ມຸງຄຸນທີ່ 2
ຄົບບັນດິດ
ບັນດິດຄືໃຜ?
ບັນດິດຄືຄົນທີ່ຈິດໃຈຜ່ອງໃສຢູ່ເປັນປົກກະຕິວິໄສ
ເຮັດໃຫ້ມີຄວາມເຫັນຖືກຢຶດຖືກນິຍົມຕ້ອງສາມາດດຳລົງຊີວິດໄດ້ດ້ວຍປັນຍາ
ເປິນຜຜູ້ຮຸ້ດີ ຄືຮຸ້ວ່າອິນໃດດີອິນໃດຊົ່ວ
ເປັນຜູ້ຖືກ ຄືຮູ້ວ່າອັນໃດຖືກອັນໃດຜິດ
ເປັນຜູ້ຮູ້ຖືກ ຄືຮູ້ວ່າອັນໃດຄືບຸນ ອັນໃດຄືບາບ
ບັນດິດອາດເປັນໃຜກໍ່ໄດ້ ເຊັ່ນ
ອາດເປັນຄົນອ່ານໜັງສືບໍ່ອອກ ເປັນຊາວໄຮ່ຊາວວນາ ອາດເປັນຄົນທີ່ມມີການສຶກສາສູງ
ຫຼືອາດເປັນຍາດພີ່ນ້ອງຂອງພວກເຮັາກໍ່ໄດ້ ແຕ່ບໍ່ວ່າຈະເປັນໃຜກໍ່ຕາມ
ຈະຕ້ອງເປັນຜູ້ທີ່ມີຈິດໃຈຜ່ອງໃສຢູ່ສະເໝີ ແລະດຳເນີນຊີວິດໄດ້ດ້ວຍປັນຍາ ຄືເປັນຄົນດີນັ້ນເອງ
ຄົນທົ່ວໄປມັກເຂົ້າໃຈວ່າຜູ້ທີ່ຮຽນໜັງສືຈົບໄດ້ຮັບປະລຶນຍານັ້ນຄືບັນດິດ ທີ່ຕິງນັ້ນເປັນພຽງບັນດິດທາງໂລກເທົ່ານັ້ນ
ຍັງບໍ່ແມ່ນບັນດິດທີ່ແທ້ຈິງ ເພາະຜູ້ທີ່ຮັບປະລິນຍາແລ້ວ ຖ້າຄວາມປະພຶດບໍ່ດີ
ອາດໄປເຮັດຜິດ ຕິດຄຸກຕິດຄາໄດ້
ແຕ່ບັນດິດທີ່ແທ້ຈິງ
ຍ່ອມເປັນຜູ້ທີ່ຕັ້ງໃຈລະຊົ່ວປະພຶດຊອບ ປະກອບແຕ່ຄະດີ ຄວາມຖືກຕ້ອງຄວ່ມສຸຈະລິດສາມາດປ້ອງກັນຕົນ
ໃຫ້ພົ້ນຈາກທຸກຈາກຫອ້ງຂັງຕະຫຼອດໄປຮອດນາລົກນຳດ້ວຍ
“ບັນດິດ
ບໍ່ແມ່ນ ຜູ້ມີພຽງແຕ່ປະລິນຍາ ເທົ່ນັ້ນ
ແຕ່ແມ່ນຄົນທີ່ອຸດົມດ້ວວຍສິນ ສະມາທິປັນຍາ”
ລັກສະນະຂອງບັນດິດ
ເນືອງຈາກບັນເປັນຜູ້ມຈິດດດໃຈຜ່ອງໃສ ມີເຫັນຖືກດຳເນີນ
ຊີວິດດ້ວຍປັນຍາ ສະຫຼາດໃນການ ຊອກຫາເຫດຜົນຈື່ງມີລັກສະນະພິເສດ ສູງກວ່າຄົນທັງຫຼາຍ 3 ປະການຄື
