l. ສູ່ຂວັນປີໃຫມ່
ສີສີສຸນທັງ ປະວະຣັງ ມັງຄະລະ
ວິປຸຣະປາກຽນ ສະຖຽນສະຖິດ ປະຣິຕຕະຖັມ ພະລາຕິເຣກ ອະເນກກະລາໂພ ປະວັຕສັມປະຕິ ອິສິຣິຍະ
ມະຫາສວັນ ອະນັນຕະຍານະ ວິຣະຫະຕິ ອະນິຕຕະຖັນ ສັນນະ ພູປັທທະວາ ຈັຕຕາຣະວຸທທິ
ສຸທທິທັມມາ ພິພັຕຕະນະ ມະຫັຕຖະໂກສົນ ຜະລະ ນິຫິຕຈິຕຕະວິໂຣຕ ໂສຕຕະຍານະ ກາລະປະຖັມ
ພາລາຕິເຣກ ອາຣິກະສາກົນ ພະຫົນລະເຕໂຊ ໄກສອນ ວະຣະສີຫາຣາຊ
ສີໆ ສວັສດີສີຊົມຊື່ນ ຮື່ນໆກ້ອງປີໃຫມ່ເອົາໄຊ
ສຽງດັງໄປຢູ່ບໍ່ຂາດ ມະຫາສັງກາດປ່ຽນຣາສີ ເປັນຣະດູແຖມຖ່າຍ ສຸຣິເຍດຍ້າຍເຂົ້າສູ່ຣາຕຣີ
ເປັນດີເດືອນ.....ຂຶ້ນ (ແຮມ) .... ຄ່ຳ ມື້ນີ້ເປັນວັນດີ ເປັນວັນສີສຸມັງຄະລະ ສັງກາດຂຶ້ນໃສສີ
ປີເດືອນວັນຍາມສວັດີແວນຍິ່ງ ເທພໄທ້ມິ່ງມະເຫສັກ ອັກຄະວໍຣະເທບພະບຸດທັງເກົ້າ
ຈຶ່ງສະເດັດຍ່າງຍ້າຍເຂົ້າສູ່ຍາມດີ ພຣະຈັນທະຣັງສີເພັງພັບ ຈັບກັນດ້ວຍພຣະນັກຂັດຕະເລີກ
ຖືກໜ່ວຍຊື່ວ່າມະຫາໄຊ ອັງຄານໄປສູ່ເມສ ໃຄ້ກັດເສດຕົວດີ ສຸກເສົາຍ້າຍຣາສີເປັນອຸດຕະມາດ
ພະຫັດຊາດຖືກໜ່ວຍຊື່ວ່າມະຫາໄຊ ຣາຫູໄປເປັນຄູ່ ພຸດເຂົ້າສູ່ເມຖຸນ ສຸນທັງປະວະຣະໄມມິຕ ອາທິດໃຕ້ມະຫາອຸດຈານາມະໂຍກ
ອຸຕຕະໂຊກຄ້ຳຄູນຄົງ ມາວາງໃນກົງເກດ ຣາສີເມດກໍຍ້ອງວ່າມື້ນີ້ແມ່ນວັນດີ
ເປັນວັນມີມະຫາລາພາອັນລ້ຳເລີດ ປະເສີດລ້ຳລືໄຕຣ ເປັນວັນໄຊຊະນະຜາບແພ້ຝູງໝູ່ສັຕຣູ
ເປັນວັນພຣະສັພພັນຍູຊົງແກ່ນແກ້ວ ຜັນຜາບແຜ້ວພົນມານ ສັພພະກົມການແວນວິເສດ
ທຸກເທດທ້າວກໍຍ້ອງວ່າມື້ນີ້ເປັນວັນດີ
ໝາຍມີ.....
