ້ນ
ຍະຖາ ວາຣິ ວະໂຫ ປູໂຣ ສັພພະກາລັງ ນະ ຂີຍະຍະຕິ ອຸອະ ມະມະ ມຸນມາ ສັພພະສິທທິ ພະວັນຕຸເຕ
ອາຍຸ ວັນນັງ ສຸຂັງ ພະລັງ ປະຕິພານ ທານະສານ ຊັບສົມບູນພູນຜົລ ດ້ວຍລາບ ຍົດສຸກ
ສັນລະເສີນ ທຸກປະການເທີ້ນຯ
No comments:
Post a Comment