1. ມັກຄິດດີເປັນປົກກະຕິວິໃສ ໄດ້ແກ່ຄິດໃກ້ທານຄິດໃຫ້ອາໄພຢູ່ສະເໝີບໍ່ຜູກພະ
ຍາບາດ ຄິດເຫັນຖືກຕ້ອງຕາມຄວາມເປັນຈິງເປັນຕົ້ນ
2. ມັກເວົ້າດີເປັນປົກກະຕິວິໃສ ໄດ້ແກ່ເວົ້າາແຕ່ຄວາມຈິງເວົ້າຄວາມຜູກໄມຕີເວົ້າຄຳ ມີປະໂຫຍດ ເວົ້າຖືກຕອ້ງຕາມກາລະເທສະ ແລະເວົ້າດ້ວຍ
ຈິດທີ່ປະກອບດ້ວຍເມດຕາ
3. ມັກສ້າງຄວາມດີເປັນປົກະຕິວິໃສ ໄດ້ແກ່ເວັ້ນຈາກການຂ້າກັນ
ການລັກຂອງກັນບໍ່ປະພຶດຜິດໃນກາມ ພໍໃຈສະເພາະຄູ່ຄອງຂອງຕົນເທົ່ານັ້ນ
ຄຸນສົມບັດຂອງບັນດິດ
1 ກະຕັນຍູ ຮູ້ອຸປະກາລະຄຸນ ທີ່ເພິ່ນໄດ້ເຮັດຕໍ່ຕົນ
2 ອັດຕະບໍລິສຸດ ທຳຕົນໃຫ້ບໍລິສຸດຈາກບາບ
3 ປະລິສຸດທິ ເຮັດໃຫ້ຜູ້ອື່ນບໍລິສຸດຈາກບາບ
4 ສັງຄະຫະ ສົງເຄາະຊ່ວຍເຫຼືອແກ່ຊຸມຊົນທັງຫຼາຍ
ວິທີສັງເກດບັນດິດ
ບັນດິດມັກເຮັດມັກທຳ
1 : ບັນດິດມັກຊັກນຳໃນສິ່ງທີ່ຖືກຕ້ອງ ເຊັ່ນາກນຊວນໃຫ້ຄົນເຊົາສູບຍາ ເຊົາກິນເຫຼົາ
ເຊົາຫຼິ້ນການພະນັນ ຊວນໃຫ້ສວດມົນກ່ອນນອນ ໃຫ້ຮັກສາສິນ ໃຫ້ເຮັດວຍກເຮັດການ ຫາຢູ່ຫາກິນໃນທາງສຸຈະລິດ ເປັນຕົ້ນ.
2: ບັນດິດມັກເຮັດແຕ່ສິ່ງທີ່ເປັນທຸລະ ເປັນການບໍ່ກວນໃຜໆ
ຮີບຮ້ອນເຮັດໃນ
ໜ້າທີ່ຂອງຕົນ ໃຫ້ສຳເລັດລຸລ່ວງໄປດ້ວຍ
ບໍ່ປ່ອຍວຽກງານໃຫ້ຄ້າງຄາ ແລະບໍ່
ລ່ວງເກີນວຽກງານໜ້າທີ່ຂອງຄົນອື່ນ,ເວັ້ນໄວ້ແຕ່ຖືກຮ້ອງຂໍ ຫຼືເພື່ອການສົງເຄາະ
3: ບັນດິດມັກເຮັດແຕ່ສິ່ງທີ່ຖືກທີ່ຄວນ ເຊັ່ນ
ມັກເວົ້າແລະເຮັດຢ່າງກົງໄປກົງມາ ມັກສົນທະນາທຳ
ຊັງການນິນທາໃສາຮ້າຍມັກບຳເບັນຕົນໃກ້ເປັນປະໂຫຍດ ທັງແກ່ຕົນເອງແລະຜູ້ອື່ນ ເປັນຕົ້ນ.
