Sunday, February 23, 2014

ສູ່ຂວັນທຳມະດາ

 l. ສູ່ຂວັນທຳມະດາ
ສີສີ ສິດທິພຣະພອນ ບໍວອນແວນວິເສດ ອະຕິເຣກເຕໂຊ ຊະຍະຕຸພະວັງ ຊະຍະ ມັງຄະລາດິເຣກ ອະເນກສວັສດີ ໄມຕຣີຈົ່ງມີແກ່ເຈົ້າພະຍາ ເສນາອາມາດສີທາດຣາຊກຸມານ ໃຫ້ຢູູ່ສຸກສຳລານຕາບຕໍ່ເທົ້າ ຂໍໃຫ້ໄດ້ເປັນເຈົ້າເປັນໃຫຍ່ກວ່າຄົນທັ້ງຫລາຍ ຄີງສະບາຍບານລ້ຳເລີດ ຂ້າແກ້ວເກີດກາງໂຮງ ທັງຣີພົນແລະໄພ່ນ້ອຍ ອາຍຸຄ່ອຍຈາກຊີວັງ ຂໍໃຫ້ມີອາຍຸຍືນຍາວນານບໍ່ໜ້ອຍ ຂໍໃຫ້ໄດ້ຮ້ອຍເກົ້າຂວບເນົານານ ຝູງໝູ່ມານຢ່າມາບັງບຽດ ຂໍໃຫ້ພຣະແກ່ນໄທ້ມາຕຣັສສ່ອງສໍຣະຍານ ສີສີມື້ນີ້ແມ່ນມື້ດີ ສີສີມື້ນີ້ແມ່ນມື້ໝັ້ນ ໃຫ້ເຈົ້າໝັ້ນຍິ່ງກວ່າກ້ອນຜາແອ່ນ ໃຫ້ເຈົ້າໝັ້ນຍິ່ງກວ່າແທ່ນພຣະຈວງຈັນ ໃຫ້ເຈົ້າໝັ້ນຍິ່ງກວ່າເຄືອຫລວງໄກຣາດ ໃຫ້ເຈົ້າໝັ້ນຍິ່ງກວ່າອາກາດສູນຕະວັນ ໃຫ້ເຈົ້າໝັ້ນຍິ່ງກວ່າພຣະຈັນໃສສ່ອງແຈ້ງ ໃຫ້ເຈົ້າໝັ້ນຍິ່ງກວ່າເຂົາຍາມເດືອນສີ່ ໃຫ້ເຈົ້າໝັ້ນຍິ່ງກວ່າເສົາກີ່ ລູກສາວພຣະຍາແຖນພຣະຍາພຣົມຟາກຟ້າ ມື້ນີ້ແມ່ນມື້ສະງ່າ ໝໍເຖົ້າວ່າມື້ນີ້ແຂງ ມື້ນີ້ວັນດີວັນດິຖີອະມຸຕຕະໂຊກ ສິດທິໂຍກພ້ອມອຸດຕະມັງ ຄະລາ ເພີ່ນຈຶ່ງໄປອາຣາທະນາອາຈາຣຍ໌ຜູ້ສະຫຼາດ ມານັ່ງອາດຄູນຂວັນ ຄູນຂວັນຂຶ້ນສເມີຈອມຜາສາດ ຄູນຂວັນຂຶ້ນໃຫ້ສເມີທາດສີຈັນ ມື້ນີ້ ແມ່ນມື້ສັນວັນດີ ວັນດິຖີອະມຸດຕະໂຊກ ໂຕກນີ້ຫາກແມ່ນໂຕກໄມ້ຈັນ ຂັນນີ້ຫາກແມ່ນຂັນໄມ້ແກ້ວ ຂຸນນາງເຖົ້າແກ່ພໍ່ແມ່ຕົກແຕ່ງແລ້ວ ຈຶ່ງຍໍມາໃຫ້ຂ້ອຍຄູນຂວັນ ມື້ນີ້ແມ່ນວັນດີ ຂ້ອຍຈຶ່ງສູ່ຂວັນແກ້ວກູ້ເກີດກາງເມືອງ ບຸນເຮືອງງາມຍິ່ງຍ້ອຍ ທັງໜຸ່ມນ້ອຍແລະປານກາງ ທັງສາວຮາມແລະເຖົ້າ ພໍ່ແມ່ພ້ອມລູກເຕົ້າແລະນາຣີ ທັງເສດຖີແລະທວຍຄ້າ ຖ້ວນໜ້າໝູ່ຊາວເມືອງ ບຸນເຮືອງງາມເລີດຟ້າ ຂຶ້ນຂີ່ຄໍຊ້າງມ້າເອີ້ນຮຽກເອົາຂວັນ ມາພະລັນພ່ຳພ້ອມ ເຖົ້າແກ່ມານັ່ງລ້ອມເຈົ້າຢູ່ຊອນລອນ ເໝິດແຕ່ເຮົາທໍ່ນີ້ແລ້ວ ຍໍພາຂວັນຂຶ້ນມັນບໍ່ມີແກ່ນ ເໝິດຕໍ່ເຮົາທໍ່ນີ້ແລ້ວ ຍໍພາຂວັນຂຶ້ນມັນບໍ່ມີໄດ້ ຂໍແກ່ພຣະແກ່ນໄທ້ເຈົ້າຜູ້ມີບຸນ ມາຊ່ອຍຄູນຊ່ອຍຍໍຂວັນຫຼານເຈົ້າເຢີ ຂ້ອຍຈັກເຊີນເອົາເຈົ້າມາດຟ້າ ຜູ້ຢູ່ກ້ຳຝ່າຍເໜືອ ມາຊ່ອຍຄູນຊ່ອຍຍໍຂວັນຫຫຼານເຈົ້າເຢີ ຂ້ອຍຈັກເຊີນເອົານາງຄຳເຝືອ ຢູ່ກ້ຳຝ່າຍໃຕ້ ມາຊ່ອຍຄູນຊ່ອຍຍໍຂວັນຫຼານເຈົ້າເຢີ ຂ້ອຍຈັກເຊີນເອົານາງແອກໄຄ້ ຜູ້ຢູ່ຫໍອາສະນາຄຳ ມາຊ່ອຍຄູນຊ່ອຍຍໍຂວັນຫຼານເຈົ້າເຢີ ສິບໝໍຄຳລຸກມາແຕ່ພູນ້ອຍ ມາຊ່ອຍຄູນຊ່ອຍຍໍຂວັນຫຼານເຈົ້າເຢີ ສາມສິບໝໍນ້ອຍລຸກມາແຕ່ເມືອງຫລວງ ມາຊ່ອຍຄູນຊ່ອຍຍໍຂວັນຫຼານເຈົ້າເຢີ ສີ່ສິບໝໍຫລວງລຸກມາແຕ່ເມືອງຟ້າ ມາຊ່ອຍຄູນຊ່ອຍຍໍຂວັນຫຼານເຈົ້າເຢີ ຫ້າສິບໝໍກ້າລຸກມາແຕ່ພູຫໍພູໂຮງ ມາຊ່ອຍຍໍຊ່ອຍຄູນຂວັນຫຼານເຈົ້າເຢີ ໝໍອັນນີ້ເປັນໝໍກະຈ່າ ຄາຖາອັນນີ້ເປັນຄາຖາຕັ້ງແຕ່ເຄົ້າ ໝໍເຖົ້າແຕ່ບູຮານ ເຈັດໃບຍໍເພີ່ນສິເອົາມາຫມູນເຈົ້າແລ້ວ ເຈັດໃບຄູນເພີ່ນຊິເອົາມາຄ້ຳເຈົ້າແລ້ວ ນ້ຳເຕົ້າແກ້ວອອກບໍ່ກິນເຢັນ ກໍຫາກເປັນດີຫລີ ເໝືອນລືສີຢູ່ຟາກຟ້າ ມີຂ້ອຍຂ້າຫລວງຫລາຍ ງົວຄວາຍຫລາຍຄັບຄອກ ຊ້າງມ້າອອກເນືອງນັນ ຄຳຕັນແກ້ວວິເສດ ໝໍແກ້ວເກີດກາງເມືອງ ຄຳເຫລືອງໄມ້ໂພໄຊ ວີໄວວອນແກ່ນໜ້າ ຄົນແກ່ກ້ານັ້ນແມ່ນຫຸຣະມານ ຄົນຫານນັ້ນແມ່ນທ້າວສັງຄີບ ຖີບມ້າແກ້ວອວນເຂົ້າຄູນຂວັນ ວ່າມາເຢີຂວັນເອີຍ.....