(ໃສ່ຊື່ເຈົ້າພາບ).....ພ້ອມຝູງຂ້າທັງຫຼາຍ
ຈຶ່ງພ້ອມພຽງກັນຂົນຂວາຍຫາເຜີ້ງພາດວງດອກໄມ້ທຽນທູບໄຕ້ມາລາ
ມັງຄະລະບາສີແກ່.....(ໃສ່ຊື່ເຈົ້າພາບ)....ຕັ້ງແຕ່ນີ້ເມືອໜ້າ ໃຫ້ເຈົ້າໝັ້ນຄູນຄົງ
ຂໍໃຫ້ມີອາຍຸຍືນຍາວຍິ່ງ ສັພພະພັນສິ່ງທັງມວນ ແລະລູກເຕົ້າ ພ້ອມຜົວເມັຽພໍ່ແມ່ພີ່ນ້ອງ
ແລະພວກພ້ອງຫລານເຫລັນ ຂໍໃຫ້ພົ້ນຈາກສິ່ງອັນຕຣາຍທັງປວງ ໝາຍມີຄຳກັງວົນເຢືອງຮ້ອນ
ສັພພະຍາດຂ້ອນໃນຂັນທະດານ ສັພພະໂພຍພັຍຢ່າໄດ້ມາຜ່ານ ຈິຕະເຈຕ ສັພພະທຸກຂະເວທ
ຢ່າໄດ້ມາເກີດສົນເທ ສັພພະອຸປັທະເວ ຢ່າໄດ້ມາປະຈົນວິນາດ ສັພພະເຄາະຄາດຮ້າຍ
ຈົ່ງໃຫ້ສວ່າງຫາຍໜີເສັຽສາມື້ນີ້ວັນນີ້ ວ່າມາເຢີຂວັນເອີຍ.......
ບັດນີ້ ຂ້າຈັກເອີ້ນເອົາພຣະແກ່ນໄທ້
ເຈົ້າຜູ້ມີບຸນມາຊ່ອຍຄູນຊ່ອຍຍໍຂວັນຫລານເຈົ້າເຢີ ຂ້ອຍຈັກເຊີນເອົາເຈົ້າມາດຟ້າ
ຜູ້ຢູ່ກ້ຳຝ່າຍເໜືອ ມາຊ່ອຍຄູນຊ່ອຍຍໍຂວັນຫລານເຈົ້າເຢີ
ຂ້ອຍຈັກເຊີນເອົານາງຄຳເຝືອຢູ່ກ້ຳຝ່າຍໃຕ້ ມາຊ່ອຍຄູນຊ່ອຍຍໍຂວັນຫລານເຈົ້າເຢີ ຂ້ອຍຈັກເຊີນເອົານາງແອກໄຄ້
ຜູ້ຢູ່ຫໍອາສະນາຄຳ ມາຊ່ອຍຄູນຊ່ອຍຍໍຂວັນຫລານເຈົ້າເຢີ ສິບໝໍຄຳລຸກມາແຕ່ພູນ້ອຍ
ມາຊ່ອຍຄູນຊ່ອຍຍໍຂວັນຫລານເຈົ້າເຢີ ສາມສິບໝໍນ້ອຍລຸກມາແຕ່ເມືອງຫລວງ
ມາຊ່ອຍຄູນຊ່ອຍຍໍຂວັນຫລານເຈົ້າເຢີ ຫ້າສິບໝໍກ້າມາແຕ່ພູຫໍພູໂຮງ
ມາຊ່ອຍຄູນຊ່ອຍຍໍຂວັນຫລານເຈົ້າເຢີ ໝໍອັນນີ້ເປັນໝໍກະຈ່າ
ຄາຖາອັນນີ້ເປັນຄາຖາຕັ້ງແຕ່ເຄົ້າ ໝໍເຖົ້າແຕ່ບູຮານ
ເຈັດໃບຍໍເພີ່ນຊິເອົາມາໝູນເຈົ້າແລ້ວ ເຈັດໃບຄູນເພີ່ນຊິເອົາມາຄ້ຳເຈົ້າແລ້ວ
ນ້ຳເຕົ້າແກ້ວອອກບໍ່ກິນເຢັນ ກໍຫາກເປັນດີຫລີມື້ນີ້ວັນນີ້ ວ່າມາເຢີຂວັນເອີຍ