4: ບັນດິດເມື່ອຖືກກ່າວຕັກເຕືອນໂດຍດີຍ່ອມບໍ່ຄຽດ ມີນິໃສຖືເອົາ
ຄວວາມຖືກ ຄວາມດີ ແລະຄວາມມີປະໂຫຍດເປັນທີ່ຕັ້ງ ບໍ່ຖືໂຕໂອ້ອວດ ດື້ດ້ານ ແຕ່ເຫັນວ່າຜູ້ທີ່ຕັກເຕືອນຄົນ
ຄືຜູ້ທີ່ຊີ້ບອກ ຂຸມຊັບໃຫ້ ແລ້ວພະຍາຍາມ ແກ້ໄຂປັບປຸງຕົນເອງໃຫ້ດີຂື້ນ ຕາມຄຳແນະນຳນັ້ນໆ ໂດຍບໍ່ຄິດລັງກຽດວ່າຜູ້ທີ່
ຕັກເຕືອນຈະທີອາຍຸ ຍົກສັກ
ຖານະ ສູງຫຼືຕ່ຳກົ່ວຕົນ ຫາກມີຜູ້ອື່ນເຂັ້າໃຈຜິດ ເວົ້າລ່ວງເກີນບໍ່ສົມຄວນ ກໍ່ອົດທົນໄວ້ ບໍ່ຄຽດຕອບແຕ່ພະຍາຍາມ
ຫາໂອກາດຊີ້ແຈງ ໃຫ້ເຊົ້າໃຈພາຍຫຼັງ ຈື່ງເປັນການສ້າງຄວາມອົບອຸ່ນໃຈ.
ແລະເຢັນໃຈໃຈໃຫ້ແກ່ທຸກຄົນ
5: ບັນດິດຍ່ອມຮັບຮູ້ລະບຽບວິໃນ ຮັກທີ່ຈະປະຕິບັດຕົນຕາມລະບຽບ
ວິໃນຂອງໝູ່ຄະນະຢ່າງເຄັ່ງຄັດເພາະສສຳນຶກວ່າວິໃນເປັນເຄື່ອງຍົກໝູ່ຄະນະ
ໃຫ້ຈະເລີນຂື້ນໄປຢ່າງແທ້ຈິງ ເຮັດໃຫ້ໝູ່ຄະນະສະກງົບຮຽບຮ້ອຍ
ບໍ່ວຸ້ນວາຍ
ເຮັດໃຫ້ເກີດຄວາມປະຫຍັດໄດ້ຢ່າງແທ້ຈິງ ໆລໆ
ດັ່ງນັ້ນຈື່ງຈຶ່ງຊັງຄວ່ທບໍ່ເປັນ
ລະບຽບຮຽບຮ້ອຍ ຄວາມບໍ່ສະອາດ
ເປິ້ເປື້ນ
ວິທີຄົບັນດິດ
1 ໝັ່ນໄປມາຫາສູ່
2 ໝັ່ນເຂົ້າໄປນັ່ງໃກ້
3 ມີຄວາມຈິງໃຈ ໃຫ້ຄວາມເກງອົກເກງໃຈແກ່ທ່ານ
4 ຟັງຄຳແນະນຳ ຟັງຄຳເວົ້າຂອງທ່ານ (ຟັງທຳ)
5 ພິຈາລະນາໃຈຄວາມຂອງທຳມະທີ່ໄດ້ຟັງມາ
6 ພະຍາຍາມປະຕິບັດຕາມທຳມະທີ່ໄດ້ຟັງມາ
ປະເພດຂອງບັນດິດ
ບັນດິດມີ 2 ປະເພດໄດ້ແກ່
1ບັນດິດພາຍນອກ ຄືບຸກຄົນທົ່ວໄປ ບໍ່ວ່າໃຜກໍ່ຕາມທີ່ເປັນປູ້ປະພຶດດີ ມີຄຸນນະທຳ
ດຳເນີນຊີວິດດ້ວຍປັນຍາ
2 ບັນດິດພາຍໃນ ຄືຕົວເຮົາເອງທີ່ດີ ຄິດດີ ເວົ້າດີ ແລະກະທຳດີນັ້ນເອງ