ຂວັນເຈົ້າໄປປູກພູປົ່ງເປັນຮາກ ກໍໃຫ້ມາສາມື້ນີ້ວັນນີ້ ຂວັນເຈົ້າໄປປູກໝາກປົ່ງເປັນໃບ ກໍໃຫ້ມາສາມື້ນີ້ວັນນີ້ ຂວັນເຈົ້າໄປປູກຫົວສີໃຄຂຽວອ່ອນ ກໍໃຫ້ມາສາມື້ນີ້ວັນນີ້ ມານຳທາງຄົນທ່ອງ ມານຳປ່ອງຄົນທຽວ ມາກິນເຂົ້າຕົ້ມແລະຂອງຫວານ ມາກິນນ້ຳຕານແລະນ້ຳອ້ອຍ ໝໍ....ເອີ້ນຈ້ອຍໆ ຂວັນເຈົ້າໃຫ້ດ່ວນມາ ວ່າມາເຢີຂວັນເອີຍ.....ຂວັນໃນແລະຂວັນນອກ ຂວັນສອກແລະຂວັນຄາງ ຂວັນແອວບາງກົມກິ່ວ ຂວັນທ້ອງນ້ອຍແລະຮາວນົມ ຂວັນຜົມດຳດູອາດ ຂວັນປາກຕ້ານແລະເຈຣະຈາ ຂວັນຕາແລະຂວັນຄິ້ວ ຂວັນນິ້ວແລະຂວັນແຂນ ຂວັນຂາແຂ່ງແລະຂວັນໄຫລ່ ລະໃຫມ່ນັ້ນຂວັນຫົວ ກໍໃຫ້ມາສາມື້ນີ້ວັນນີ້ ວ່າມາເຢີຂວັນເອີຍ ກິນເຂົ້າຜີໃຫ້ເຈົ້າຮາກ ຄ້ຽວໝາກຜີໃຫ້ເຈົ້າຄາຍ ໃຫ້ເຈົ້າຄືນມາດາຍທ້ອງເປົ່າ ໃຫ້ເຈົ້າມາຢູ່ສືບສ້າງດອມແມ່ມານດາ ທັງປິຕາແລະເຊື້ອໂຄດ ຢ່າກິ້ວໂກດໂກທາ ໃຫ້ເຈົ້າມາຮັກສາຕົນໂຕເຈົ້າ ຕາບຕໍ່ເທົ້ານານຍິ່ງເທັຽຣະຄາ .
     ບັດນີ້ຂວັນຫົວເຈົ້າມາຮອດແລ້ວ ຂວັນແກ້ວເຂົ້າຕອມພາ ອາຫານມີທຸກເຍື່ອງ ເຄື່ອງກິນມີທຸກອັນ ມີທັງໄກ່ຜູ້ໃຫຍ່ໂຕທໍ່ນົກຍູງ ມີທັງໄກ່ຜູ້ສູງໂຕທໍ່ຫ່ານ ຂັນເມືອງນີ້ເພີ່ນວ່າຂັນເມືອງມ່ານໄດ້ຍິນ ຂັນເມືອງນີ້ເພີ່ນວ່າຂັນເມືອງອິນເມືອງພຣົມຮູ້ຂ່່າວ ຕັບມັນທໍ່ໃບບອນ ຫອນມັນທໍ່ໃບຄໍ້ ມີທັງນ້ຳເຫຼົ້າໃສ່ເທີງພາ ມີທັງນ້ຳຢາໃສ່ເທີງຖ້ວຍ ມີທັງກ້ວຍແລະອ້ອຍສັບພະສິ່ງຂອງຫວານ ພຣະອາຈາຣຍ໌ເຈົ້າຈຶ່ງສູດໃສ່ພຣະຄາຖາວ່າ ອາຍຸ ວັນນະ ສຸຂະ ພະລະ ປະຕິພານ ທານະສານ ຊັບສົມບູນພູນຜົນ ດ້ວຍລາບ ຍົດ ສຸກ ສັນລະເສີນ ຄື ມະນຸດສົມບັດ ສວັນສົມບັດ ແລະນິບພານສົມບັດ ກໍ່ຂ້າເທີ້ນ..ຯ


No comments:

Post a Comment