Monday, February 24, 2014
ຄຳວ່າ "ແມ່"
ຄຳວ່າ "ແມ່" ໃນພາສາລາວນັ້ນ
ເປັນຄຳທີ່ມ່ວນເປັນຄຳທີ່ລູກ ເວົ້າກ່ອນຄຳອື່ນໆ. ລູກເວົ້າໄດ້ນີ້ຕ້ອງເວົ້າ ຄຳວ່າ "ແມ່" ກ່ອນແຕ່ວ່າ ອາດຈະເວົ້າບໍ່ແຈ້ງອອກສຽງເປັນ "ມະ" ເປັນ "ແມະ"
ອັນໃດກໍ່ເປັນໄປ ໄດ້ແຕ່ຈຸດປະສົງກໍ່ຄືເອີ້ນຄົນທີ່ເຂົາຮູ້ຈັກມາກ່ອນຄົນອື່ນໆ.
ເປັນຜູ້ໄກ້ຊິດ ຕໍ່ລູກນ້ອຍໆກ່ອນຄົນອື່ນໆກໍ່ຄືແມ່
ສຳພັດທີ່ລູກໄດ້ສຳພັດກ່ອນຄົນອື່ນໆ ກໍ່ຄືເນື້ອໜັງຂອງແມ່
ນ້ຳນົມຂອງແມ່ທີ່ເຮັດໃຫ້ລູກຮູ້ຈັກແມ່ ແລ້ວກໍ່ຢາກ ເຂົ້າໃກ້ ເວລາໃດລູກຮ້ອງໃຫ້ພ່ໍແມ່ອູ້ມມາໃສ່ຕັກ ລູກກໍ່ເຊົາຮ້ອງໃຫ້ທັນທີ ທີ່ເຊົາຮ້ອງໃຫ້ໄດ້ນັ້ນ ກໍ່ເພາະລູກໄດ້ສຳພັດກັບເນື້ອໜັງທີ່ລູກຮູ້ຈັກດີວ່າ ເປັນເນື້ອໜັງທີ່ມີແຕ່ຄວາມຮັກ ຄວາມເມດຕາຕໍ່ຕົວລູກ ລູກຈິ່ງໄດ້ເກີດຄວາມຮັກຄວາມເຄົາລົບບູຊາ
ຄຳວ່າ "ແມ່" ຈິ່ງເປັນຄຳທີ່ມີຄວາມໝາຍ ໃນທາງທີ່ຊື່ນອົກຊື່ນໃຈ ເຮົາຈິ່ງເອີ້ນຄົນທີ່ເກີດເຮົາມາວ່າ "ແມ່"
ເພາະ ເອີ້ນຄຳອື່ນມັນກໍ່ບໍ່ຊື່ນໃຈແມ່ມີຄວາມຮັກທີ່ບໍລິສຸດ
ຜູ້ຍິງເຮົານີ້ຢາກຈະໃຫ້ລູກເອີ້ນວ່າ "ແມ່" ເພາະເຂົາເອີ້ນວ່າແມ່ນັ້ນ ເປັນການສະແດງຄວາມຮັກທີ່ບໍລິສຸດ.ເປັນການສະແດງຄວາມຮັກທີ່ມີຄວາມເຄົາລົບຢູ່ໃນຕົວ
ເອີ້ນຢ່າງອື່ນມັນ ກໍ່ເປັນຄວາມຮັກແບບອື່ນ
ເອີ້ນວ່າ "ແມ່" ນີ້ເປັນຄວາມຮັກທີ່ມີຄວາມ ເຄົາລົບສັກກາລະບູຊາ ເພາະສະນັ້ນ ຜູ້ທີ່ໄດ້ເປັນແມ່ຍ່ອມມີຄວາມສະ