ດັ່ງນັ້ນການຄົບບັ້ນດິດພາຍໃນ ກໍ່ຄືການພະຍາຍາມຝຶກຕົນໃຫ້ເປັນຜູ້ມີຈິດໃຈຜ່ອງໃສ
ມີສະຕິສຳນຶກເຖິງແຕ່ຄວາມຄິດດີໆ ເພື່ອຄວາມສ້າງສັນທີຄຳເວົ້າດີໆ ເພຶ່ອຍົກຈິດໃຈຂອງຜູ້ເວົ້າ
ແລະຜູ້ຟັງໃຫ້ສູງຂື້ນ ແລະມີການກະທຳດີໆ ເພື່ອປະໂຫຍດແກ່ຕົນເອງແລະຜ້ຄອື່ນ ເຊິ່ງເຮັດໄດ້ໂດຍ
ການໝັ່ນໃຫ້ທານ ຮັກສາສິນ ແລະຝຶກສະມາທິພາວະນາຢ່າງສະໝ່ຳສະເໝີ
ອານິສົງຂອງການຕົບບັນດິດ
1 ເຮັດໃຫ້ຈິດໃຈຜ່ອງໃສ ສາມາດສ້າງຄວາມດີຕາມໄປນຳ
2 ເຮັດໃຫ້ປັນຍາຕື່ມຂື້ນ ເປັນຄົນໜັກແໜ້ນມີເຫດຜົນ
3 ເຮັດໃຫ້ມີຄວາມເຫັນຖືກຕ້ອງ ເປັນສຳມາທິດຖິ
4ເຮັດໃຫ້ບໍ່ຕ້ອງໂສກເສົ່າເດືອດຮ້ອນຍ້ອນເຮັດຄວາມຜິດ
5 ເຮັດໃຫ້ເປັນທີ່ຍ້ອງຍໍສັນລະເສີນຂອງຄົນທົ່ວໄປ
6 ເຮັດໃຫ້ມີຄວາມສຸກປອດໄຟຈາກອຸປະສັກຕ່າງໆ
7ເຮັດໃຫ້ມີຄວາມຈະເລີນກ້າວໜ້າ ສາມາດຕັ້ງຕົວໄດ້ໄວ
8 ເຮັດໃຫ້ເຖິງວ່າຈະຈາກໂລກນີ້ໄປແລ້ວ ກໍ່ຈະໄປສູ່ສຸຂະຕິ
ໃນໂລກສະຫວັນ
9 ເຮັດໃຫ້ບັນລຸມັກຜົນນິບພານໄດ້ໂດຍງ່າຍ
“ແທ້ຈິງ ບຸກຄົນຜູ້ພົບພາສະມາຄົມກັບຄົນພານເປັນປົກກະຕິ ຍ່ອມໂສກເສົ່າສີ້ນກາລະນານເພາະການ
ຢູ່ຮ່ວມກັບຄົນພານ
ເຫດນຳຄວາມທຸກມາໃຫ້ໃນທຸກເມີ່ອທຸກຍາມ ຄືການຢູ່ຮ່ວມ
ກັບສັດຕູສ່ວນບັນດິດມີການຮ່ວມມືຢ່າງເປັນສຸກ ຄືກັບການ ສະມາ
ຄົມແຫ່ງເຄືອຍາດເພາະເຫດນີ້ເຍົາວະຊົນຄວນຄົບ ບັນດິດ ຜູ້ມີປັນຍາ ເປັນພະຫູສູດ
ຜູ້ເອົາວຽກເອົາການ ມີສິນລະທຳ ມີວັດໄກຈາກກິເລດ ແລະເປັນສັດຕະບຸລຸດ
ປຽບດັ່ງດວງຈັນຄົບອາກາດ ອັນເນທາງໂຄຈອນແຫ່ງດວງດາວສັນນັ້ນ.
No comments:
Post a Comment