ເໝືອນຣາຊະສີຢູ່ຟາກຟ້າ ມີຂ້ອຍຂ້າຫລວງຫຼາຍ ງົວຄວາຍຫຼາຍຄັບຄອກ ຊ້າງມ້າອອກເນືອງນັນ
ຄຳຕັນແກ້ວວິເສດ ໝໍແກ້ວເກີດກາງເມືອງ ຄຳເຫລືອງໄມ້ໂພໄຊສີໄວວອນແກ່ນໜ້າ
ວ່າມາເຢີຂວັນເອີຍ ຈັຕຕະໂຣ ທັມມາ ອັນວ່າທັມທັງສີ່ ຈົ່ງໃຫ້ເຈົ້າມີອາຍຸໂຍດຍືນຍາວ
ວັນໂນຈົ່ງມີວັນນະພາວຜິວຜ່ອງ ສຸໂຂຈົ່ງໃຫ້ມີສຸກສ່ອງເຫລືອຫຼາຍ
ພະໂລຈົ່ງມີເຫື່ອແຮງຫຼາຍແຈ້ງຈອດ ທີຄາອະໂຣຄະຍາ ຈົ່ງໃຫ້ມີຣັສມີຜິວຜັດ
ສົມບັດເກີດພ້ອມອະນັນຕັງ ອະທິປະໄຕຍັງຢ່າຄາດແຄ້ວທານສີນ ອິນທີຍາປະຣິຍາດ
ໃນເຄຫາດອຸດົມດີ ສັຕຕະຣັຕນານິ ວ່າແກ້ວທັງຫຼາຍເຈັດສິ່ງ
ອັນເກີດໃນເມືອງແກ້ວມິ່ງໄຕຣວະຕິງສາ ຄືແກ້ວມຸກດາງາມເຮືອຮຸ່ງ ແກ້ວມະນີພຸ່ງຣັສມີ
ແກ້ວໄພທູນງາມຄ່າມາກກວ່າແກ້ວທັງຫຼາຍ ແກ້ວປັບພາມີຫຼາຍເຮືອງເຖີງຂະນາດ
ແກ້ວປັຕຕະທັມມະຣາຊເຫລື້ອມໃສສີ ແກ້ວມະຫານິນງາມລ້ຳເລີດ ປະເສີດກວ່າແກ້ວທັງຫຼາຍ
ອັສສາເປຕິ ຈົ່ງໃຫ້ຕົກລົງມາ ຖວາຍບູຊາແກ່ເຈົ້າ ທຸກຄ່ຳເຊົ້າຢ່າຄາ ຈັຕຕາໂຣ ທັມມາ
ອັນວ່າວຸຖິທັມທັງຫຼາຍສີ່ ກ່າວຄືອາຍຸຍືນຍາວວິເສດ ວັນນະເພດພຽງໃສສຸກ
ສະນຸກໃນຫະຣຶທັຍຢ່າຮູ້ຂາດ ຈົ່ງໃຫ້ມີຜູ້ອາດແລ້ວໃນສັພພະກິດ ປະຕິພານະຖ້ວນໜ້າ
ອາໂຣຄະຍາຖ້ວນຫົກ ອະທິປະໄຕຖ້ວນເຈັດ ມັງຄະລະຖ້ວນແປດ ຈົ່ງສະເດັດເຂົ້າມາຮັກສາ
ຍັງຂັນທະສັນດານແຫ່ງເຈົ້າ ທຸກຄ່ຳເຊົ້າຢ່າຄາ ດ້ວຍບາດຄາຖາວ່າ ທີຄາຍຸກາ ສຸຂິຕາ ໂຫນຕຸ
ໂສຕຖີ ລາພາ ໂພຄະ ສັມປະທາ ມະຫາຍະສາ ມະຫາເຕຊາ ປັນຈະວີສະຕິ ທະວັຕຕິງສາ ກັມມະກະຣະນາ
ສັນນະ ວຸຕຕິໂຣຄາ ໂສຣະສຸປະທະທະວາ ສັງຂາ ຕາຍະ ອະສີຕິກາຍະ ພະຫິຮັນຕະຣາຍະ ອາຍຸ ວັນໂນ
ສຸຂັງ ພະລັງ ຊະຍະຕຸພະວັງ ຊະຍະມັງຄະລັງ ເທີ້ນຯ
No comments:
Post a Comment