ບາຍໃຈຄົນທີ່ບໍ່ມີໂອກາດເປັນແມ່ເພາະເຫດອັນໃດກໍ່ຕາມ ກໍ່ຢາກຈະ ເປັນແມ່ຂອງຄົນອື່ນ ເຂົາຈິ່ງຕ້ອງລ້ຽງເດັກໃວ້ ແລ້ວເດັກນັ້ນເອີ້ນເຂົາວ່າ ແມ່ເຂົາກໍ່ສະບາຍໃຈ ຄົນທີ່ບໍ່ແມ່ນແມ່ ເຊັ່ນເປັນແມ່ລ້ຽງ ແມ່ລ້ຽງກໍ່ເປັນ
ແມ່ເໝືອນກັນແຕ່ບໍ່ແມ່ນແມ່ເກີດເປັນແມ່ລ້ຽງ ຄົນທີ່ລ້ຽງເຮົານັ້ນແຫຼະ ເປັນແມ່ ຄວາມຈິງແມ່ລ້ຽງນັ້ນແຫລະສຳຄັນກວ່າແມ່ເກີດ ເພາະຄົນບາງ ຄົນແມ່ຕາຍໄປແຕ່ຍັງນ້ອຍໆ. ແລ້ວຄົນອື່ນກໍ່ມາສະໝັກເປັນແມ່ ເຂົາບໍ່ ໄດ້ເກີດເຮົາມາ ແຕ່ເຂົາສະໝັກມາລ້ຽງເຮົາ
ໃຫ້ຄວາມອຸປະຖຳຄ້ຳຊູແກ່ເຮົາໃຫ້ເຮົາໄດ້ຢູ່ດີກີນດີຢ່າງສະດວກສະບາຍມີຄວາມເສຍສະລະທຸກຢ່າງ ເພື່ອໃຫ້ເດັກນັ້ນຈະເລີນເຕີບໂຕ ຄວາມຈິງທີ່ເປັນແມ່ລ້ຽງຄວນຈະໄດ້ຮັບ ຄວາມເຄົາລົບບູຊາ ສະໃໝນີ້ ເດັກນ້ອຍບາງຄົນ
ເມື່ອຮູ້ວ່າບໍ່ແມ່ນແມ່ຂອງຕົນກັບດູຫມິ່ນບໍ່ເຄົາລົບ ເວລາມີເຫດອັນໃດເກີດຂື້ນ
ກໍ່ຄິດໃນໃຈວ່າ ເຮົາບໍ່ແມ່ນລູກຂອງແມ່, ແມ່ຈິ່ງບໍ່ຮັກເຮົາ ການຄິດເຊັ່ນນີ້ເປັນການຄິດ ເອົາເອງ ບໍ່ແມ່ນການຄິດທີ່ຖືກຕ້ອງ ນ້ຳໃຈຂອງແມ່ທີ່ເປັນແມ່ລ້ຽງ ຫຼື
ທຳໜ້າທີ່ລ້ຽງເດັກກໍ່ມີຄວາມຮັກ ຄວາມເອັນດູຕໍ່ເດັກນັ້ນເໝືອນກັບແມ່ຜູ້ໃຫ້ ກຳເນີດເໝືອນກັນ ບາງທີອາດຈະຫຼາຍກວ່າ ເພາະສະນັ້ນ ຢ່າລັງກຽດ ຄຳວ່າແມ່ລ້ຽງພໍ່ລ້ຽງ ແຕ່ຄວນຈະຄິດວ່າເຂົາເປັນແມ່ທີ່ລ້ຽງເຮົາ ເປັນພໍ່ທີ່ ລ້ຽງເຮົາ ເຮົາກໍ່ຄວນຈະເຄົາລົບບູຊາເໝືອນກັນ
ສຳລັບຄົນທີ່ບໍ່ມີລູກກໍ່ຢາກຈະເປັນແມ່ໃນເມື່ອມີໂອກາດໄດ້ເປັນແມ່ກໍ່ມີຄວາມສະບາຍໃຈທີ່ໄດ້ທຳໜ້າທີ່ລ້ຽງ
Subscribe to:
Post Comments (Atom)
No comments:
Post a Comment