Monday, February 24, 2014

ຫຼັກຂອງທຳມະ

l. ຫຼັກຂອງທຳມະ
    ທັມມະຂອງອົງສົມເດັດສັມມາສັມພຸດທະເຈົ້າ ທີ່ໄດ້ຕັດໄວ້ແລ້ວ ເມື່ອກ່າວໂດຍຫຍໍ້ມີ 3 ຄື:
1.   ປະລິຍັດຕິທຳ
2.   ປະຕິບັດຕິທຳ
3.   ປະຕິເວດທະທຳ
ປະລິຍັດຕິທຳ ໄດ້ແກ່ການສຶກສາຮ່ຳຮຽນໃນປີດົກທັງ 3 ຄື: ວິໄນປີດົກ ສຸຕັນຕະປີດົກ ແລະ
ອະພິທຳປີດົກ ໃຈຄວາມແລ້ວແມ່ນຮຽນໃຫ້ຮູ້ຈັກລະບາບ(ຄວາມຊົ່ວ)ບ່ຳເພັງກຸສົນ,ອົບຮົມ
ຈິດໃຈໃຫ້ຜ່ອງໃສ ຫຼື ຮຽນໃຫ້ຮູ້ວ່ານີ້ເປັນຄຸນນີ້ເປັນໂທດນີ້ເປັນປະໂຫຍດນີ້ເປັນບາບ
(ຄວາມຊົ່ວ) ນີ້ເປັນບຸນນີ້ຄວນລະນີ້ຄວນກະທຳຕໍ່ໄປ.
    ປະຕິບັດຕິທຳ ໄດ້ແກ່ພາກປະຕິບັດພະຍາຍາມທຳໃຫ້ສິນສະມາທິປັນຍາເກີດຂື້ນໃນຈິດຄືພະຍາຍາມບໍ່ທຳບາບ(ຄວາມຊົ່ວ)  ໃນທາງກາຍວາຈາໃຈໃຫ້ພະຍາຍາມທຳແຕ່ບຸນດ້ວຍກາຍວາ
ຈາ ແລະຈິດໃຈທີ່ມີຄວາມສຸພາບຮຽບຮ້ອຍດີພະຍາຍາມປອງຮ້າຍເຊິ່ງກັນ ແລະ ກັນ ພະຍາຍາມອົບຮົມຈິດໃຈໃຫ້ປາສະຈາກກິເລດຄວາມເສົ້າໝອງຍັງຈິດໃຈໃຫ້ຜ່ອງໃສຂາວສະອາດ ໂດຍວິທີແນວທາງສະມະຖະແລະ ວິປັດສະນາ.
    ປະຕິເວດທະທຳ ໄດ້ແກ່ມັກຜົນນິພານ ໝົດຄວາມໂລບຄວາມໂກດຄວາມຫຼົງອັ່ນເປັນຜົນເກີດມາຈາກເຫດແຫ່ງການປະຕິບັດນັ້ນເອງ.
   ນີ້ຫຼັກທຳສຳລັບດັບທຸກພົ້ນຈາກໂລກນີ້. ຫຼັກສຳລັບຄາລະວາດ,ຜູ້ຄອງເຮືອນນັ້ນແກ່ການສຶກ ສາຮ່ຳຮຽນສີນປະສາດໝາຍເຖິງວິຊາຄວາມຮູ້ທີ່ກ່ຽວດ້ວຍຫັດຖະກຳມີການສ້າງຕ່າງໆ ດ້ວຍມື
ຄືການກໍ່ສ້າງ,ການຂຽນປື້ມ,ການປັບປຸງ,ການຫຍິບແສ່ວ ແລ້ວແຕ່ວິຊາຄວາມຮູ້ອັນໃດທີ່ທຳດ້ວຍມືຂອງຕົນ.ປະລິຍັດຕິທຳປຽບເໝືອນຄວາມຮູ້ຕຳລາປະຕິບັດຕິທຳປຽບເໝືອນວາງຢາ
ເພື່ອບ່ຳບັດໂລກ. ປະຕິເວດທະທຳຄວາມຫາຍໂລກເຮົາມີຢາສຳລັບບ່ຳບັດໂລກແຕ່ບໍ່ກີນຢາໂລກ
ທີ່ມີຢູ່ໃນຮ່າງກາຍຂອງຄນເຮົາກໍບໍ່ດີນີ້ກໍ່ສັນໃດ ຜູ້ສຶກສາຮ່ຳຮຽນຄວາມຮູ້ຫຼາຍເທົ່າໃດ ຖ້າບໍ່ລົງ
ມຶປະຕິບັດໂລກຄື ຄວາມຍາກຈົນ ຫຼື ໂລກກ່າວຄື: ໂລບ,ໂກດ,ຫຼົງກໍ່ບໍ່ຫາຍໝົດ ກໍ່ມີອຸປະໄໝ
ສັນນັ້ນ.
   ໃຈຄວາມຄືວ່າມີແຕ່ຜູ້ສຶກສາຮ່ຳຮຽນພຽງແຕ່ຄວາມຮູ້ທໍ່ນັ້ນຖ້າບໍ່ລົງມືປະຕິບັດແລ້ວເປັນທາງຄະດີໂລກຄະດີທຳຍ່ອມບໍ່ໄດ້ຜົນທີ່ຕົນປາຖະໜາ ເໜືອນພາສິດບູຮານກ່າວວ່າ ມີລາບ ຄັນບໍ່ມີເຂົ້າຄຸ້ຍ ທາງທ້ອງບໍ່ອີມເຕັມ.ມີຄວາມຮູ້ແຕ່ເອົາຕົວບໍ່ຮອດ ດັ່ງນີ້ເປັນຕົ້ນ ເມື່ອເຮົາໄດ້ສຶກສາຮ່ຳ ຮຽນ ໄດ້ຍິນໄດ້ຟັງໄດ້ຄວາມຮູ້ພໍສົມຄວນແລ້ວໃຫ້
ຕັ້ງໃຈທຳຄຸນງາມຄວາມດີຕ່າງໆ ສ່ວນທີ່ຕົນຍັງຂາດຕົງບົກຜ່ອງກໍຕ້ອງຮີບທຳໃຫ້ໄດ້ບຸກຄົນເຮົາ
ບໍ່ຄວນປະໝາດຄືໃຜໆ ກໍໄດ້ມາພົບຖະພຸດທະສາດສະໜາ ແລະ ໄດ້ຕັ້ງສັດທາຄືຄວາມເຊື່ອ
ຄວາມເຫຼືອມໃສໄວ້ໃນພຸດທະສາດສະໝາແລ້ວຄວນຕຽມຕົວຫາເຄື່ອງປ້ອງກັນຄືຄຸນງາມຄວາມດີມີສັດທາວະພາວະນາເພື່ອບໍ່ໃຫ້ຢ້ານກົວຄວາມຕາຍເມື່ອຄວາມຕາຍມາເຖິງຕົວແລ້ວ
ຈະໄດ້ມີຄວາມອຸ່ນອົກອຸ່ນໃຈຄືໄດ້ຮັບແຕ່ຄວາມສຸກ
ເຍືອກເຢັນຈະບໍ່ໄດ້ເສຍທີທີ່ໄດ້ເກີດມາເປັນມະນຸດພົບພຸດທະສາດສະໜາ.


No comments:

Post a Comment